ຍອດຜູ້ເສຍຊີວິດ ຈາກໄພນ້ຳຖ້ວມ ຢູ່ສີລັງກາ ເພີ່ມຂຶ້ນ ຫລາຍກວ່າ 200 ຄົນ

01/12/2025 14:57
ຂປລ ສະຖານະການ ໄພນໍ້າຖ້ວມ ໃນປະເທດ ສີລັງກາ ຍັງຄົງຢູ່ ໃນສະພາບວິກິດ ຫລັງຈາກ ພາຍຸໄຊໂຄລນ ດິດວາ(Ditwah)ໄດ້ພັດເຂົ້າຢ່າງໜັກໜ່ວງ ເຊິ່ງເຮັດໃຫ້ ຈຳນວນຜູ້ເສຍຊີວິດ ເພີ່ມຂຶ້ນເປັນ 212 ຄົນ ແລະ ຍັງມີຜູ້ສູນຫາຍອີກ ຫລາຍກວ່າ 218 ຄົນ.

ປລ.ສຳນັກຂ່າວ ອິນໂຟເຄວສ,ວັນທີ 1ທັນວານີ້, ສະຖານະການ ໄພນໍ້າຖ້ວມ ໃນປະເທດ ສີລັງກາ ຍັງຄົງຢູ່ ໃນສະພາບວິກິດ ຫລັງຈາກ ພາຍຸໄຊໂຄລນ ດິດວາ(Ditwah)ໄດ້ພັດເຂົ້າຢ່າງໜັກໜ່ວງ ເຊິ່ງເຮັດໃຫ້ ຈຳນວນຜູ້ເສຍຊີວິດ ເພີ່ມຂຶ້ນເປັນ 212 ຄົນ ແລະ ຍັງມີຜູ້ສູນຫາຍອີກ ຫລາຍກວ່າ 218 ຄົນ.ໄພພິບັດ ທາງທຳມະຊາດດັ່ງກ່າວ ໄດ້ສົ່ງຜົນກະທົບຕໍ່ ປະຊາຊົນເກືອບ 1 ລ້ານ ຄົນ, ໂດຍມີເກືອບ 200.000 ຄົນ ຕ້ອງໜີ ອອກຈາກເຮືອນ ຂອງເຂົາເຈົ້າ ແລະ ຊອກຫາ ທີ່ພັກອາໄສ ຊົ່ວຄາວ ປະມານ 1.275 ແຫ່ງ. ລັດຖະບານ ສີລັງກາ ໄດ້ລະດົມ ກຳລັງຕຳຫລວດ, ກອງທັບ ແລະ ກອງທັບ ອາກາດ ຫລາຍກວ່າ 24,000 ຄົນ ເພື່ອຊ່ວຍເຫລືອ ຜູ້ທີ່ຍັງຕົກຄ້າງຢູ່.ພື້ນທີ່ ທີ່ໜ້າເປັນຫ່ວງທີ່ສຸດ ແມ່ນຢູ່ທາງທິດ ຕາເວັນອອກ ຂອງປະເທດ, ບ່ອນທີ່ນ້ຳຖ້ວມ ໄດ້ກັດເຊາະເຂື່ອນ ມາລິລ ອາຣູ( Mavil Aru)ຈົນເຮັດໃຫ້ພັງລົງ.ກອງທັບອາກາດ ຕ້ອງໄດ້ສົ່ງເຮີລິຄອບເຕີ ຜ່ານວົງລ້ອມ ນ້ຳຂົ້າ ໄປຮັບຜູ້ປະສົບໄພ ຫລາຍກວ່າ 120 ຄົນ ອອກມາໄດ້ ຢ່າງປອດໄພ ແລະ ຍົກຍ້າຍ ປະຊາຊົນ ປະມານ 2.000 ຄົນ ໃນເຂດທີ່ມີຄວາມສ່ຽງ ໄປຍັງພື້ນທີ່ສູງຢ່າງ ປອດໄພແລ້ວ.ຂະນະທີ່ ຍອດຜູ້ເສຍຊີວິດ ເພີ່ມສູງຂຶ້ນອີກ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top