ຂປລ
ການຝຶກຊ້ອມ ໃນຖ້ຳຄັ້ງທຳອິດ ຂອງນັກບິນ ອະວະກາດຈີນ ທີ່ຈັດຂຶ້ນ ຢູ່ເຂດອູລົງ ນະຄອນຈຸງກິ່ງ ໄດ້ສຳເລັດຜົນ ຢ່າງຈົບງາມ, ນັກບິນອະວະກາດ 28 ຄົນ ໄດ້ເຂົ້າຮ່ວມ ການຝຶກຊ້ອມ ດັ່ງກ່າວ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນຫລື CMG, ເມື່ອບໍ່ດົນມານີ້, ການຝຶກຊ້ອມ ໃນຖ້ຳຄັ້ງທຳອິດ ຂອງນັກບິນ ອະວະກາດຈີນ ທີ່ຈັດຂຶ້ນ ຢູ່ເຂດອູລົງນະຄອນຈຸງກິ່ງ ໄດ້ສຳເລັດຜົນ ຢ່າງຈົບງາມ, ນັກບິນອະວະກາດ 28 ຄົນ ໄດ້ເຂົ້າຮ່ວມ ການຝຶກຊ້ອມ ດັ່ງກ່າວ. ການຝຶກຊ້ອມ ໃນຖ້ຳທີ່ດຳເນີນ ເປັນເວລາເກືອບ 1 ເດືອນນັ້ນ ລວມມີ 10 ກວ່າລາຍການ, ເຊັ່ນ: ການຕິດຕາມ ວັດແທກ ສະພາບແວດລ້ອມ, ການສຳຫລວດ ແລະ ແຕ້ມແຜນທີ່ຖ້ຳ, ການຈຳລອງ ການສື່ສານ ລະຫວ່າງ ອະວະກາດ ກັບໜ່ວຍໂລກ, ການຝຶກຊ້ອມຈິດໃຈ ຂອງທີມງານ ແລະ ອື່ນໆ. ນັກບິນອະວະກາດ ທີ່ເຂົ້າຮ່ວມການຝຶກຊ້ອມ ໄດ້ແບ່ງອອກເປັນ 4 ຈຸ, ຜັດປ່ຽນກັນ ປະຈຳໃນຖ້ຳ ທີ່ມີອຸນຫະພູມ ສະເລ່ຍ 8 ອົງສາ ແລະ ມີຄວາມຊຸ່ມ ສູງເຖິງ 99% ເປັນເວລາ 6 ວັນ 5 ຄືນ. ໃນໄລຍະປະຈຳຢູ່ຖ້ຳ, ນັກບິນອະວະກາດ ແຕ່ລະຈຸ ບໍ່ພຽງແຕ່ ຕ້ອງສຳເລັດ ໜ້າທີ່ຕ່າງໆ ທີ່ກຳນົດໄວ້, ເຊັ່ນ: ການສຳຫລວດຖ້ຳ, ການຄົ້ນຄວ້າ ວິທະຍາສາດ ແລະ ອື່ນໆ, ຍັງຕ້ອງເຄື່ອນໄຫວ ຜ່ານຊ່ອງທາງ ທີ່ແຄບທີ່ສຸດ ແລະ ຜ່ານການທົດສອບ ທາງຮ່າງກາຍ ພາຍໃຕ້ ສະພາບແວດລ້ອມ ທີ່ຂ້ຽວຂາດທີ່ສຸດ ແລະ ຕ້ອງເອົາຊະນະ ສິ່ງທ້າທາຍຕ່າງໆ ເຊັ່ນ: ຄວາມຢ້ານກົວ ຕໍ່ຄວາມມືດ, ການຂາດການຮັບຮູ້ ທາງປະສາດ ສຳຜັດ ແລະ ອື່ນໆ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL