ສປ ຈີນ-ຣັດເຊຍ ຈັດການປຶກສາຫາລື ກ່ຽວກັບ ຄວາມໝັ້ນຄົງ ດ້ານຍຸດທະສາດ

04/12/2025 14:31
ຂປລ ທ່ານ ຫວາງຢີ້ ກຳມະການກົມການເມືອງ ສູນກາງພັກ ກອມມູນິດຈີນ ຫົວໜ້າຫ້ອງການຄະນະກຳມະການວຽກງານ ການຕ່າງປະເທດ ສູນກາງພັກ ກອມມູນິດຈີນ ແລະ ທ່ານ ເຊີເກ ຊອຍກູ ເລຂາທິການສະພາ ຄວາມໝັ້ນຄົງ ແຫ່ງ ສະຫະພັນ ຣັດເຊຍ ໄດ້ຮ່ວມກັນ ເປັນປະທານ ກອງປະຊຸມ ປຶກສາຫາລື ກ່ຽວກັບຄວາມໝັ້ນຄົງ ດ້ານຍຸດທະສາດ ຮອບທີ 20 ລະຫວ່າງ ສປ ຈີນ-ຣັດເຊຍ ຢູ່ນະຄອນຫລວງ ມົດສະກູ ຂອງຣັດເຊຍ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ທ່ານ ຫວາງຢີ້ ກຳມະການກົມການເມືອງ ສູນກາງພັກ ກອມມູນິດຈີນ ຫົວໜ້າຫ້ອງການຄະນະກຳມະການ ວຽກງານການຕ່າງປະເທດ ສູນກາງພັກ ກອມມູນິດຈີນ ແລະ ທ່ານ ເຊີເກ ຊອຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງສະຫະພັນ ຣັດເຊຍ ໄດ້ຮ່ວມກັນ ເປັນປະທານ ກອງປະຊຸມ ປຶກສາຫາລື ກ່ຽວກັບຄວາມໝັ້ນຄົງ ດ້ານຍຸດທະສາດ ຮອບທີ 20 ລະຫວ່າງ ສປ ຈີນ-ຣັດເຊຍ ຢູ່ນະຄອນຫລວງ ມົດສະກູ ຂອງຣັດເຊຍ ໂດຍທັງສອງຝ່າຍ ໄດ້ເຫັນດີ ເປັນເອກະພາບກັນ ຈະພະຍາຍາມ ຢ່າງສຸດຂີດ ເພື່ອຈັດຕັ້ງປະຕິບັດ ຄວາມຮັບຮູ້ ທີ່ເປັນ ເອກະພາບກັນ ອັນສຳຄັນ ໃນຂົງເຂດຄວາມໝັ້ນຄົງ ດ້ານຍຸດທະສາດ ລະຫວ່າງ ປະມຸກລັດ ສອງປະເທດ ຕົກລົງກັນ, ແລະ ຊຸກຍູ້ໃຫ້ການປະສານງານ ດ້ານຍຸດທະສາດ ລະຫວ່າງ ສອງຝ່າຍກ້າວໄປສູ່ ຄຸນນະພາບ ສູງກວ່າເກົ່າ.ນອກນີ້ ທັງສອງຝ່າຍ ຍັງໄດ້ແລກປ່ຽນ ດ້ານຍຸດທະສາດ ກ່ຽວກັບ ບັນຫາຍີ່ປຸ່ນ, ໄດ້ບັນລຸຄວາມຮັບຮູ້ ທີ່ເປັນເອກະພາບກັນ ໃນລະດັບສູງ, ພ້ອມທັງ ເຫັນເປັນເອກະພາບ ກັນວ່າ ຕ້ອງຍຶດໝັ້ນ ປົກປັກຮັກສາ ໝາກຜົນທີ່ໄດ້ຮັບຈາກ ໄຊຊະນະ ໃນສົງຄາມໂລກຄັ້ງ ທີ 2 ທີ່ແລກມາດ້ວຍຊີວິດ ແລະ ເລືອດເນື້ອ, ເດັດດ່ຽວຄັດຄ້ານ ຖ້ອຍຄວາມ ແລະ ການກະທຳຜິດພາດ ທີ່ຟື້ພະຍາ ຍາມ ຜັນປ່ຽນ ປະຫວັດສາດ ຂອງການຮຸກຮານ ເພື່ອລ່າອານານິຄົມ, ເດັດດ່ຽວຕໍ່ຕ້ານ ກົນອຸບາຍ ການຟື້ນຟູ ລັດທິຟາດຊິດ, ລັດທິຂຸນເສິກຍີ່ປຸ່ນ, ຮ່ວມກັນປົກປັກຮັກສາ ສັນຕິພາບ ແລະ ຄວາມໝັ້ນຄົງ ຂອງໂລກ, ປົກປັກຮັກສາ ຄວາມຈິງ ທາງປະຫວັດສາດ ແລະ ຄວາມເປັນທຳສາກົນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top