ຂປລ
ກະຊວງ ການຄຸ້ມຄອງທີ່ດິນ, ການວາງແຜນຕົວເມືອງ ແລະ ການກໍ່ສ້າງ ຂອງກຳປູເຈຍ ໄດ້ເປີດເຜີຍ ໃນບົດລາຍງານ ເມື່ອບໍ່ດົນມານີ້ວ່າ ໃນໄລຍະ 11 ເດືອນ ທຳອິດ ຂອງປີ 2025, ຂະແໜງ ການກໍ່ສ້າງຂອງ ກຳປູເຈຍ ໄດ້ດຶງດູດ ການລົງ ທຶນທັງໝົດ 7.32 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 69% ຈາກ 4.33 ຕື້ໂດລາສະຫະລັດ ເມື່ອທຽບໃສ່ປີກ່ອນ.

ຂປລ.ສຳນັກຂ່າວ ອິນໂຟເຄວ, ກະຊວງ ການຄຸ້ມຄອງທີ່ດິນ, ການວາງແຜນຕົວເມືອງ ແລະ ການກໍ່ສ້າງ ຂອງກຳປູເຈຍ ໄດ້ເປີດເຜີຍ ໃນບົດລາຍງານ ເມື່ອບໍ່ດົນມານີ້ວ່າ ໃນໄລຍະ 11 ເດືອນ ທຳອິດ ຂອງປີ 2025, ຂະແໜງ ການກໍ່ສ້າງຂອງ ກຳປູເຈຍ ໄດ້ດຶງດູດການລົງທຶນທັງໝົດ 7.32 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 69% ຈາກ 4.33 ຕື້ໂດລາສະຫະລັດ ເມື່ອທຽບໃສ່ປີກ່ອນ. ໃບອະນຸ ຍາດ ກໍ່ສ້າງ ໄດ້ອອກໃຫ້ 3.503 ໂຄງການ ລະຫວ່າງ ເດືອນມັງກອນ ຫາເດືອນພະຈິກ ຂອງປີນີ້, ເພີ່ມຂຶ້ນ 33.6% ເມື່ອທຽບກັບ ໄລຍະດຽວກັນ ຂອງປີກາຍ, ເຊິ່ງມີ 2.622 ໂຄງການ. ປະຈຸ ບັນ ກຳປູເຈຍ ມີອາຄານສູງເຖິງ 3.254 ຫລັງ (ຕັ້ງແຕ່ 5 ຊັ້ນເຖິງ ຫລາຍກວ່າ 40 ຊັ້ນ) ແລະ ມີເມືອງໃໝ່ ແລະ ການພັດທະນາ ທີ່ຢູ່ອາໄສໃໝ່ 698 ແຫ່ງ, ເຊິ່ງສ່ວນໃຫຍ່ ແມ່ນຢູ່ໃນນະຄອນ ຫລວງ ພະນົມເປັນ ຂອງກຳປູເຈຍ. ປັດຈຸບັນ ມີບໍລິສັດກໍ່ສ້າງ ແລະ ອອກແບບ 953 ບໍລິສັດ ທີ່ດຳເນີນທຸລະກິດ ຢູ່ໃນກຳປູເຈຍ, ໃນນັ້ນ ມີ 377 ບໍລິສັດ ເປັນບໍລິສັດ ຕ່າງປະເທດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL