ຂປລ
ຂປລ. ກົມປິ່ນປົວ ແລະ ຟຶ້ນຟູໜ້າທີ່ການ ໃນນາມຮັບຜິດຊອບຮັກສາສຸຂະພາບ ແລະ ອາຫານປອດໄພ ຮັບໃຊ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ກຽມຄວາມພ້ອມຮອບ ດ້ານ ໂດຍກຽມກຳລັງທີມແພດຈາກໂຮງໝໍມະໂຫສົດ, ໂຮງໝໍມິດຕະພາບ, ໂຮງໝໍເຊດຖາທິຣາດ, ໂຮງໝໍສູນກາງ 103 ກອງທັບ ແລະ ໂຮງໝໍ 5 ເມສາ ເພື່ອໃຫ້ການບໍລິການປິ່ນປົວ ແລະ ຮັກສາສຸຂະພາບ ຂອງຄະນະຜູ້ແທນ ສະເພາະຢູ່ຫໍປະຊຸມແຫ່ງຊາດ ແບ່ງອອກເປັນ 3 ຈຸດ ຄື: ຈຸດທີ 1 ຢູ່ດ້ານຫລັງຫ້ອງປະຊຸມໃຫຍ່ ແມ່ນຮັບໃຊ້ບັນດາການນຳຂັ້ນສູງ, ຈຸດທີ 2 ດ້ານໜ້າຫ້ອງປະຊຸມ ແມ່ນຮັບໃຊ້ຄະນະຜູ້ແທນ ແລະ ແຂກຖືກເຊີນ, ຈຸດທີ 3 ແມ່ນຮັບໃຊ້ມວນຊົນທົ່ວໄປ. ນອກຈາກນີ້, ຍັງມີທີມແພດ ປະຈຳຢູ່ 6 ໂຮງແຮມ ທີ່ມີຄະນະຜູ້ແທນພັກເຊົ່າ.
ທ່ານ ພົນຈັດຕະວາ ນາງ ທອງສີ ວົງພະຈັນ ຫົວໜ້າກົມຮັກສາສຸຂະພາບສູນກາງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 6 ມັງກອນ 2026 ໂດຍທ່ານໄດ້ໃຫ້ຮູ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ກໍຄື ວຽກງານການປິ່ນປົວ ຢູ່ຫໍປະຊຸມແຫ່ງຊາດ ຈຸດທີ 1 ປະກອບມີບັນດາແພດປະຈຳການນຳຂັ້ນສູງ, ບັນດາຊ່ຽວຊຽນຈາກພະແນກປິ່ນປົວຮັກສາບຳບັດ ເພື່ອຮັບໃຊ້ບັນດາການນຳຂັ້ນສູງ ໃນກໍລະນີ້ເກີດພາວະສຸກເສີນກະທັນຫັນ ທີມແພດດັ່ງກ່າວ, ເລັ່ງໃຫ້ການປິ່ນປົວຢູ່ຈຸດດັ່ງກ່າວ, ຍັງກຽມລົດເຄື່ອນທີ່ສຸກເສີນ (ອຳບູລັງ) ຮັບ-ສົ່ງຄົນເຈັບ ຈຳນວນ 2 ຄັນ, ຈຸດທີ 2 ແມ່ນໃຫ້ບໍລິການບັນດາຄະນະຜູ້ແທນ ແລະ ແຂກທີ່ຖືກເຊີນ, ສ່ວນຈຸດທີ 3 ແມ່ນໃຫ້ບໍລິການຮັບໃຊ້ທົ່ວໄປ. ພ້ອມນີ້, ຍັງໄດ້ແຕ່ງຕັ້ງທີມແພດໜ່ວຍງານອາຫານປອດໄພ ລົງກວດກາຕິດຕາມຄຸນນະພາບ, ເກັບຕົວຢ່າງ, ວິໄຈອາຫານ ແລະ ເຄື່ອງດື່ມໃຫ້ມີຄວາມປອດໄພ ແລະ ດ້ານສຸຂະນາໄມສິ່ງແວດລ້ອມ ຢູ່ບັນດາໂຮງແຮມ, ເຂດຮ້ານອາຫານ ແລະ ສະຖານທີ່ຈັດກອງປະຊຸມ, ສະຖານທີ່ປຸງແຕ່ງອາຫານ ທີ່ສະໜອງຮັບໃຊ້ໃນກອງປະຊຸມ.


ນອກຈາກນີ້, ໜ່ວຍງານຄວບຄຸມພະຍາດລະບາດ ຍັງໄດ້ຕິດຕາມເຝົ້າລະວັງ ບັນດາພະຍາດຕິດຕໍ່ຕາມລະ ດູການ ຂອງບັນດາຜູ້ແທນ ເພື່ອເຝົ້າລະວັງ ແລະ ກະກຽມທີມງານໂຕ້ຕອບ ເພື່ອຮັບປະກັນການກະກຽມຄວາມພ້ອມ ຮັບມືກັບການລະບາດຂອງພະຍາດ, ລົງສໍາຫລວດໜອນນໍ້າ, ທໍາລາຍແຫລ່ງເພາະພັນ ແລະ ພາຫະນະນຳເຊື້ອພະຍາດໄຂ້ຍຸງລາຍ ຢູ່ຕາມສະຖານທີ່ຈັດກອງປະຊຸມ ແລະ ສະຖານທີ່ພັກເຊົາຂອງບັນດາແຂກເຂົ້າຮ່ວມ.
ຂ່າວ: ກິດຕາ
ພາບ: ທະນູທອງ
KPL