ຂປລ
ໂດຍສືບຕໍ່ ບັນດາ ຄວາມມານະ ພະຍາຍາມ ຊ່ວຍເຫລືອ ໂດຍດ່ວນ ໃຫ້ແກ່ ປະຊາຊົນ ກາຊາ ໃນສະພາບການລະດູ ໜາວນີ້, ເມື່ອບໍ່ດົນມານີ້, ເຈົ້າໜ້າ ທີ່ ເອຢິບ ໄດ້ຂົນສົ່ງ ເຄື່ອງຊ່ວຍເຫລືອ ມະນຸດສະທຳ ເຂົ້າເຂດ ກາຊາ ອີກ 1 ຖ້ຽວ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ໂດຍສືບຕໍ່ ບັນດາ ຄວາມມານະ ພະຍາຍາມ ຊ່ວຍເຫລືອ ໂດຍດ່ວນ ໃຫ້ແກ່ ປະຊາຊົນ ກາຊາ ໃນສະພາບການ ລະດູໜາວນີ້, ເມື່ອບໍ່ດົນມານີ້, ເຈົ້າໜ້າ ທີ່ ເອຢິບ ໄດ້ຂົນສົ່ງ ເຄື່ອງຊ່ວຍເຫລືອ ມະນຸດສະທຳ ເຂົ້າເຂດ ກາຊາ ອີກ 1 ຖ້ຽວ. ນີ້ແມ່ນຖ້ຽວເຄື່ອງທີ 85 ທີ່ ເອຢິບ ໄດ້ຂົນສົ່ງເຂົ້າເຂດ ກາຊາ ຕາມຂໍ້ລິເລີ່ມ “Zad El-Izza: ຈາກ ເອຢິບ ໄປຮອດ ເຂດ ກາຊາ” ທີ່ໄດ້ປຸກລະດົມ ໃນທ້າຍເດືອນ ກໍລະກົດ ຜ່ານມາ. ອົງການຊີກວົງເດືອນແດງ ເອຢິບ ໃຫ້ຮູ້ວ່າ ໃນຖ້ຽວເຄື່ອງຊ່ວຍເຫລືອຄັ້ງນີ້ ມີສະບຽງອາຫານ 5.300 ໂຕນ, ຢຸກຢາ 3.100 ໂຕນ, ເຊື້ອ ເພີງ 1.100 ໂຕນ, ພ້ອມດ້ວຍຜ້າຫົ່ມໜາ, ເສື້ອກັນໜາວ ແລະ ຕູບຜ້າບາດ ນັບໝື່ນອັນ. ເຄື່ອງຖ້ຽວຕໍ່ໄປ ກໍພວມໄດ້ກະກຽມ ຢ່າງຕັ້ງໜ້າ ແລະ ອາດຈະໄດ້ສົ່ງໄປຍັງເຂດ ກາຊາ ໃນອີກບໍ່ດົນ. ກວ່າ 2 ປີ ຜ່ານມາ, ເອຢິບ ໄດ້ສົມທົບກັບບັນດາຝ່າຍ ທີ່ກ່ຽວຂ້ອງ ຂົນສົ່ງເຄື່ອງຊ່ວຍເຫລືອ ຜ່ານທາງບົກ ເຂົ້າໄປຍັງເຂດ ກາຊາ ໄດ້ເກືອບ 670.000 ໂຕນ, ກວມເອົາ 70% ປະລິມານເຄື່ອງຊ່ວຍເຫລືອ ມະນຸດ ສະທຳ ສາກົນ ໃຫ້ແກ່ ເຂດກາຊາ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL