ຂປລ
ອົງການ ເພື່ອການຮ່ວມມື ດ້ານເສດຖະກິດ ແລະ ການພັດທະນາ (OECD) ຄາດຄະເນວ່າ ລວມຍອດ ຜະລິດຕະພັນ ພາຍໃນປະເທດ (GDP) ຂອງ ສສ ຫວຽດນາມ ຈະຂະຫຍາຍຕົວ 6.2% ໃນປີ 2026 ແລະ 5.8% ໃນປີ 2027.
ຂປລ.ສຳນັກຂ່າວ ຊິນຮວາ ລາຍງານຈາກ ນະຄອນຫລວງ ຮ່າໂນ້ຍ, ບົດລາຍງານຈາກ ອົງການ ເພື່ອການຮ່ວມມື ດ້ານເສດຖະກິດ ແລະ ການພັດທະນາ (OECD) ຄາດຄະເນວ່າ ລວມຍອດ ຜະລິດຕະພັນ ພາຍໃນປະເທດ (GDP) ຂອງ ສສ ຫວຽດນາມ ຈະຂະຫຍາຍຕົວ 6.2% ໃນປີ 2026 ແລະ 5.8% ໃນປີ 2027.ສສ ຫວຽດນາມ ເປັນໜຶ່ງໃນປະເທດ ເສດຖະກິດ ຂະຫຍາຍຕົວ ໄວສຸດໃນອາຊີ ຊຶ່ງສອດຄອງກັບ ການຄາດຄະເນຫລ້າສຸດ ຈາກສະຖາບັນສາກົນແຫ່ງສຳຄັນ. OECD ຄາດຄະເນວ່າ ການລົງທຶນຂອງລັດ ຈະຍັງຄົງເປັນຕົວ ຂັບເຄື່ອນຫລັກ ຂອງຄວາມຕ້ອງການໂດຍລວມ ແລະ ການຂະຫຍາຍຕົວ ຂອງເສດຖະກິດ, ເຊິ່ງປະກອບສ່ວນ ເຂົ້າໃນເປົ້າໝາຍ ຂອງ ສສ ຫວຽດນາມ ໃນການບັນລຸ ອັດຕາການ ຂະຫຍາຍຕົວຂອງ GDP ປະຈຳປີ 8% ພາຍໃນປີ 2025./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL