]a f4t,q o8u pm0 ]q '-5 dp6h 37'dko2N o26 c]t [6 ]totIa dlkmk's];'csj '-kf g]dmu 9 7totz6h cmola o8y rk[s;Pfok, 1h P,1k, c]t gIa f;Pd16j lxx ]k; ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພຸດ 10.12.2025 ປີທີ 24 ສະບັບທີ 6.331 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j xtmko wdlvo rq ,;y sko pn opq '.ork]tdy fxt8y ;a f]k; 8ts]vfwxK ອ່ານຕໍ່ໜ້າ 4 ;k'lu ]k]n dd+ lh k'3I'cI,g7,xy oltdu vkrkfg,A o c]t l6 odko7h k7q [;q '9vo ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 ສະຫາຍ ບຸນທອງ ຈິດມະນີ ຮອງປະທານປະເທດ ( ຂວາມື ) ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ( ຜູ້ທີ 7 ນັບຈາກຂວາຫາຊ້າຍ) ທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ( ຜູ້ທີ 2 ນັບຈາກຂວາຫາຊ້າຍ) lkov;prvo;a o-kf 7q [Iv[ 50 xu ຂປລ. ທ່ານ ທອງລຸນ ສີສຸລິດ ປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບສານອວຍພອນຈາກທ່ານ ໂດນັນ ເຈ. ທຣໍາ(Donald J. TRUMP) ປະທານາທິບໍດີ ແຫ່ງ ສະຫະລັດອາເມລິກາ ເນື່ອງໃນໂອ ກາດວັນຊາດ ກໍຄື ວັນສະຖາປະ ນາ ສປປ ລາວ ຄົບຮອບ 50 ປີ. ເນື້ອໃນສານໄດ້ລະບຸວ່າ: ໃນ ນາມລັດຖະບານ ແລະ ປະຊາຊົນ ອ່ານຕໍ່ໜ້າ 2 dkooe0A ol6 '0v' lxx ]k; wfh Ia [lko-q ,g-u p;a o-kf9kd76j Ij ;,8ec|j ' ຂປລ. ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນ ລາວໄດ້ຮັບສານຊົມເຊີຍວັນຊາດ ຈາກທ່ານ ຄາໂຣລ ນໍຣົກສະກີ ປະທານາທິບໍດີ ແຫ່ງ ສາທາລະ ນະລັດໂປໂລຍ, ເນື່ອງໃນໂອກາດ ຄົບຮອບ 50 ປີ ແຫ່ງ ການສະຖາ ປະນາ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ. ເນື້ອໃນສານລະບຸວ່າ: ເນື່ອງ ອ່ານຕໍ່ໜ້າ 2 dkooe0A ol6 '0v' lxx ]k; wfh Ia [lko-q ,g-u p;a o-kf9kdxtgmfgrnj vo,y f ຂປລ. ເມື່ອບໍ່ດົນມານີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຮັບສານຊົມ ເຊີຍຈາກທ່ານ ອິວຮາມ ເຮດາ ອັກລື ອາລີເຢບ (IlhamHeydar oglu Aliyev) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກ ໄບຊານ ເນື່ອງໃນໂອກາດວັນສະ ຖາປະນາ ສປປ ລາວ ຄົບຮອບ 50 ປີ. ເນື້ອໃນສານລະບຸວ່າ: ໃນນາມ ອ່ານຕໍ່ໜ້າ 2 lko-q ,g-u p;a o-kf 2 ma o;k ຂປລ. ເມື່ອບໍ່ດົນມານີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຮັບສານຊົມ ເຊີຍຈາກທ່ານ ກາຊຶມ ໂຈມາດ ໂຕກາຢຽບ (Kasym Jomart Tokayev)ປະທານາທິບໍດີແຫ່ງ ສາທາລະນະລັດ ກາຊັກສະຖານ ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ. ເນື້ອໃນສານລະບຸໄວ້ວ່າ: ຂ້າ ພະເຈົ້າຂໍສະແດງຄວາມຊົມເຊີຍ ຢ່າງຈິງໃຈ ແລະ ພອນໄຊອັນ ປະເສີດມາຍັງທ່ານ ແລະ ເພື່ອນ ຮ່ວມຊາດທຸກຖ້ວນໜ້າເນື່ອງໃນ ໂອກາດຄົບຮອບ 50 ປີ ແຫ່ງ ຄວາມເປັນເອກະລາດຂອງສາ ທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ. ວັນປະຫວັດສາດນີ້ ແມ່ນມີ ຄວາມໝາຍສຳຄັນພິເສດອັນເປັນ ສັນຍະລັກອັນເຫລື້ອມໃສແຫ່ງ ຄວາມສາມັກຄີເປັນປຶກແຜ່ນຂອງ ປວງຊົນລາວ ແລະ ຫົວຄິດປະດິດ ສ້າງ, ເປັນພື້ນຖານອັນແຂງແກ່ນ ຂອງຄວາມເປັນລັດ ແລະ ການ ພັດທະນາແບບຍືນຍົງ. ຂ້າພະເຈົ້າ ຫວັງວ່າປະເທດຊາດຂອງທ່ານ ຈະສືບຕໍ່ຢືດຖືຄຸນຄ່າອັນສູງສົ່ງ ແຫ່ງຄວາມເປັນເອກະລາດ ແລະ ບັນລຸເປົ້າໝາຍອັນມີກຽດສູງສົ່ງ ຂອງຕົນໃນອະນາຄົດ. ຂ້າພະເຈົ້າເຊື່ອໝັ້ນວ່າການ ພົວພັນລະຫວ່າງກາຊັກສະຖານ ແລະ ລາວ ບົນພື້ນຖານມິດຕະ ພາບ ແລະ ຄວາມເຂົ້າອົກເຂົ້າໃຈ ເຊິ່ງກັນ ແລະ ກັນ ຈະສືບຕໍ່ພັດທະ ນາເພື່ອຜົນປະໂຫຍດຂອງປະຊາ ຊົນພວກເຮົາ. ຂ້າພະເຈົ້າຂໍອວຍພອນມາຍັງ ອ່ານຕໍ່ໜ້າ 2 lkov;prvo;a olt4kxtok lxx ]k; 7q [Iv[ 50 xu ຂປລ. ເມື່ອບໍ່ດົນມານີ້, ທ່ານ ນິໂຄລັສ ມາດູໂຣ ໂມຣອສ ( N I COL a S ADURO MOROS)ປະທານາທິບໍດີແຫ່ງ ສາທາລະນະລັດ ໂບລິວາຣຽນ ເວເນຊູເອລາ ໄດ້ສົ່ງສານອວຍ ພອນເຖິງທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນ ລາວ ເນື່ອງໃນໂອກາດ ຄົບຮອບ 50 ປີ ແຫ່ງການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ເນື້ອໃນສານໄດ້ລະບຸວ່າ: ໃນ ນາມຂອງປະຊາຊົນ ແລະ ລັດ ຖະບານ ແຫ່ງ ສາທາລະນະລັດ ໂບລິວາຣຽນ ເວເນຊູເອລາ, ທັງ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍ ຖືເປັນກຽດຢ່າງຍິ່ງສົ່ງຄຳເວົ້າ ຢ່າງຈິງໃຈ ເພື່ອສະແດງຄວາມ ຊົມເຊີຍໃນໂອກາດຄົບຮອບ 50 ປີ ແຫ່ງ ການສະຖາປະນາ ສາທາ ລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ. ສຳລັບໄລຍະຫ້າທົດສະວັດທີ່ ຜ່ານມາ, ພວກຂ້າພະເຈົ້າສັງເກດ ດ້ວຍຄວາມຊົມເຊີຍຢ່າງຍິ່ງຕໍ່ ຂະບວນການສ້າງສະຖຽນລະ ພາບ ແລະ ຄວາມໝັ້ນຄົງ ຊຶ່ງປະ ເທດອ້າຍນ້ອງລາວ ໄດ້ບັນລຸມາ ໄດ້ຜົນສຳເລັດການພັດທະນາ ເສດຖະກິດ-ສັງຄົມໃນລະດັບສູງ ແລະ ຫລິ້ນບົດບາດສຳຄັນເປັນ ອ່ານຕໍ່ໜ້າ 2 d8l gxu f-5 f /b dvq [Iq ,;Pd'ko d+ lh k'ra d -5 fmu VI ຂປລ. ບໍລິສັດ ຫາຍວານ ອະສັງ ຫາລິມະຊັບ ຈຳກັດ ຈັດພິທີວາງສີ ລາລືກໂຄງການກໍ່ສ້າງໂຮງແຮມ ເຄມປິນສະກີ, ອາພາດເມັ້ນ ແລະ ສູນການຄ້າຄົບວົງຈອນ ຢູ່ບ້ານໜອງ ດ້ວງເໜືອ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໃນວັນທີ 8 ທັນວາ 2025 ໃຫ້ກຽດເຂົ້າຮ່ວມ ໂດຍທ່ານ ກິແກ້ວ ໄຂຄຳພິທູນ ຮອງ ນາຍົກລັດຖະມົນຕີ, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນ ຫລວງວຽງຈັນ, ທ່ານ ເຢ ຈົງຢາວ ຜູ້ອຳນວຍການບໍລິສັດຫາຍວານ ອະ ສັງຫາລິມະຊັບ ຈຳກັດ(ຝ່າຍຈີນ), ຂປລ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ເປີດຊຸດຝຶກ ອົບຮົມວຽກງານກໍ່ສ້າງພັກ ຊຸດທີ VI ເພື່ອເປັນການຍົກລະດັບຄວາມ ຮູ້, ຄວາມສາມາດ ແລະ ເຮັດໃຫ້ ບັນດາຄະນະໜ່ວຍພັກຮາກຖານ, ຄະນະພັກຮາກຖານ ແລະ ກອງ ເລຂາບັນດາຮາກຖານພັກ ໄດ້ ]k;{s;Pfok, Ij ;,,n ltda fdA o 8h kovk-tpkde c]t 8h ko1kgl[8y f Ij ;,cI'Ij ;,.9da o15 f7;k,I5 ocI' 8c,j py '{gfa dpy 'zj komk'fu 9y 8vo + ຂປລ. ໂດຍຕອບສະໜອງຕາມ ຄຳເຊີນຂອງຄະນະສັນຕິພາບ ແລະ ສາມັກຄີຂອງລາວ, ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ນຳ ໂດຍສະຫາຍ ອວງ ຈູລຶວ ອະດີດ ກໍາມະການສູນກາງພັກ, ອະດີດ ຮອງປະທານສະພາແຫ່ງຊາດ, ປະ ທານຄະນະສັນຕິພາບຫວຽດນາມ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 8-11 ທັນວາ 2025. ໃນວັນທີ 9 ທັນວາ 2025, ຄະ ນະຜູ້ແທນສັນຕິພາບຫວຽດນາມ ໄ ດ້ ເ ຂົ້າ ຢ້ຽ ມ ຂໍ່າ ນັບ ສ ະ ຫ າ ຍ ບຸນທອງ ຈິດມະນີ ກໍາມະການ ກົມການເມືອງສູນກາງພັກ, ຜູ້ ປະຈໍາການຄະນະເລຂາທິການ ສູນກາງພັກ, ຮອງປະທານປະ ເທດ. ສະຫາຍ ບຸນທອງ ຈິດມະນີ ໄດ້ສະແດງຄວາມຍິນດີຕ້ອນຮັບ ຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ ການຢ້ຽມຢາມ ແລະ ເຮັດວຽກ ອ່ານຕໍ່ໜ້າ 2
gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko 10/12/2025 xtgmf]k; ສານອວຍພອນວັນຊາດ... ການນຳຂັ້ນສູງ... ການນຳຂັ້ນສູງ... ລັດຖະມົນຕີ ຍທຂ... ຄະນະຜູ້ແທນສັນຕິພາບ... ສານອວນພອນວັນສະຖາ... ສານຊົມເຊີຍວັນຊາດ... ຢ່າງຍິ່ງໃນການເຊື່ອມໂຍງຂອງ ພາກພື້ນຢ່າງກ້າວໜ້າ. ມື້ນີ້ພວກເຮົາ ຮ່ວມສະເຫລີມສະຫລອງວິລະກຳ ຄວາມກ້າຫານຂອງປະຊາຊົນລາວ ຜູ້ທີ່ໄດ້ຕໍ່ສູ້ຢ່າງອົງອາດ ເພື່ອຄວາມ ເຕີບໃຫຍ່ຂະຫຍາຍຕົວ, ເອກະລາດ ແລະ ອໍານາດອະທິປະໄຕຂອງຊາດ. ຂ້າພະເຈົ້າຂໍຖືໂອກາດອັນດີນີ້, ຂໍສະແດງການໝັ້ນໝາຍ ແລະ ເຈດ ຕະນາລົມ ເພື່ອຮັດແໜ້ນມິດຕະພາບ ແລະ ການພົວພັນຮ່ວມມືກັບລັດ ຖະບານລາວເຂົ້າສູ່ລວງເລິກ ເພື່ອ ນຳເອົາຄວາມສົມບູນພູນສຸກຂອງ ປະຊາຊົນສອງຊາດພວກເຮົາໃຫ້ ຍິ່ງໃຫຍ່ກວ່າເກົ່າ ແລະ ປູກຝັງ ຄົນຮຸ່ນໃໝ່ໃນອະນາຄົດໃຫ້ມີຈິດ ສຳນຶກຄຸນຄ່າແຫ່ງຄວາມຮັກຊາດ ເພື່ອໃຫ້ເຂົາເຈົ້າເປັນແຮງຜັກດັນ ໃນການປົກປ້ອງຜືນແຜ່ນດິນອັນ ມີກຽດສັກສີ ແລະ ຊາຍແດນອັນ ແສນຮັກຂອງຕົນ ແລະ ເຫັນໄດ້ເຖິງ ຄວາມຈະເລີນຮຸ່ງເຮືອງ, ຄວາມ ເຂັ້ມແຂງ, ຄວາມສາມັກຄີເປັນໜຶ່ງ ດຽວ, ຄວາມອຸດົມສົມບູນ ແລະ ສັນຕິພາບ. ຂ້າພະເຈົ້າຂໍອວຍພອນໃຫ້ ທ່ານ ແລະ ປະຊາຊົນລາວ ຈົ່ງມີຄວາມ ສຸກ ແລະ ຄວາມສົມບູນພູນສຸກ. ທ່ານຈົ່ງມີສຸຂະພາບເຂັ້ມແຂງ, ປະ ສົບຜົນສຳເລັດອັນໃຫຍ່ຫລວງໃນ ໜ້າທີ່ອັນມີກຽດຂອງທ່ານ ແລະ ອວຍພອນໃຫ້ປະຊາຊົນລາວເພື່ອນ ມິດຈົ່ງມີແຕ່ຄວາມສົມບູນພູນສຸກ ແລະ ຈະເລີນຮຸ່ງເຮືອງ. ສະຫະລັດອາເມລິກາ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງສຸດ ອົກສຸດໃຈມາຍັງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນ ໂອກາດວັນຊາດຂອງທ່ານ. ຂີດໝາຍອັນສຳຄັນນີ້, ເປັນ ໂອກາດ ເພື່ອຍົກຍ້ອງຄວາມເຂັ້ມ ແຂງອົດທົນ, ຄວາມສາມັກຄີ ເປັນປຶກແຜ່ນ ແລະ ຄວາມມານະ ພະຍາຍາມອັນແຮງກ້າຂອງປະຊາ ຊົນລາວ. ໂອກາດດັ່ງກ່າວ ຍັງໄດ້ ສະທ້ອນເຖິງການພົວພັນທີ່ກຳລັງ ເຕີບໂຕລະຫວ່າງສອງປະເທດຂອງ ພວກເຮົາ. ສະຫະລັດອາເມລິກາ ພາກພູມ ໃຈຕໍ່ຄວາມເຂັ້ມແຂງຂອງຄູ່ຮ່ວມ ພວກເຮົາກັບ ສປປ ລາວ ຊຶ່ງເປັນ ປະເທດໜຶ່ງທີ່ມີຜົນປະໂຫຍດຮ່ວມ ກັນຕໍ່ປະຊາຊົນຂອງທັງສອງຊາດ. ຕະຫລອດຫລາຍປີຜ່ານມາ, ການ ຮ່ວມມືຂອງສອງປະເທດພວກ ເຮົາໄດ້ເຂົ້າສູ່ລວງເລິກໃນຫລາຍ ໃນໂອກາດ ຄົບຮອບ 50 ປີ ແຫ່ງ ການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຕາງໜ້າປະຊາຊົນໂປໂລຍ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍ ສະແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ອວຍພອນໄຊອັນປະເສີດມາ ຍັງທ່ານ ແລະ ເພື່ອນຮ່ວມຊາດທຸກ ຖ້ວນໜ້າ. ໂປໂລຍ ແລະ ສປປ ລາວ ໄດ້ ຮັບຜົນປະໂຫຍດຈາກການພົວພັນ ມິດຕະພາບທີ່ເປັນມູນເຊື້ອມາເປັນ ເວລາຫລາຍທົດສະວັດ. ຂ້າພະເຈົ້າ ເຊື່ອໝັ້ນວ່າບົນພື້ນຖານການພົວ ພັນອັນເປັນມູນເຊື້ອທີ່ເຂັ້ມແຂງ ຂອງການພົວພັນລະຫວ່າງກັນ, ພວກເຮົາຈະສືບຕໍ່ເພີ່ມທະວີການ ພົວພັນສອງຝ່າຍ ແລະ ຮ່ວມກັນ ກຳນົດການຮ່ວມມືໃນຂົງເຂດໃໝ່ ທີ່ເປັນປະໂຫຍດຮ່ວມກັນ. ຂ້າພະເຈົ້າຂໍຖືໂອກາດນີ້ ສະ ແດງຄວາມນັບຖືຢ່າງສູງ ມາຍັງ ທ່ານ ແລະ ຂໍອວຍພອນໄຊໃຫ້ແກ່ ທ່ານຈົ່ງມີສຸຂະພາບເຂັ້ມແຂງ ແລະ ອວຍພອນໃຫ້ເພືື່ອນຮ່ວມຊາດ ຈົ່ງມີ ແຕ່ຄວາມສົມບູນພູນສຸກ. ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ຮັບສານ ຊົມເຊີຍວັນຊາດຈາກທ່ານ ໂດນາລ ທຸດສ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ໂປໂລຍ, ເນື່ອງ ໃນໂອກາດ ຄົບຮອບ 50 ປີ ແຫ່ງ ການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ໂ ອ ກ າ ດ ດ ຽ ວ ກັນ , ທ່ າ ນ ທອງສະຫວັນ ພົມວິຫານ ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ຮັບສານຊົມ ເຊີຍວັນຊາດຈາກທ່ານ ຣາໂດສລໍ ຊີກໍຣສະກີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສາທາລະນະລັດ ໂປ ໂລຍ, ເນື່ອງໃນໂອກາດ ຄົບຮອບ 50 ປີ ແຫ່ງ ການສະຖາປະນາ ສາ ສ່ວນຕົວ ແລະ ຕາງໜ້າປະຊາຊົນ ອາແຊັກໄບຊານ, ຂ້າພະເຈົ້າຂໍສະ ແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ພອນໄຊອັນປະເສີດມາຍັງ ທ່ານ ແລະ ຜ່ານທ່ານໄປຍັງປະຊາ ຊົນລາວທຸກຖ້ວນໜ້າ ເນື່ອງໃນ ໂອກາດຄົບຮອບ 50 ປີ ແຫ່ງການ ສະຖາປະນາ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ. ອາແຊັກໄບຊານ ໃຫ້ຄວາມສໍາ ຄັນເປັນພິເສດຕໍ່ກັບການຂະຫຍາຍ ການພົວພັນກັບ ສປປ ລາວ, ການ ເພີ່ມທະວີການຮ່ວມມືລະດັບໃໝ່ ທັງໃນລະດັບສອງຝ່າຍ ແລະ ຫລາຍຝ່າຍ. ຂ້າພະເຈົ້າເຊື່ອໝັ້ນວ່າພວກເຮົາ ຈະສືບຕໍ່ພະຍາຍາມຮ່ວມກັນ ເພື່ອ ຮັດແໜ້ນການພົວພັນມິດຕະພາບ ລະຫວ່າງສອງປະເທດພວກເຮົາ ແລະ ໄດ້ຮັບຜົນປະໂຫຍດຢ່າງເຕັມ ສ່ວນຈາກທ່າແຮງຂອງການຮ່ວມມື ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ຂອງພວກເຮົາ. ໃນວັນທີ່ມີຄວາມໝາຍສຳຄັນນີ້, ຂ້າພະເຈົ້າຂໍອວຍພອນໄຊໃຫ້ ທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບ ຜົນສໍາເລັດໃນໜ້າທີ່ອັນສູງສົ່ງຂອງ ທ່ານ ແລະ ປະຊາຊົນລາວເພື່ອນ ມິດຈົ່ງມີແຕ່ສັນຕິພາບ ແລະ ຄວາມ ຈະເລີນຮຸ່ງເຮືອງຕະຫລອດໄປ. ໃນໂອກາດດຽວກັນນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ຍັງໄດ້ ຮັບສານຊົມເຊີຍຈາກທ່ານ ອາລີ ອາຊາດອບ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ອາແຊກ ໄບຊານ ແລະ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ ຮັບສານຊົມເຊີຍຈາກທ່ານ ເຈຮຸນ ໄບຣາມົຟ ລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສາທາລະນະລັດ ອາແຊັກໄບຊານ ເນື່ອງໃນໂອກາດ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ເຊັ່ນດຽວກັນ. ຂປລ. ເມື່ອບໍ່ດົນມານີ້, ທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີ ຢູ່ ສປປ ລາວ ຂອງຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຖື ເປັນການປະກອບສ່ວນສໍາຄັນເຂົ້າ ໃນການເສີມຂະຫຍາຍ ແລະ ເພີ່ມ ພູນຄູນສ້າງສາຍພົວພັນ ລາວຫວຽດນາມ; ສອງຝ່າຍໄດ້ຕີລາຄາ ສູງຕໍ່ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານລະຫວ່າງສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຂົງເຂດເຊັ່ນ: ການພັດທະນາເສດຖະ ກິດ, ການສຶກສາ, ສາທາລະນະສຸກ ແລະ ການແກ້ໄຂບັນຫາມໍລະດົກຕົກ ທອດຈາກສົງຄາມ. ສະຫະລັດອາເມລິກາ ຫວັງຈະ ສືບຕໍ່ເຮັດວຽກຮ່ວມມືກັບ ສປປ ລາວ ເພື່ອບັນລຸເປົ້າໝາຍຮ່ວມກັນ ແລະ ສົ່ງເສີມສັນຕິພາບ, ສະຖຽນ ລະພາບ ແລະ ກາລະໂອກາດໃນ ພາກພື້ນນີ້. ຂ້າພະເຈົ້າຂໍອວຍພອນໃຫ້ທ່ານ ສະເຫລີມສະຫລອງດ້ວຍຄວາມ ມ່ວນຊື່ນ ແລະ ອະນາຄົດຈົ່ງເຕັມ ໄປດ້ວຍຄວາມສຳເລັດ ແລະ ຄວາມ ຈະເລີນຮຸ່ງເຮືອງ. ທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ເຊັ່ນດຽວກັນ. ຊາດ ລາວ-ຫວຽດນາມ ທີ່ນັບ ມື້ໄດ້ຮັບການເສີມຂະຫຍາຍທັງ ທາງກວ້າງ ແລະ ລວງເລິກ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນສອງຊາດ. ພ້ອມນັ້ນ, ຍັງໄດ້ຕີລາຄາສູງຕໍ່ການພົວພັນ ຮ່ວມມືລະຫວ່າງຄະນະສັນຕິພາບ ສອງຝ່າຍທີ່ມີກົນໄກການພົວພັນ ຮ່ວມມື, ປະສານງານ, ຖອດຖອນ ບົດຮຽນນຳກັນ, ແລກປ່ຽນຂໍ້ມູນ ຂ່າວສານ, ແລກປ່ຽນທັດສະນະ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ ຊຶ່ງເປັນການປະກອບສ່ວນສ້າງ ສະພາບແວດລ້ອມໃນພາລະກິດ ສັນຕິພາບ, ມິດຕະພາບ ແລະ ການ ຮ່ວມມືໃນພາກພື້ນ ແລະ ສາກົນ. ສະຫາຍ ອວງຈູລຶວ ໄດ້ສະແດງ ຄວາມຂອບໃຈຕໍ່ການຕ້ອນຮັບອັນ ອົບອຸ່ນ ແລະ ແຈ້ງໃຫ້ຊາບເຖິງ ຈຸດປະສົງຂອງການມາຢ້ຽມຢາມ ສປປ ລາວ ແລະ ການເຄື່ອນໄຫວ ໂດຍຫຍໍ້ຂອງຄະນະສັນຕິພາບ ຫວຽດນາມ. ໃນວັນດຽວກັນ, ໄດ້ມີກອງ ປະຊຸມພົບປະສອງຝ່າຍລະຫວ່າງ ຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ແລະ ຄະນະສັນຕິພາບ ຫວຽດນາມ, ຝ່າຍລາວ ນຳໂດຍ ສະຫາຍ ສົມມາດ ພົນເສນາ ກຳມະ ການສູນກາງພັກ, ຮອງປະທານ ສະພາແຫ່ງຊາດ, ປະທານຄະນະ ສັນຕິພາບ ແລະ ສາມັກຄີຂອງລາວ ແລະ ຝ່າຍຫວຽດນາມ ນຳໂດຍ ສະຫາຍ ອວງ ຈູລຶວ ອະດີດກໍາມະ ການສູນກາງພັກ, ອະດີດຮອງ ປະທານສະພາແຫ່ງຊາດ, ປະທານ ຄະນະສັນຕິພາບຫວຽດນາມ. ໃນ ກອງປະຊຸມ, ສອງຝ່າຍໄດ້ແຈ້ງ ສະພາບການພົ້ນເດັ່ນຂອງແຕ່ລະ ປະເທດໃຫ້ກັນຊາບ, ປຶກສາຫາລື, ແລກປ່ຽນບົດຮຽນ, ປະສົບການ ໃນການເຄື່ອນໄຫວວຽກງານສັນຕິ ພາບ, ພ້ອມທັງແລກປ່ຽນຂໍ້ມູນ ແລະ ທັດສະນະກ່ຽວກັບສະພາບການພົ້ນ ເດັ່ນຂອງພາກພື້ນ ແລະ ຂອງໂລກ ທີ່ສອງຝ່າຍສົນໃຈເຮັດໃຫ້ການ ພົບປະມີເນື້ອໃນອຸດົມສົມບູນ ແລະ ມີບັນຍາກາດ. ນອກນັ້ນ, ຄະນະຜູ້ແທນສັນຕິ ພາບຫວຽດນາມ ຍັງໄດ້ຢ້ຽມຢາມ ແລະ ພົບປະກັບການນໍາແຂວງ ວຽງຈັນ, ຊົມສະຖານທີ່ທ່ອງທ່ຽວ ທາງທຳມະຊາດ, ວັດທະນາທຳ, ປະຫວັດສາດ ແລະ ເຂດເສດຖະກິດ ໃນນະຄອນຫລວງວຽງຈັນ ແລະ ແຂວງວຽງຈັນ ຈໍານວນໜຶ່ງ. ພາບ: ຂັນໄຊ ວາງສີລາລືກກໍ່ສ້າງໂຮງແຮມ... ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ນາງ ນິນວັນນາ ວິຈິດວົງສາ ຜູ້ອຳນວຍ ການບໍລິສັດຫາຍວານ ອະສັງຫາ ລິມະຊັບ ຈຳກັດ(ຝ່າຍລາວ) ໄດ້ ກ່າວວ່າ: ໂຄງການກໍ່ສ້າງໂຮງ ແຮມເຄມປິນສະກີ, ອາພາດເມັ້ນ ແລະ ສູນການຄ້າຄົບວົງຈອນ ເປັນ ການລົງທຶນຮ່ວມກັນລະຫວ່າງ ອົງການປົກຄອງນະຄອນຫລວງ ວຽງຈັນ ແລະ ບໍລິສັດຫາຍວານ ອະສັງຫາລິມະຊັບ ຈຳກັດ ມີເນື້ອທີ່ ທັງໜົດ 10.288 ຕາແມັດ ຊຶ່ງການ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມຄະນະລົງຕິດຕາມ ແລະ ຊຸກຍູ້ໂຄງການຟື້ນຟູ ແລະ ບູ ລະນະຮັກສາທາງຫລວງແຫ່ງຊາດ ເລກ 9 ເລີ່ມແຕ່ວົງວຽນໄດໂນເສົາ ນະຄອນໄກສອນ ພົມວິຫານ ຫາ ຊາຍແດນລາວ-ຫວຽດນາມ ເມືອງ ເຊໂປນ ແຂວງສະຫວັນນະເຂດ ເພື່ອ ຕິດຕາມເບິ່ງສະພາບຕົວຈິງຈຸດທີ່ເປ່ ເພເສຍຫາຍຈາກການນໍາໃຊ້ງານທີ່ ຍາວນານ, ການສັນຈອນຂອງລົດ ບັນທຸກທີ່ເພີ່ມຂຶ້ນ. ພ້ອມນີ້, ກໍໄດ້ລົງ ຕິດຕາມການກໍ່ສ້າງຈຸດບໍລິການ ເກັບເງິນຄ່າຜ່ານທາງ ເພື່ອເປັນ ແຫລ່ງທຶນໃນການປັບປຸງສ້ອມແປງ ທາງຫລວງແຫ່ງຊາດເລກ 9 ຕາມ ທິດນະໂຍບາຍຫັນປ່ຽນໃໝ່ຂອງ ລັດຖະບານ ກໍຄື ກະຊວງ ຍທຂ. ໂອກາດນີ້, ທ່ານ ອັກຄະລະ ອິນທະວົງສາ ຫົວໜ້າໂຄງການຟື້ນ ຟູ ແລະ ບູລະນະຮັກສາທາງຫລວງ ແຫ່ງຊາດເລກ 9 ໄດ້ໃຫ້ຮູ້ວ່າ: ປັດຈຸບັນ, ການປັບປຸງສ້ອມແປງ ທາງແມ່ນຢູ່ໃນຂັ້ນຕອນຕາບຈຸດ ທີ່ເປັນຂຸມ ໂດຍການນໍາໃຊ້ກົນຈັກ ທັນສະໄໝ ເພື່ອປັບໜ້າທາງທີ່ບໍ່ ຮາບພຽງ, ປັບລະດັບ ເຄຣຍລິ້ງ ຈຸດ ບໍລິການເກັບເງິນຄ່າຜ່ານທາງດ້ວຍ ລະບົບທັນສະໄໝ ທັງໝົດມີ 4 ຈຸດ: ຈຸດທີ 1: ກມ 25+100 ບ້ານນາ ຈະລີດ ເມືອງອຸທຸມພອນ, ໄລຍະ ທາງຫ່າງຈາກວົງວຽນໄດໂນເສົາ ນະຄອນໄກສອນ ພົມວິຫານ ມີ ຄວາມຍາວ 18.400 ກິໂລແມັດ; ລົງທຶນຈະແບ່ງອອກເປັນ 3 ເຂດຄື: ໂຮງແຮມເຄມປິນສະກີ, ອາພາດ ເມັ້ນ ແລະ ສູນການຄ້າຄົບວົງຈອນ ລົງທຶນໂດຍບໍລິສັດຫາຍວານ ອະ ສັງຫາລິມະຊັບ ຈຳກັດ ມູນຄ່າການ ລົງທຶນໃນເຟດທີ 1 ແມ່ນສ້າງອາ ພາດເມັ້ນ 13 ຊັ້ນ ມູນຄ່າ 23 ລ້ານ ໂດລາສະຫະລັດ, ມີຫ້ອງພັກທັງໝົດ 540 ຫ້ອງ, ຄາດວ່າຈະໃຫ້ສຳເລັດ ການກໍ່ສ້າງໃນເດືອນມິຖຸນາ 2026 ແລະ ຈະສໍາເລັດການຕົບແຕ່ງໃນ ເດືອນທັນວາ 2026 ແລະ ສາມາດ ເຂົ້າຢູ່ໄດ້ໃນເດືອນມີນາ 2027. ສ່ວນໂຄງການກໍ່ສ້າງເຟດທີ 2 ສ້າງໂຮງແຮມເຄມປິນສະກີ ຈະມີ ຫ້ອງພັກ 160 ຫ້ອງ, ອາພາດເມັ້ນ 200 ຫ້ອງ ແລະ ຈະມີສູນການຄ້າ ຄົບວົງຈອນ ມູນຄ່າການລົງທຶນ 25 ລ້ານໂດລາສະຫະລັດ ຊຶ່ງຈະ ເລີ່ມການກໍ່ສ້າງໃນເດືອນພຶດສະພາ 2027 ຄາດວ່າຈະສໍາເລັດການ ກໍ່ສ້າງໃນເດືອນມີນາ 2028 ແລະ ພ້ອມເປີດໃຫ້ບໍລິການໃນເດືອນ ກຸມພາ 2029, ພາຍຫລັງໂຄງການ ດັ່ງກ່າວ ໄດ້ຈັດຕັ້ງປະຕິບັດສຳເລັດ ຈະສາມາດດຶງດູດການທ່ອງທ່ຽວ, ສ້າງວຽກເຮັດງານທຳ ແລະ ສ້າງ ລາຍຮັບໃຫ້ນະຄອນຫລວງວຽງຈັນ ຢ່າງຫລວງຫລາຍ. ຂ່າວ: ກິດຕາ; ພາບ: ເກດສະໜາ ຈຸດທີ 2: ກມ 88+800 ບ້ານບົວຄໍາ ເມືອງອາດສະພັງທອງ, ໄລຍະທາງ ຫ່າງຈາກຈຸດເກັບເງິນທີ 1 ມີຄວາມ ຍາວ 63.700 ກິໂລແມັດ; ຈຸດທີ 3: ກມ 186+450 ບ້ານໜອງກົມ ເມືອງເຊໂປນ ໄລຍະທາງຫ່າງຈາກ ຈຸດເກັບເງິນທີ 2 ມີຄວາມຍາວ 97.650 ກິໂລແມັດ; ຈຸດທີ 4: ກມ 230+625 ບ້ານສະໜູນ ເມືອງເຊ ໂປນ ໄລຍະທາງຫ່າງຈາກຈຸດເກັບ ເງິນທີ 3 ມີຄວາມຍາວ 44.175 ກິໂລແມັດ. ໂຄງການຟື້ນຟູ ແລະ ບູລະນະ ຮັກສາທາງຫລວງແຫ່ງຊາດເລກ 9 ເລີ່ມແຕ່ວົງວຽນໄດໂນເສົາ ນະຄອນ ໄກສອນ ພົມວິຫານ ຫາ ຊາຍແດນ ລາວ-ຫວຽດນາມ ເມືອງເຊໂປນ ແຂວງສະຫວັນນະເຂດ ການອອກ ແບບບູລະນະຮັກສາ ແລະສ້ອມແປງ ນໍາໃຊ້ມາດຕະຖານຕໍ່າສຸດເປັນທາງ ຊັ້ນ III ຮັບນໍ້າໜັກໄດ້ 11 ໂຕນ/ເພົາ, ໜ້າທາງປູອັດສະຟານ ຄວາມໜາ 8-10 ຊັງຕີແມັດ, ໜ້າທາງກວ້າງ 9-12 ແມັດ; ສໍາລັບຈຸດເກັບເງິນ ໜ້າທາງປູດ້ວຍເບຕົງ ຄວາມໜາ 30 ຊັງຕີແມັດ, ໜ້າທາງກວ້າງ 34 ແມັດ; ສໍາລັບເກັບຄ່າບໍລິການ ຜ່ານທາງຫລວງແຫ່ງຊາດເລກ 9 ໂດຍເກັບສະເພາະລົດບັນທຸກ 12 ໂຕນຂຶ້ນໄປ. ໂດຍປະຕິບັດຕາມ ແຈ້ງການຂອງຫ້ອງວ່າການສໍາ ນັກງານນາຍົກລັດຖະມົນຕີ ສະບັບ ເລກທີ 665/ຫສນຍ, ລົງວັນທີ 24 ເມສາ 2025 ເຫັນດີໃຫ້ລັດ ວິສາຫະກິດກໍ່ສ້າງທາງເລກ 8 ເປັນຜູ້ຮັບເໝົາຟື້ນຟູ ແລະ ບູລະນະ ຮັກສາທາງຫລວງແຫ່ງຊາດເລກ 9 ໃນໄລຍະ 10 ປີ. ສໍາລັບງົບປະ ມານນໍາໃຊ້ແມ່ນກະຊວງການເງິນ ຈະສົມທົບກັບກະຊວງໂຍທາທິການ ແລະ ຂົນສົ່ງ ຊຶ່ງໄດ້ຈາກການເກັບ ເງິນຄ່າບໍລິການຜ່ານທາງດັ່ງກ່າວ, ທີ່ນໍາໃຊ້ລະບົບເກັບເງິນແບບທັນ ສະໄໝຂອງກອງທຶນທາງ ໂດຍ ຜ່ານທະນາຄານ ແລ້ວຈ່າຍຄືນໃຫ້ ລັດວິສາຫະກິດກໍ່ສ້າງທາງເລກ 8. ຂ່າວ: ກະຊວງ ຍທຂ
10/12/2025 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ຕໍ່ຈາກສະບັບກ່ອນ ຕໍ່ຈາກສະບັບກ່ອນ ປະທານ ໜູຮັກ ພູມສະຫວັນ (ຜູ້ທີ ) ປະທານ ຄຳໄຕ ສີພັນດອນ (ຜູ້ທີ 2) ປະທານ ສຸພານຸວົງ (ຜູ້ທີ ) ປະທານ ໄກສອນ ພົມວິຫານ (ຜູ້ທີ 4) ນັບຈາກຊ້າຍຫາຂວາ ບົດສະເໜີ 50 xu dkoIj ;,,n ]k;{9u o c|h oc2h oltmh vo7;k,leg]a f9kd]k;l6j lkdq o ໂດຍ ເກີດຂວັນªຈ ມາລີຈັນສີ ຄຳຖາມ2: ອີກບໍ່ດົນ ພວກເຮົາ ຈະຕ້ອນຮັບວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ. ຕະຫລອດ ໄລຍະ50ປີມາ ພາຍໃຕ້ການນຳພາ ຂອງພັກປະຊາຊົນປະຕິວັດລາວ, ເສດຖະກິດ-ສັງຄົມ ແລະ ຊີວິດການ ເປັນຢູ່ຂອງປະຊາຊົນລາວ ໄດ້ເກີດ ມີການປ່ຽນແປງຢ່າງໃຫຍ່ຫລວງ, ຂໍໃຫ້ທ່ານແນະນຳໂດຍຫຍໍ້ກ່ຽວ ກັບໝາກຜົນທີ່ລາວໄດ້ຮັບໃນການ ພັດທະນາຕະຫລອດໄລຍະ 50 ປີ ມານີ້ ສຳລັບຜົນສຳເລັດອັນໃຫຍ່ ຫລວງທີ່ສຸດພາຍຫລັງປະເທດຊາດ ໄດ້ຮັບການປົດປ່ອຍ ພວກເຮົາລ້ວນ ແຕ່ໄດ້ຫວນຄືນວ່າ ການສະຖາປະ ນາ ສປປ ລາວ ແມ່ນໝາກຜົນແຫ່ງ ໄຊຊະນະໃນການຕໍ່ສູ້ ດ້ວຍຄວາມ ທໍລະຫົດອົດທົນ ແລະ ເສຍສະລະ ອັນໃຫຍ່ຫລວງ ໃນຫລາຍທົດສະ ວັດພາຍໃຕ້ການນຳພາອັນຖືກຕ້ອງ ຂອງພັກປະຊາຊົນລາວໃນເມື່ອ ກ່ອນ ກໍຄືພັກປະຊາຊົນປະຕິວັດ ລາວໃນປັດຈຸບັນ ບວກກັບຄວາມ ສາມັກຄີ ບວກກັບການຊ່ວຍເຫລືອ ສະໜັບສະໜູນຂອງເພື່ອນມິດສາ ກົນທັງໃກ້ ແລະ ໄກ ອັນສຳຄັນແມ່ນ ພາຍຫລັງປະເທດຊາດໄດ້ຮັບການ ປົດປ່ອຍພວກເຮົາສາມາດເປັນ ປະເທດທີ່ມີຄວາມເປັນເອກະລາດ ຢ່າງສົມບູນ ປະຊາຊົນລາວບັນດາ ເຜົ່າໄດ້ມີສິດເສລີພາບທີ່ແທ້ຈິງ ປະເທດຊາດໄດ້ຮັບການພັດທະນາ ຢ່າງໃຫຍ່ຫລວງຮອບດ້ານ,ໃບໜ້າ ຂອງປະເທດຊາດມີການປ່ຽນແປງ ຢ່າງໃຫຍ່ຫລວງຮອບດ້ານ ໂດຍ ສະເພາະພາຍຫລັງພັກປະຊາຊົນ ປະຕິວັດລາວ ໄດ້ວາງແນວທາງ ປ່ຽນແປງໃໝ່ໃນປີ 1986 ເປັນຕົ້ນ ມາ ເສດຖະກິດ-ສັງຄົມຂອງພວກ ເຮົາໄດ້ຮັບການພັດທະນາຢ່າງຕໍ່ ເນື່ອງ, ການສະເລ່ຍເພີ່ມຂຶ້ນຄືພວກ ເຮົາເຫັນນຳກັນແຕ່ລະປີປະມານ 5 ອັນສໍາຄັນແມ່ນຊີວິດການເປັນ ຢູ່ຂອງປະຊາຊົນມີການປ່ຽນແປງ ຍິ່ງກວ່ານັ້ນ ແມ່ນພວກເຮົາສາມາດ ຮັກສາໄດ້ສະຖຽນລະພາບທາງ ດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ມີຄວາມ ສາມັກຄີປຸ້ມລຸມປອງດອງ ແລະ ວັດ ທະນະທຳສັງຄົມຂອງຊາດໄດ້ຮັບ ການຟື້ນຟູ, ຖານະຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ໄດ້ຮັບການຍົກສູງຂຶ້ນ ປັດຈຸບັນ ພວກເຮົາໄດ້ມີການພົວພັນກັບ 151 ປະເທດ, ມີການພົວພັນດ້ານພັກກັບ 145 ພັກການເມືອງໃນ 80 ກວ່າ ປະເທດ. ພ້ອມກັນນັ້ນ, ພວກເຮົາກໍ ໄດ້ເປັນສະມາຊິກຂອງອົງການຈັດ ຕັ້ງສາກົນຫລາຍກວ່າ 40 ອົງການ ຫລ້າສຸດໃນເດືອນກັນຍາຜ່ານມາ ນີ້ ສປປ ລາວ ກໍໄດ້ຮັບເຂົ້າເປັນປະ ເທດຜູ້ສັງເກດການຂອງອົງການ ຮ່ວມມືຊຽງໄຮ້ ອັນນີ້ສະແດງໃຫ້ ເຫັນວ່າ ອັນໜຶ່ງທີ່ພວກເຮົາໄດ້ຮັບ ຜົນສຳເລັດອັນໃຫຍ່ຫລວງໃນດ້ານ ການປົກປັກຮັກສາ ແລະ ພັດທະນາ ປະເທດຊາດ. ພ້ອມກັນນັ້ນ, ການ ເຄື່ອນໄຫວສາກົນນັບມື້ໄດ້ຮັບການ ເປີດກວ້າງ ພວກເຮົາມີເພື່ອນມິດ ເຮັດໃຫ້ປະເທດຊາດມີຄວາມສະ ຫງົບໂດຍພື້ນຖານ ອັນນີ້ຈະແຈ້ງ ທີ່ສຸດ ແລະ ເມື່ອທຽບກັບກ່ອນໜ້າ ນັ້ນພວກເຮົາຊາບຊຶ້ງຍິນດີນຳກັນ ວ່າພາຍໃຕ້ການນຳພາຂອງພັກ ການເຂົ້າຮ່ວມຂອງປະຊາຊົນລາວ ໃນທົ່ວສັງຄົມ ທັງໄດ້ຮັບການຊ່ວຍ ເຫລືອຈາກປະເທດເພື່ອນມິດທາງ ໃກ້ທາງໄກ ອັນນັ້ນລະເຮັດໃຫ້ປະ ເທດຊາດພວກເຮົາມີການປ່ຽນ ແປງໃບໜ້າໃໝ່ ທີ່ພວກເຮົາສາ ມາດເວົ້າໄດ້ວ່າໃນເຄິ່ງສະຕະວັດ ຜ່ານມາ ພວກເຮົາໄດ້ສ້າງພື້ນຖານ ອັນໜັກແໜ້ນຫລາຍດ້ານທີ່ມີລັກ ສະນະພົ້ນເດັ່ນ ເພື່ອສືບຕໍ່ນຳພາ ປະເທດຊາດກ້າວຂຶ້ນສູ່ຈຸດໝາຍທີ່ ປະເທດຊາດ ທີ່ພັກເຮົາໄດ້ວາງໄວ້ ຄືແນວນັ້ນ. ຄຳຖາມ3: ທ່ານຕີລາຄາແນວ ໃດຕໍ່ການພົວພັນ ແລະ ການຮ່ວມມື ຮອບດ້ານລະຫວ່າງ ສປປ ລາວ ກັບ ສປ ຈີນ ນັບແຕ່ສ້າງຕັ້ງປະເທດ ລາວ ໃນ 50 ປີມານີ້ ເວົ້າລວມປະເທດລາວ ແລະ ຈີນ ມີການພົວພັນຮ່ວມມືມິດຕະພາບ ນຳກັນມາຍາວນານ ສອງປະເທດ ເປັນບ້ານໃກ້ເຮືອນຄຽງ ມີແມ່ນ້ຳ ສາຍພູຕິດຈອດກັນ, ແຕ່ອັນສຳຄັນ ແມ່ນມີຊາຕາກຳຮ່ວມກັນ ພວກເຮົາ ເຄີຍໃຫ້ການຊ່ວຍເຫລືອເຊິ່ງກັນ ແລະ ກັນໃນໄລຍະຕໍ່ສູ້ກູ້ຊາດ ແຕ່ ພາຍຫລັງປະເທດຊາດໄດ້ຮັບການ ປົດປ່ອຍການພົວພັນຮ່ວມມືມິດຕະ ພາບລະຫວ່າງສອງປະເທດໄດ້ຮັບ ການເພີ່ມພູນຄູນສ້າງນັບມື້ນັບເຂົ້າ ສູ່ລວງເລິກ ແລະ ມີລະດັບທີ່ສູງ ກວ່າເກົ່າ ກາຍເປັນຄູ່ຮ່ວມມືຮອບ ອ່ານຕໍ່ສະບັບໜ້າ -u ;y f c]t rk]tdy fxt8y ;a f 0v'xtmko wdlvo rq ,;y sko ວັນທີ 27 ກຸມພາ 1948 ສູນ ກາງພັກກອມມູນິດອິນດູຈີນ ໄດ້ຕົກ ລົງສ້າງຕັ້ງກອງຕະລຸມບອນເຂດ ລາວເໜືອ ແລະ ປະທານ ໄກສອນ ພົມວິຫານ ໄດ້ຖືກມອບໝາຍໃຫ້ ເປັນຫົວໜ້າກອງຕະລຸມບອນ ເຮັດ ໜ້າທີ່ກໍ່ສ້າງຮາກຖານການເມືອງ, ຈັດຕັ້ງກອງກໍາລັງປະກອບອາວຸດ, ສ້າງຖານທີ່ໝັ້ນທໍາອິດຂອງການ ປະຕິວັດຢູ່ເຂດຕາເວັນອອກສ່ຽງ ເໜືອຂອງລາວ ໂດຍເອົາບໍລິເວນ ລາວຮຸ່ງ, ພຽງສາ, ມອງນ້ໍາ, ຜາ ຫລວງຂອງເມືອງຊຽງຄໍ້, ແຂວງ ຫົວພັນ ເປັນໃຈກາງເຄື່ອນໄຫວ ປະຕິວັດ ສ້າງຮາກຖານປະຊາຊົນ, ສ້າງອໍານາດການປົກຄອງໃໝ່, ທັງສູ້ຮົບທັງຂົນຂວາຍທະຫານ ສັດຕູທັງຈັດຕັ້ງທະຫານລາດກອງ ຫລອນ ແລະ ຕ້ານການກວາດລ້າງ ຂອງສັດຕູ. ຍ້ອນໄດ້ຜ່ານການຝຶກຝົນທົດ ສອບຢ່າງລະອິດລະອ້ຽວໃນຂະ ບວນການປະຕິວັດ, ໃນວັນທີ 6 ມັງກອນ 1949 ປະທານ ໄກສອນ ພົມວິຫານ ໄດ້ສະໝັກເຂົ້າເປັນ ສະມາຊິກພັກກອມມູນິດອິນດູຈີນ ແລະ ໃນວັນທີ 28 ກໍລະກົດ 1949 ໄດ້ຖືກຮັບເປັນສະມາຊິກສົມບູນ ຂອງພັກ. ຕັ້ງແຕ່ນັ້ນມາ ປະທານ ໄກສອນ ພົມວິຫານ ໄດ້ກ້າວເດີນ ບົນເສັ້ນທາງ ອັນສະຫວ່າງສະໄຫວ ຂອງການປະຕິວັດຕາມລັດທິມາກເລນິນ ດ້ວຍຄວາມເຊື່ອໝັ້ນອັນ ໜັກແໜ້ນ ແລະ ດ້ວຍມານະຈິດ (ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, 13 ທັນາວາ 1920-13 ທັນວາ 2025) ຊວງປ້ອງກັນຊາດ ແລະ ເປັນຜູ້ບັນ ຊາການກອງທັບ, ປະທານ ໄກສອນ ພົມວິຫານ ໄດ້ສຸມກຳລັງກາຍ, ກຳລັງໃຈໃສ່ບັນດາວຽກງານທີ່ ສຳຄັນຄື: ກໍ່ສ້າງ ແລະ ຂະຫຍາຍ ກຳລັງປະກອບອາວຸດ, ປຸກລະດົມ ຂະບວນການສົງຄາມກອງຫລອນ ຕ້ານການກວາດລ້າງ, ປັບປຸງ ແລະ ຂະຫຍາຍຖານທີ່ໝັ້ນການປະຕິວັດ, ຊີ້ນຳບັນດາບັ້ນຮົບໂຈມຕີຕ່າງt ລວມທັງຂຶ້ນບຸກໂຈມຕີແນວປ້ອງ ກັນນ້ຳອູຂອງສັດຕູ, ປະກອບສ່ວນ ເຂົ້າໃນໄຊຊະນະດຽນບຽນຟູ ຂອງ ຫວຽດນາມ, ກະກຽມໃຫ້ແກ່ການ ສ້າງຕັ້ງພັກປະຕິວັດລາວ. ວັນທີ 22 ມີນາ ປີ 1955, ປະທານ ໄກສອນ ພົມວິຫານ ໄດ້ພ້ອມກັບ ບັນດາສະຫາຍສະມາຊິກພັກກອມ ມູນິດອິນດູຈີນ ທີ່ເປັນຄົນລາວ ສ້າງ ຕັ້ງພັກປະຊາຊົນລາວ ແລະ ເພິ່ນໄດ້ ຮັບເລືອກຕັ້ງໃຫ້ເປັນເລຂາທິການ ຄະນະຊີ້ນຳສູນກາງພັກປະຊາຊົນ ລາວ ທັງເປັນເລຂາທິການຄະນະ ພັກທະຫານສູນກາງ ແລະ ເປັນຜູ້ ບັນຊາການສູງສຸດ ບັນດາກຳລັງ ປະກອບອາວຸດ. ປີ 1955-1957 ປະທານ ໄກສອນ ພົມວິຫານ ໄດ້ ຊີ້ນຳການຕໍ່ສູ້ປົກປັກຮັກສາສອງ ແຂວງເຕົ້າໂຮມຫົວພັນ-ຜົ້ງສາລີ, ຊີ້ນຳການຕໍ່ສູ້ຂອງປະຊາຊົນໃນ 10 ແຂວງ ຂອງລາຊະອານາຈັກ ແລະ ຊີ້ນຳການຕໍ່ສູ້ການເມືອງ ໃນ ການເຈລະຈາກັບລາຊະອານາຈັກ. ປີ 1959-1962 ປະທານ ໄກສອນ ພົມວິຫານ ພ້ອມປະທານ ຄຳໄຕ ສີພັນດອນ ໄດ້ອອກຈາກວຽງຈັນ ໄປເຂດທີ່ໝັ້ນຊຳເໜືອ ເພື່ອຊີ້ນຳ ການຫັນທິດການຕໍ່ສູ້, ຊີ້ນຳກອງພັນ ທີສອງປະເທດລາວ ຕີຜ່າວົງປິດ ລ້ອມຂອງສັດຕູ, ຊີ້ນຳການອອກ ຈາກຄຸກຂອງ ປະທານ ສຸພານຸວົງ ແລະຜູ້ນຳອື່ນt, ຊີ້ນຳການປົດປ່ອຍ ຊຳເໜືອ ແລະ ການລຸກຮືຂຶ້ນຂອງ ປະຊາຊົນໃນແຫ່ງຕ່າງt, ຊີ້ນຳການ ປະຕິວັດແນວໂຮມລະຫວ່າງກຳ ລັງປະຕິວັດກັບກຳລັງເປັນກາງ, ຊີ້ ນຳການປົດປ່ອຍເຂດຍຸດທະສາດ ທົ່ງໄຫຫີນ-ຊຽງຂວາງ ແລະ ຊີ້ນຳ ບັ້ນຮົບຫລວງນ້ຳທາ. ປີ 19641967 ປະທານ ໄກສອນ ພົມວິຫານ ໄດ້ຊີ້ນຳການສ້າງເຂດປົດປ່ອຍໃຫ້ ກາຍເປັນຖານທີ່ໝັ້ນການປະຕິວັດ ອັນໝັ້ນຄົງ ຕາມລັກສະນະຂອງລັດ ໜຶ່ງທີ່ເປັນເຈົ້າຕົນເອງ ເພື່ອສ້າງ ເປັນບ່ອນອີງໃນການຕໍ່ສູ້ອັນຍາວ ນານ, ຊີ້ນຳບັ້ນເຄື່ອນໄຫວຂົນຂວາຍ ກອງປຸ້ນ ດ້ວຍທິດນຳສາມດ້ານຄື: ເອົາການເມືອງເປັນພື້ນຖານ, ເອົາ ການທະຫານໜູນໜີບ, ເສດຖະກິດ ເປັນໄມ້ງັດ. ພ້ອມກັນນັ້ນ, ກໍປຸກ ລະດົມມະຫາຊົນຍິງຍົນສັດຕູ. ປີ 1968-1970 ປະທານ ໄກສອນ ໄດ້ຊີ້ນຳບັ້ນຮົບປົດປ່ອຍນ້ຳບາກ, ບັ້ນຮົບປົດປ່ອຍຜາຖີ່, ຊີ້ນຳການ ໂຈນຕີກູ້ເອົາບໍລິເວນທົ່ງໄຫຫີນ ຊຽງຂວາງຄືນ ແລະ ຊີ້ນຳການທັບ ມ້າງແຜນການຍຸດທະສາດປີນຂັ້ນ ໄດສົງຄາມພິເສດຂອງສັດຕູ. ປີ 1971-1973 ປະທານ ໄກສອນ ໄດ້ຊີ້ນຳບັ້ນຮົບທັບມ້າງຍຸດທະສາດ ປີນຂັ້ນໄດສົງຄາມພິເສດລະດັບສູງ ຂອງສັດຕູ ແລະ ຊີ້ນຳການສ້າງ ສັນຕິພາບ ປະຕິບັດຄວາມຖືກຕ້ອງ ປອງດອງເທື່ອທີ 3 ຢູ່ປະເທດເຮົາ. 1974-1975 ປະທານ ໄກສອນ ພົມວິຫານ ໄດ້ຊີ້ນຳການເສີມຂະ ຫຍາຍກຳລັງແຮງສັງລວມ ແລະ ທ່າສະໜາມຂອງສາມເຂດ (ເຂດ ປົດປ່ອຍ, ເຂດຝ່າຍກົງກັນຂ້າມ, ເຂດເປັນກາງ) ສົມທົບລະຫວ່າງ ການຕໍ່ສູ້ການເມືອງ, ການທະຫານ ໜູນໜີບ ແລະ ດ້ານກົດໝາຍ ເພື່ອ ບັງຄັບໃຫ້ຝ່າຍກົງກັນຂ້າມ ຕ້ອງ ປະຕິບັດສັນຍາວຽງຈັນ, ສ້າງທ່າ, ສ້າງກຳລັງໃໝ່ ເພື່ອສຳເລັດການ ປະຕິວັດຊາດ ປະຊາທິປະໄຕ ຢູ່ ປະເທດເຮົາ. ເດືອນ 5-12/1975 ປະທານ ໄກສອນ ໄດ້ຊີ້ນຳການ ປຸກລະດົມທົ່ວປວງຊົນ ລຸກຮືຂຶ້ນ ຢຶດອຳນາດການປົກຄອງໃນທົ່ວ ປະເທດ ດ້ວຍ 3 ບາດຄ້ອນຍຸດທະ ສາດ, ສົມທົບກັບການຕໍ່ສູ້ດ້ານ ກົດໝາຍ ເພື່ອຍາດເອົາໄຊຊະນະ ຂັ້ນພື້ນຖານໃນໄລຍະສັ້ນ. ວັນທີ 1-2/12/1975 ໃນກອງປະຊຸມ ໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ໄດ້ປະກາດລົບລ້າງລະບອບລາຊາ ທິປະໄຕ ແລະ ສະຖາປະນາ ສປປ ລາວ, ປະທານ ໄກສອນ ພົມວິຫານ ໄດ້ຮັບເລືອກຕັ້ງເປັນປະທານສະພາ ລັດຖະມົນຕີແຫ່ງ ສປປ ລາວ. ສັງລວມແລ້ວ,ປະທານໄກສອນ ພົມວິຫານ ແມ່ນນັກຮັກຊາດຜູ້ຍິ່ງ ໃຫຍ່, ແມ່ນລູກຜູ້ປະເສີດຂອງປະ ຊາຊົນລາວບັນດາເຜົ່າ, ແມ່ນນັກ ປະຕິວັດຜູ້ດີເລີດ, ເພິ່ນເປັນຜູ້ນໍາ ສູງສຸດຂອງການປະຕິວັດລາວ ທີ່ ມີຄວາມປີຊາສາມາດ, ມີຄວາມ ສະຫລາດຫລັກແຫລມ, ມີໄຫວພິບ ອັນແຫລມຄົມ ແລະ ມີນ້ໍາໃຈຕໍ່ສູ້ ເດັດດ່ຽວໜຽວແໜ້ນ, ເປັນຜູ້ນໍາ ທີ່ແສນເຄົາລົບຮັກຂອງພັກ, ລັດ ແລະ ປະຊາຊົນ ແລະ ເປັນວິລະບຸ ລຸດຂອງຊາດລາວເຮົາ. ດ້ານໝັ້ນຄົງຍາວນານຕາມທິດ ສີ່ດີຖືເປັນລະຫັດອັນໜຶ່ງທີ່ພວກເຮົາ ມີຄວາມພູມໃຈນັ້ນກໍຄື: ບ້ານໃກ້ ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະ ຫາຍທີ່ດີ ແລະ ຄູຮ່ວມທີ່ດີ; ຈາກ ຄູ່ຮ່ວມມືຮອບດ້ານໝັ້ນຄົງຍາວ ນານ ກາຍເປັນຄູ່ຮ່ວມຊາຕາກຳ ໃນປີ 2019 ຜ່ານມາ ໂດຍເລຂາທິ ການໃຫຍ່ຂອງສອງພັກກໍໄດ້ເຊັນ ຂໍ້ຕົກລົງວ່າດ້ວຍການສ້າງແຜນ ແມ່ບົດຄູ່ຮ່ວມຊາຕາກຳນຳກັນ. ຄູ່ ຮ່ວມຊາຕາກຳດັ່ງກ່າວນັ້ນໄດ້ຮັບ ການພັດທະນາ ແລະ ໄດ້ນຳເອົາຜົນ ປະໂຫຍດຕົວຈິງນັບມື້ນັບຫລາຍ ຂຶ້ນມາໃຫ້ແກ່ປະຊາຊົນສອງຊາດ ພວກເຮົາ ແລະ ມາເຖິງປັດຈຸບັນນີ້ ພວກເຮົາກຳລັງຢູ່ໃນໄລຍະການ ຈັດຕັ້ງປະຕິບັດແຜນແມ່ບົດ ປີ 2024-2028 ນີ້ໄດ້ສະແດງໃຫ້ ເຫັນວ່າ ການພົວພັນຮ່ວມມືລະ ຫວ່າງສອງປະເທດພວກເຮົານັບ ມື້ນັບໄດ້ຮັບການພັດທະນາຂຶ້ນສູ່ ລະດັບສູງ ດັ່ງທີ່ສະຫາຍເລຂາທິ ການໃຫຍ່ ທອງລຸນ ສີສຸລິດ ເພິ່ນ ໄດ້ເນັ້ນຢ້ຳໃນເວລາພົບປະກັບສະ ຫາຍເລຂາທິການໃຫຍ່ ສີຈິ້ນຜິງ ວ່າ: ການພົວພັນຮ່ວມມືລະຫວ່າງ ສອງປະເທດແມ່ນຢູ່ໃນໄລຍະທີ່ດີ ທີ່ສຸດໃນປະຫວັດສາດ ແລະ ນຳເອົາ ຜົນປະໂຫຍດນັບມື້ນັບຫລາຍຂຶ້ນ ມາສູ່ປະຊາຊົນສອງຊາດ ແລະ ພາ ລະກິດການສ້າງສາພັດທະນາຢູ່ໃນ ສອງປະເທດພວກເຮົາ. ຄຳຖາມ4 : ໃນກອງປະຊຸມຄົບ ຄະນະຄັ້ງທີ 4 ສະໄໝທີ 20 ສູນ ກາງພັກກອມມູນິດຈີນ ໄດ້ມີຂໍ້ສະ ເໜີໄປຍັງການວາງແຜນການພັດ ທະນາເສດຖະກິດ-ສັງຄົມແຫ່ງ ຊາດ 5 ປີຄັ້ງທີ 15 ຂອງຈີນ, ທ່ານສົນໃຈຕໍ່ດ້ານໃດທີ່ລະບຸໄວ້ ໃນແຜນການ 5 ປີຄັ້ງທີ 15 ທີ່ຈະ ວາງອອກ ແລະ ປະຕິບັດໃນອີກບໍ່ ດົນນີ້ ສຳລັບແຜນພັດເສດຖະກິດ-ສັງ ຄົມ 5 ປີ ຄັ້ງທີ 15 ຂອງຈີນນີ້ ເວົ້າ ຄວາມຈິງແລ້ວເປັນແຜນການທີ່ມີ ລັກສະນະວິທະຍາສາດ ອັນທີໜຶ່ງ ຂ້າພະເຈົ້າໄດ້ສຶກສາເບິ່ງແລ້ວວ່າ ແຜນພັດທະນາເສດຖະກິດ-ສັງຄົມ ຂອງຈີນເທື່ອນີ້ ແນ່ນອນແມ່ນແຜນ ການທີ່ສືບເນື່ອງມາຈາກແຜນພັດ ທະນາເສດຖະກິດ ຄັ້ງທີ 14 ແຕ່ອັນ ສຳຄັນແມ່ນໄດ້ກຳນົດຍຸດທະສາດ ໃນການນຳເອົາປະເທດຈີນ ໃຫ້ໄປ ສູ່ການບັນລຸໃນການສ້າງສັງຄົມນິ ຍົມທີ່ທັນສະໄໝໂດຍພື້ນຖານ ໃນປີ 2035 ອັນນີ້ລະແມ່ນຄາດໝາຍສູ້ ຊົນທີ່ສຳຄັນ, ໃນສະພາບແວດລ້ອມ ຂອງໂລກປັດຈຸບັນນີ້ເສດຖະກິດ ບໍ່ມີຄວາມໝັ້ນທ່ຽງ ມີຫລາຍປັດ ໄຈສະຫລັບຊັບຊ້ອນຄາດຄະເນໄດ້ ຍາກ, ແຕ່ການວາງກຳນົດຍຸດທະ ສາດ ແລະ ກໍານົດຈຸດສູ້ຊົນທີ່ມີລັກ ສະນະຕໍ່ເນື່ອງຄືດັ່ງກ່າວນັ້ນ ມັນໄດ້ ສ້າງຄວາມປະທັບໃຈ, ສ້າງຄວາມ ເຊື່ອໝັ້ນໃຫ້ແກ່ວົງຄະນາຍາດສາ ກົນ, ການພັດທະນາທັງໂລກ, ເພາະ ເສດຖະກິດຂອງຈີນ ປະກອບສ່ວນ ເຂົ້າ 30 ຕໍ່ການຂະຫຍາຍຕົວ ເສດຖະກິດໂລກ. ສະນັ້ນ, ຈຶ່ງແມ່ນ ແຮງຂັບເຄື່ອນໜຶ່ງ ແລະ ສ້າງ ຄວາມຫວັງໃຫ້ແກ່ສາກົນວ່າການ ພັດທະນາຂອງຈີນບໍ່ພຽງມີຄວາມ ໝາຍສໍາຄັນໃຫ້ແກ່ປະເທດຈີນເທົ່າ ນັ້ນ, ແຕ່ຍັງມີຄວາມສໍາຄັນຕໍ່ສາກົນ ແລະ ໂລກອີກດ້ວຍ. ຈາກບ່ອນຄິດ ວ່າມັນໄດ້ສ້າງກາລະໂອກາດໃໝ່ ຕົວຈິງໃຫ້ແກ່ຫລາຍປະເທດ ນັບ ທັງ ສປປ ລາວ ພວກເຮົາໃນການ ຮຽນຮູ້, ການສຶກສາ ແລະ ຍາດ ເອົາກາລະໂອກາດທີ່ຈະຮ່ວມມືໃນ ໄລຍະໃໝ່. ອັນແນ່ວແນ່ ໂດຍບໍ່ຫວັ່ນໄຫວ ຄອນແຄນຕໍ່ສິ່ງທ້າທາຍທົດສອບ ໃດt ແລະ ບໍ່ທໍ້ຖອຍຍອມຈໍານົນ ຕໍ່ຄວາມຫຍຸ້ງຍາກ ແລະ ໄພຂົ່ມຂູ່ ໃດtທັງສິ້ນ. ວັນທີ 20 ມັງກອນ 1949 ປະທານ ໄກສອນ ພົມວິຫານ ໄດ້ ປະກາດສ້າງຕັ້ງກອງທັບລາວອິດ ສະຫລະຂຶ້ນ ແລະ ເພິ່ນໄດ້ຖືກແຕ່ງ ຕັ້ງເປັນຜູ້ບັນຊາການກອງທັບລາວ ອິດສະຫລະ ເຊິ່ງເປັນກຳລັງປະ ກອບອາວຸດປະຕິວັດ ທີ່ຢູ່ພາຍໃຕ້ ການນຳພາໂດຍກົງແລະຮອບດ້ານ ຂອງພັກ. ເດືອນສິງຫາ 1950 ໃນ ກອງປະຊຸມໃຫຍ່ແນວລາວຕໍ່ຕ້ານ ທົ່ວປະເທດ ປະທານ ໄກສອນ ພົມວິຫານ ໄດ້ຮັບເລືອກຕັ້ງເປັນ ກຳມະການໃນຄະນະກຳມະການ ສູນກາງແນວລາວອິດສະຫລະ ແລະ ເປັນລັດຖະມົນຕີວ່າການກະ ຊວງປ້ອງກັນຊາດຂອງລັດຖະບານ ລາວຕໍ່ຕ້ານ. ເດືອນກຸມພາ 1951 ໃນກອງປະຊຸມໃຫຍ່ ຄັ້ງທີ II ຂອງ ພັກກອມມູນິດອິນດູຈີນ ທີ່ຫວຽດ ນາມ, ປະທານ ໄກສອນ ພົມວິຫານ ໄດ້ຮັບເລືອກຕັ້ງໃຫ້ໄປຮ່ວມ ແລະ ກອງປະຊຸມໄດ້ມີມະຕິຈັດຕັ້ງພັກ ຕ່າງຫາກໃຫ້ແກ່ຫວຽດນາມ, ລາວ ແລະ ຂະແມ, ປະທານ ໄກສອນ ໄດ້ ຮັບມອບໝາຍຈາກກອງປະຊຸມໃຫ້ ມາສ້າງຕັ້ງພັກປະຊາຊົນລາວ. ໃນຊຸມປີ 1952-1954 ໃນຖາ ນະເປັນລັດຖະມົນຕີວ່າການກະ
RkJQdWJsaXNoZXIy MTc3MTYxMQ==