ຍອດມູນຄ່າ ການຄ້າໂລກ ຈະບັນລຸ ຫລາຍກວ່າ 35.000 ຕື້ໂດລາສະຫະລັດ ໃນປີນີ້

10/12/2025 12:11
ຂປລ ຄວາມເຄັ່ງຕຶງ ທາງດ້ານພູມສາດການເມືອງ, ຄວາມຕ້ອງການຂອງໂລກ ບໍ່ມີຄວາມດຸນດ່ຽງ, ຕົ້ນທຶນການຄ້າ ເພີ່ມ ຂຶ້ນ ແລະ ປັດໄຈອື່ນໆ, ແຕ່ການຄ້າທົ່ວໂລກ ຍັງໄດ້ຮັກສາການເຕີບໂຕໃນ 6 ເດືອນທ້າຍປີ 2025, ຍອດມູນຄ່າການຄ້າ ໝົດປີ ອາດຈະ ຫລາຍກວ່າ 35.000 ຕື້ໂດລາສະຫະລັດ ເປັນຄັ້ງທຳອິດ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ກອງປະຊຸມການຄ້າ ແລະ ການພັດທະນາ ຂອງອົງການ ສະຫະ ປະຊາຊາດ(ສປຊ) ໄດ້ເຜີຍແຜ່ ບົດລາຍງານ ສະບັບຫລ້າສຸດ ໃນວັນທີ 9 ທັນວານີ້ ໃຫ້ຮູ້ ວ່າ: ເຖິງວ່າ ໄດ້ຮັບຜົນກະທົບ ຈາກປັດໄຈ ຕ່າງໆເຊັ່ນ: ຄວາມເຄັ່ງຕຶງ ທາງດ້ານພູມສາດການເມືອງ, ຄວາມຕ້ອງການຂອງໂລກ ບໍ່ມີຄວາມດຸນດ່ຽງ, ຕົ້ນທຶນການຄ້າເພີ່ມຂຶ້ນ ແລະ ປັດໄຈອື່ນໆ, ແຕ່ການ ຄ້າທົ່ວໂລກ ຍັງໄດ້ຮັກສາການເຕີບໂຕໃນ 6 ເດືອນທ້າຍປີ 2025, ຍອດມູນຄ່າການຄ້າໝົດປີ ອາດຈະ ຫລາຍກວ່າ 35.000 ຕື້ໂດລາສະຫະລັດ ເປັນຄັ້ງທຳອິດ. ບົດລາຍງານ ໄດ້ສະແດງ ໃຫ້ເຫັນວ່າ: ການຄ້າທົ່ວໂລກ ໃນໄຕມາດທີ 3 ຂອງປີ 2025 ໄດ້ເພີ່ມຂຶ້ນ 2,5% ເມື່ອທຽບໃສ່ ໄຕມາດທີ 2. ຄາດວ່າ ໃນໄຕມາດທີ 4 ປີນີ້ ການຄ້າທົ່ວໂລກ ຈະເຕີບໂຕ ຢ່າງຕໍ່ເນື່ອງ, ແຕ່ຈັງຫວະ ການເຕີບໂຕ ຈະຊ້າ ລົງ. ຍອດມູນຄ່າ ການຄ້າໝົດປີ ອາດຈະເພີ່ມຂຶ້ນ ປະມານ 7% ເມື່ອທຽບໃສ່ປີ 2024, ໃນນັ້ນ ການຄ້າສິນຄ້າ ທີ່ຈັບຕ້ອງໄດ້ ຄາດວ່າ ຈະເພີ່ມຂຶ້ນ 1.500 ຕື້ໂດລາສະຫະລັດ, ການຄ້າການບໍລິການ ຄາດ ວ່າ ຈະເພີ່ມຂຶ້ນ 750 ຕື້ໂດລາສະຫະລັດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top