ມູນຄ່າການຊື້ສິນຄ້າປອດພາສີ ຢູ່ເກາະໄຫຫລຳຂອງ ສປ ຈີນ ໃນປີໃໝ່ສາກົນນີ້ ບັນລຸ 712 ລ້ານຢວນ

06/01/2026 08:42
Email Print 290
ຂປລ ໃນ​ໄລ​ຍະ​ວັນ​ພັກ​ປີ​ໃໝ່​ສາ​ກົນ 2026 ລະຫວ່າງ ​ວັນ​ທີ 1 ຫາທີ 3 ມັງ​ກອນ​ນີ້, ດ່ານ​ພາ​ສີ​ຂອງ​ນະ​ຄອນ​ໄຫ​ໂຂ ​ໄດ້​ຕິດ​ຕາມກວດ​ກາ​ການ​ຈຳ​ໜ່າຍ ​ແລະ ໃຫ້ສິນ​ຄ້າ​ຜ່ານ​ດ່ານ ​ໂດຍ​ປອດ​ພາ​ສີ 442.000 ອັນ ເພີ່ມ​ຂຶ້ນ 52,4% ເມື່ອ​ທຽບ​ໃສ່​ ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນຫລື CMG, ການ​ໃຊ້​ນະ​ໂຍ​ບາຍ​ ດ້ານ​ການ​ບໍ​ລິ​ໂພກ ​ປອດ​ພາ​ສີ​​ ຢູ່​ເກາະ​ໄຫ​ຫລຳ ຂອງ ສປ ​ຈີນ ​ໄດ້​ມີ​ການ​ເລີ່ມ​ຕົ້ນ​ ທີ່​ດີ​ໃນ​ປີ​ໃໝ່​ ສາ​ກົນ 2026. ​ອີງຕາມ ​ດ່ານ​ພາ​ສີ​ນະ​ຄອນ​ໄຫ​ໂຂວ ​ແຂວງ​ໄຫ​ຫລຳ ຂອງ ສປ​ຈີນ ​ແຈ້ງ​ໃຫ້​ຮູ້​ວ່າ​: ໃນ​ໄລ​ຍະ​ວັນ​ພັກ​ ປີ​ໃໝ່​ສາ​ກົນ 2026 ລະຫວ່າງ ​ວັນ​ທີ 1 ຫາທີ 3 ມັງ​ກອນ​ນີ້, ດ່ານ​ພາ​ສີ ​ຂອງ​ນະ​ຄອນ​ໄຫ​ໂຂ ​ໄດ້​ຕິດ​ຕາມ ກວດ​ກາ​ ການ​ຈຳ​ໜ່າຍ ​ແລະ ໃຫ້ສິນ​ຄ້າ​ຜ່ານ​ດ່ານ ​ໂດຍ​ປອດ​ພາ​ສີ 442.000 ອັນ ເພີ່ມ​ຂຶ້ນ 52,4% ເມື່ອ​ທຽບ​ໃສ່​ ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ; ຈຳ​ນວນ​ຜູ້​ຊື້​ສິນ​ຄ້າ​ ມີ​ເຖິງ 83.500 ຄົນ, ເພີ່ມ​ຂຶ້ນ 60,6% ​ແລະ ​ຍອດມູນ​ຄ່າ​ ການ​ຊື້​ສິນ​ຄ້າ ​ມີ​ເຖິງ 712 ລ້ານຢວນ ເພີ່ມ​ຂຶ້ນ 128,9% ເມື່ອ​ທຽບ​ໃສ່​ ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top