ກຳປູເຈຍ ຈະທົດລອງ ປະຕິບັດນະໂຍບາຍ ຍົກເວັ້ນວີຊາ ຕໍ່ພົນລະເມືອງຈີນໃນປີໜ້າ

04/12/2025 14:30
ຂປລ ລັດ​ຖະ​ບານ ​ກຳ​ປູ​ເຈຍ ​ໄດ້​ເປີດ​ເຜີຍ​ ເອ​ກະ​ສານ​ທາງ​ການ​ວ່າ ຈະ​ທົດລອງ​ປະ​ຕິ​ບັດ​ນະ​ໂຍ​ບາຍ ​ຍົກ​ເວັ້ນ​ວີຊາ ​ຕໍ່​ພົນ​ລະ​ເມືອງ​ຈີນ​ ໃນ​ໄລ​ຍະ​ວັນ​ທີ 15 ມິ​ຖຸ​ນາ​ ຫາ​ວັນ​ທີ 15 ຕຸ​ລາ​ປີ 2026.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ລັດ​ຖະ​ບານ ​ກຳ​ປູ​ເຈຍ ​ໄດ້​ເປີດ​ເຜີຍ​ ເອ​ກະ​ສານ​ທາງ​ການ​ວ່າ ຈະ​ທົດລອງ​ປະ​ຕິ​ບັດ​ນະ​ໂຍ​ບາຍ ​ຍົກ​ເວັ້ນ​ວີຊາ ​ຕໍ່​ພົນ​ລະ​ເມືອງ​ຈີນ​ ໃນ​ໄລ​ຍະ​ວັນ​ທີ 15 ມິ​ຖຸ​ນາ​ ຫາ​ວັນ​ທີ 15 ຕຸ​ລາ​ປີ 2026. ເອ​ກະ​ສານ​ດັ່ງ​ກ່າວ ​ໄດ້​ລະ​ບຸ​ວ່າ: ລັດ​ຖະ​ບານ​ ກຳ​ປູ​ເຈຍ ​ເຫັນ​ດີ ​ຈະ​ທົດລອງ ​ປະ​ຕິ​ບັດ​ນະ​ໂຍ​ບາຍ ​ຍົກ​ເວັ້ນວີຊາ ​ຕໍ່​ພົນ​ລະ​ເມືອງ​ຈີນ ​ທີ່​ອອກ​ເດີນ​ທາງ​ ຈາກ​ ສປ ຈີນ ​ໄປ​ກຳ​ປູ​ເຈຍ ໂດຍ​ຈະ​ອະ​ນຸ​ຍາດ​ ໃຫ້​​ອາ​ໄສຢູ່​ ກຳ​ປູ​ເຈຍ​ ເປັນ​ເວ​ລາ 14 ວັນ. ໃນ​ໄລ​ຍະ​ທົດ​ລອງ​ ປະ​ຕິ​ບັດ ​ນະ​ໂຍ​ບາຍ ​ເປັນ​ເວ​ລາ 4 ເດືອນ, ພົນ​ລະ​ເມືອງ​ຈີນ ​ບໍ່​ຈຳ​ເປັນ​ ຕ້ອງ​ຍື່ນ​ຂໍ​ວີ​ຊາ ຫລື ເສຍ​ຄ່າ​ທຳ​ນຽມ​ໃດໆ, ພຽງ​ແຕ່​ ຕື່ມ​ຂໍ້​ມູນ​ໃສ່​ແບບ​ຟອມ ​ເຂົ້າ​ເມືອງ​ ເອເລັກ​ໂຕ​ຣ​ນິກ ​ເທົ່າ​ນັ້ນ ​ກໍ່​ສາ​ມາດ​ ເຂົ້າ​​ປະ​ເທດ ກຳ​ປູ​ເຈຍ​ ໄດ້ ແລະ​ ສາ​ມາດ​ ເຂົ້າ​​ປະ​ເທດ​ ດັ່ງ​ກ່າວ​ ໄດ້ຫລາຍ​ເທື່ອ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top