ການກຳເນີດ ແລະ ເຕີບໃຫຍ່ ຂອງສຳນັກຂ່າວສານປະເທດລາວ ໃນໄລຍະຕໍ່ສູ້ກູ້ຊາດ

06/01/2026 11:38
Email Print 347
ຂປລ ຂປລ. ເລີ່ມແຕ່ມື້ສ້າງຕັ້ງພັກກອມມູນິດອິນດູຈີນ ເມື່ອປີ 1934, ຢູ່ຜືນແຜ່ນດິນລາວໄດ້ປະກົດມີຂ່າວທີ່ຂຽນດ້ວຍມື ແລະ ພິມດ້ວຍເຈ້ຍ ເຟືອງຊະນິດຕ່າງໆ ຫວ່ານຢູ່ຕາມຕົວເມືອງນ້ອຍ-ໃຫຍ່ ແລະ ຢູ່ຕາມຊົນນະບົດ ເພື່ອປຸກລະດົມນ້ຳ ໃຈຮັກຊາດ ແລະ ຮຽກຮ້ອງໃຫ້ທົ່ວປະເທດສາມັກຄີກັນລຸກຮືຂ້ຶ້ນຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ ແລະ ພວກຟາດຊິດຍີ່ປຸ່ນ.

   ຂປລ. ເລີ່ມແຕ່ມື້ສ້າງຕັ້ງພັກກອມມູນິດອິນດູຈີນ ເມື່ອປີ 1934, ຢູ່ຜືນແຜ່ນດິນລາວໄດ້ປະກົດມີຂ່າວທີ່ຂຽນດ້ວຍມື ແລະ ພິມດ້ວຍເຈ້ຍ ເຟືອງຊະນິດຕ່າງໆ ຫວ່ານຢູ່ຕາມຕົວເມືອງນ້ອຍ-ໃຫຍ່ ແລະ ຢູ່ຕາມຊົນນະບົດ ເພື່ອປຸກລະດົມນ້ຳ ໃຈຮັກຊາດ ແລະ ຮຽກຮ້ອງໃຫ້ທົ່ວປະເທດສາມັກຄີກັນ ລຸກຮືຂ້ຶ້ນຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ ແລະ ພວກຟາດຊິດຍີ່ປຸ່ນ. ມາຮອດວັນຢຶດອຳນາດເດືອນສິງຫາ 1945 ກຳລັງປະຕິວັດ ຈຶ່ງມີເງື່ອນໄຂພິມໃບຂ່າວເປັນພາສາລາວ ແລະພາສາຝຣັ່ງຕິດທຸງຊາດ 3 ສີ ວົງເດືອນ ຫວ່ານໄປທ່ົວຕົວເມືອງວຽງຈັນ, ສະຫວັນນະເຂດ ແລະ ຕົວເມືອງອື່ນໆ ເພື່ອໂຄສະນາ ແລະ ປຸກລະດົມປະຊາຊົນລາວບັນດາເຜົ່າ ໃຫ້ລຸກຂຶ້ນຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ປະຊາຊົນລາວບັນດາເຜົ່າ ໃຫ້ລຸກຂຶ້ນຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ຊຶ່ງແມ່ນ ສະຫາຍ ໄກສອນ ພົມວິຫານ ເປັນຫົວໜ້າ ແລະ ສະຫາຍ ສີຊະນະ ສີສານ ເປັນຮອງຫົວໜ້າສໍານັກງານໂຄສະນາ. ການພິມໃບປີວດັ່ງກ່າວ ກໍບໍ່ເປັນປົກກະຕິ ຂາດບັ້ນຂາດຕອນ ຍ້ອນພວກລ່າເມືອງຂຶ້ນຝຣັ່ງ ກັບຄືນມາຮຸກຮານລາວ ເປັນຄັ້ງທີສອງ ແຕ່ກໍຖືວ່ານັ້ນແມ່ນໃບຂ່າວ ຫລື ໜັງສືພິມປະຕິວັດ ສະບັບທໍາອິດທີ່ເກີດຂຶ້ນ ຢູ່ບົນດິນແດນລາວ”.  ຈາກນັ້ນມາ ໜ່ວຍງານຂ່າວສານ ພາຍໃຕ້ການນຳພາຂອງຄະນະພັກແຄວ້ນລາວ ແລະ ສູນກາງແນວລາວອິດສະຫລະໃນເວລານັ້ນ ກໍໄດ້ເສີມຂະຫຍາຍມູນເຊື້ອຂອງຕົນປະກອບສ່ວນຢ່າງຕ້ັງໜ້າເຂົ້າໃນການໂຄສະນາຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນທີ່ມາຮຸກຮານລາວໃນແຕ່ລະໄລຍະ.

ອີງຕາມຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ຂອງການປະຕິວັດ, ໃນວັນທີ 6 ເດືອນມັງກອນປີ 1968  ຢູ່ຖ້ຳແຫ່ງໜຶ່ງ ທີ່ບ້ານບັກ ທົ່ງນາໄກ (ປັດຈຸບັນແມ່ນເມືອງວຽງໄຊ) ແຂວງ ຫົວພັນ ຊຶ່ງເປັນຖານທີ່ໝັ້ນຂອງການປະຕິວັດລາວ, ທ່ານ ສຸພານຸວົງ ປະທານສູນກາງແນວລາວຮັກຊາດ ໄດ້ລົງນາມມະຕິຕົກລົງ ຂອງ ສູນກາງແນວລາວ ຮັກຊາດສະບັບໜຶ່ງ ວ່າດ້ວຍການສ້າງຕັ້ງສຳນັກຂ່າວສານປະເທດລາວ ທີ່ມີຕົວໜັງສືລາວ ຂຽນຫຍໍ້ວ່າ “ຂປລ“ ຫລື ພາສາຕ່າງປະເທດ  “KPL“ ໃນໂອກາດລະນຶກວັນສ້າງຕັ້ງແນວລາວຮັກຊາດ ຄົບຮອບ 12 ປີ, ຂຶ້ນຢ່າງເປັນທາງການ  ເພື່ອເຮັດໜ້າທີ່ຖະແຫລງ ຂ່າວຢູ່ພາຍໃນ ແລະ ຕໍ່ຕ່າງປະເທດ ກ່ຽວກັບຂະບວນການຕໍ່ສູ້ຢ່າງພິລະອາດຫານ ຂອງ ປະຊາຊົນລາວ ບັນດາເຜົ່າ ຕ້ານກັບຈັກກະພັດ ແລະ ລູກແຫລ້ງຕີນມື ຂອງ ພວກເຂົາ ທີ່ມີຕໍ່ປະຊາຊົນລາວ. ຜູ້ອຳນວຍການຄົນທຳອິດແມ່ນ ທ່ານ ສີຊະນະ ສີສານ, ກຳມະການໃນຄະນະໂຄສະນາ-ອົບຮົມ-ວັດທະນະທຳ (ຄອວ) ຂອງ ສູນກາງແນວລາວຮັກຊາດ, ທ່ານ ສອນ ຄຳວານວົງສາ ແລະທ່ານ ສົມເທີ ເພັດມະນີ ເປັນຮອງ.ໃນສະພາບທ່າມກາງຫ່າລະເບີດ ລູກປືນຂອງພວກໂຈນອາກາດ ອາເມລິກາທີ່ໄດ້ແຫ່ກັນມາຖິ້ມລົງໃສ່ເຂດທີ່ໝັ້ນຂອງສູນກາງຢ່າງບໍ່ເວັ້ນ ແຕ່ລະວັນ ເພື່ອຫວັງດັບມອດກຳລັງປະຕິວັດ ຂອງພວກເຮົາ. ແຕ່ກົງກັນຂ້າມກຳລັງການປະຕິວັດລາວ ພາຍໃຕ້ການນຳພາຂອງພັກ ຊ້ຳພັດນັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ທັງທາງດ້ານປະລິມານ ແລະ ຄຸນນະພາບ ໃນການຕໍ່ສູ້ຈັກກະພັດ ແລະ ລູກແຫລ້ງຕີນມື ທີ່ບອກໄດ້ໃຊ້ຟັງຂອງພວກເຂົາ ຈາກໄຊຊະນະນີ້ໄປຫາ ໄຊຊະນະໃໝ່ ໃຫຍ່ຫລວງກວ່າເກົ່າ.

ໃນເວລາສ້າງຕັ້ງຂຶ້ນໃໝ່ ການນໍາຂອງຂ່າວສານປະເທດລາວ ແລະ ວິທະຍຸກະຈາຍສຽງ ຂອງຝ່າຍ ປະເທດລາວ ແມ່ນອັນດຽວກັນ, ມີທ່ານ ສີຊະນະ ສີສານ ເປັນຫົວໜ້າ, ທ່ານ ສອນ ຄໍາວານວົງສາ ຮັບຜິດຊອບ B1 ແລະ ທ່ານ ສົມເທີ ເພັດມະນີ ຮັບຜິດຊອບ C2 ເປັນຮອງ. ຕໍ່ມາກໍມີທ່ານ ສີສະໜານ ແສນຍານຸວົງ ແລະ ທ່ານ ບົວບານ ວໍລະຂຸນ ເປັນຄະນະ ບກ. ຮອດໄລຍະປີ 1968-1969 ຈໍານວນນັກຂ່າວຈຶ່ງໄດ້ເພີ່ມຂຶ້ນກວ່າເກົ່າ ນັບທັງດ້ານເຕັກນິກ ສົ່ງຂ່າວກໍສາມາດກຸ້ມຕົນເອງ ຍ້ອນມີການສ້າງພະນັກງານກັບທີ່ ແລະ ຮັບເອົານັກຮຽນ ທີ່ຮຽນ ຈົບມັດທະຍົມຕອນປາຍ ຈາກພາຍໃນ ແລະ ຕ່າງປະເທດ ມາເປີດຊຸດອົບຮົມຢ່າງມີລະບົບ ແລະ ສ່ວນໜຶ່ງກໍຮັບເອົາພະນັກງານ ທີ່ມາຈາກວິທະຍຸຂ່າວສານແຂວງຊຽງຂວາງ ອັນໄດ້ສ້າງເງື່ອນໄຂໃຫ້ ສາມາດຈັດຕັ້ງໜ່ວຍຂ່າວໄປເຄື່ອນໄຫວເກັບກໍາຂ່າວ ແລະ ຈັດຕັ້ງສາຂາຂ່າວຢູ່ພາກກາງ, ພາກໃຕ້ ແລະ ຢູ່ບັນດາແຂວງພາກເໜືອ ເປັນເວລາ 3 ເດືອນ ຫາ 1 ປີ. ການປະຕິບັດໜ້າທີ່ວຽກງານກໍຫຍຸ້ງຍາກກັນດານທີ່ສຸດ ເພາະແມ່ນຍາມສົງຄາມທໍາລາຍ, ປ່າດົງພົງໄພ ຮ່ອມຫ້ວຍຜາຊັນ, ທຸກບ່ອນແມ່ນສະໜາມຮົບ. ດ້ວຍເຫດນີ້ນັກຂ່າວຈຶ່ງຕ້ອງມີຄວາມເດັດດ່ຽວໜຽວແໜ້ນ ແລະ ເສຍສະລະທຸກສິ່ງທຸກຢ່າງ ທັງເຮັດວຽກໄປລໍາລຽງຂົນສົ່ງ, ທັງຈັບປືນເວນຍາມ ເວັນ ແລະ ຄືນບາງຄັ້ງ ຍັງຕ້ອງໄດ້ຜັດປ່ຽນກັນຂຶ້ນປ້ອມຍິງຍົນກໍມີ. 
ເພື່ອກະກຽມໃຫ້ແກ່ການຢຶດອໍານາດໃນຂອບເຂດທົ່ວປະເທດ ສຳນັກຂ່າວສານປະເທດລາວ ກໍໄດ້ສົ່ງນັກຂ່າວລົງຕິດຕາມທຸກຂະບວນການຢຶດອໍານາດ ເຊັ່ນ: ຢູ່ສະຫວັນນະເຂດ, ຈຳປາສັກ, ຄຳມ່ວນ, ຫລວງພະບາງ ແລະ ບ່ອນອື່ນໆ. ສະເພາະຢູ່ວຽງຈັນ ແມ່ນໄດ້ອອກຂ່າວ ແລະ ບົດກ່ຽວກັບ ການຢຶດອໍານາດຢູ່ໃນແຕ່ລະມືອງ, ກົມກອງ ແລະ ການໂຮມຊຸມນຸມຢືດອໍານາດຢູ່ນະຄອນຫລວງວຽງຈັນ ເມື່ອວັນທີ 23 ສິງຫາ 1975 ທີ່ເດີ່ນພະທາດຫລວງ. ມ້ວນທ້າຍກໍໄດ້ເກັບກຳຂ່າວ-ຮູບພາບ ກອງປະຊຸມຜູ້ແທນປະຊາຊົນ ທົ່ວປະເທດປະກາດສ້າງຕັ້ງ ສປປ ລາວ ຂຶ້ນ ເມື່ອວັນທີ 1-2 ທັນວາ ປີ 1975 ອັນເປັນການສິ້ນສຸດ ລະບອບລາຊາທິປະໄຕ ແລະ ສິ້ນສຸດສົງຄາມຮຸກຮານຂອງ ຈັກກະພັດອາເມລິກາ ແລະ ພວກລູກແຫລ້ງຕີນມືປະຕິການຢູ່ປະເທດເຮົາ.

ເມື່ອປະເທດຊາດໄດ້ຮັບການປົດປ່ອຍພະນັກງານຂອງ ສຳນັກຂ່າວສານປະເທດລາວ ໄດ້ເພີ່ມຂຶ້ນຢ່າງຫລວງ ຫລາຍ, ຈຳນວນໜຶ່ງແມ່ນຍົກຍ້າຍມາແຕ່ເມືອງວຽງໄຊ, ຈຳນວນໜຶ່ງໄດ້ຮັບ ເອົານັກສຶກສາ ທີ່ຮຽນຈົບສະຖາບັນກົດໝາຍ ແລະ ການປົກຄອງ ແລະ ອີກຈຳນວນໜຶ່ງແມ່ນຮັບໃຊ້ເອົາພະນັກງານທີ່ເຮັດວຽກຂ່າວສານ ໃນລະບອບເກົ່າ (Lao Press) ທີ່ມີຄວາມຕື່ນຕົວມາຮັບໃຊ້ພາລະກິດຂອງການປະຕິວັດ ໂດຍມາຕັ້ງສຳນັກງານໃໝ່ ຢູ່ບ້ານຊຽງຍືນ ຖະໜົນເສດຖາທິລາດ ນະຄອນຫລວງວຽງຈັນ.
ນັບແຕ່ປີ 1976 - 1982 ສຳນັກຂ່າວສານປະເທດລາວ ຍັງຢູ່ຮ່ວມກັນກັບ ໜັງສືພິມສຽງປະຊາຊົນ ເອີ້ນວ່າ: ສຳນັກໜັງສືພິມສຽງປະຊາຊົນ-ຂ່າວສານປະເທດລາວ. ພາຍຫລັງກອງປະຊຸມໃຫຍ່ ຄັ້ງທີ III ຂອງພັກ (27-30/04/1982), ຕົ້ນປີ 1983 ໄດ້ມີມະຕິຂອງສູນກາງພັກ ໃຫ້ແຍກບັນດາອົງການສື່ມວນຊົນອອກຈາກ ກະຊວງໂຄສະນາ, ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໂດຍໄດ້ແຍກອອກເປັນ 2 ການຈັດຕັ້ງ, ສ້າງຕັ້ງ ເປັນຄະນະກໍາມະການຂ່າວສານ, ໜັງສືພິມ, ວິທະຍຸກະຈາຍສຽງ ແລະ ໂທລະພາບແຫ່ງຊາດ ທຽບເທົ່າກະຊວງ, ຫລັງຈາກນັ້ນ ໃນປີຖັດມາ ສໍານັກຂ່າວສານປະເທດລາວ ແລະ ໜັງສືພິມສຽງປະຊາຊົນ ກໍໄດ້ແຍກອອກ ຈາກກັນກາຍມາເປັນສໍານັກຂ່າວສານ ປະເທດລາວ ໂດຍຈັດຕັ້ງຄະນະນໍາໜຶ່ງຂຶ້ນ ເອີ້ນວ່າ: ຄະນະອໍານວຍການໃຫຍ່ ຂ່າວສານ ປະເທດລາວ ຕາມດໍາລັດຂອງປະທານສະພາລັດຖະມົນຕີ ສະບັບ ເລກທີ 038/ປສລ ລົງວັນທີ 31/03/1984.

KPL

ຂ່າວອື່ນໆ

ads
ads

Top