ການພັດທະນາອຸດສາຫະກຳຊົນນະບົດຂອງ ສປ ຈີນ ສືບຕໍ່ ມີທ່ວງທ່າທີ່ດີ

01/12/2025 13:02
ຂປລ ນັບ​ແຕ່​ປີ​ນີ້ ​ເປັນ​ຕົ້ນ​ມາ, ການ​ພັດ​ທະ​ນາ​ ອຸດ​ສາ​ຫະ​ກຳ ​ຊົນ​ນະ​ບົດ​ ໃຫ້​ຈະ​ເລີນ​ກ້າວ​ໜ້າ​ ຂອ​ງ ສປ ​ຈີນ​ ໄດ້​ສືບ​ຕໍ່​ມີ​ທ່ວງ​ທ່າ​ທີ່​ດີ, ຄວາມ​ທົນ​ທານ ຂອງ​ຂະ​ແໜງ​ການ​ຕ່າງໆ​ ໄດ້​​ເຂັ້ມ​ແຂງຂຶ້ນກວ່າ​ເກົ່າ ​ຢ່າງ​ຕໍ່​ເນື່ອງ.

   ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ກະ​ຊວງ​ກະ​ສິ​ກຳ​ ແລະ ຊົນ​ນະ​ບົດ​ຈີນ​ ໄດ້​ເປີດ​ເຜີຍ ​ໃຫ້​ຮູ້​ ​ຫວ່າງ​ມໍ່ໆ​ມາ​ນີ້​ວ່າ: ນັບ​ແຕ່​ປີ​ນີ້ ​ເປັນ​ຕົ້ນ​ມາ, ການ​ພັດ​ທະ​ນາ​ ອຸດ​ສາ​ຫະ​ກຳ ​ຊົນ​ນະ​ບົດ​ ໃຫ້​ຈະ​ເລີນ​ກ້າວ​ໜ້າ​ ຂອ​ງ ສປ ​ຈີນ​ ໄດ້​ສືບ​ຕໍ່​ມີ​ທ່ວງ​ທ່າ​ທີ່​ດີ, ຄວາມ​ທົນ​ທານ ຂອງ​ຂະ​ແໜງ​ການ​ຕ່າງໆ​ ໄດ້​​ເຂັ້ມ​ແຂງ ຂຶ້ນກວ່າ​ເກົ່າ ​ຢ່າງ​ຕໍ່​ເນື່ອງ. ລະ​ຫວ່າງ​ ເດືອນ​ມັງ​ກອນ​ ຫາ​ເດືອນ​ຕຸ​ລາ, ຍອດ​ມູນ​ຄ່າ​ ການ​ຂາຍ​ຍ່ອຍ ​ເຄື່ອງ​​ບໍ​ລິ​ໂພກ ​​ຂອງຊົນ​ນະ​ບົດຈີນ ​ບັນ​ລຸ 5.500 ຕື້ຢວນ, ເພື່ມ​ຂຶ້ນ 4,6% ເມື່ອ​ທຽບ​ໃສ່ ​ໄລ​ຍະ​ດຽວ​ກັນ ​ຂອງ​ປີ​ກາຍ​ນີ້.

    ກະ​ສິກຳ​ ໄດ້​ເຊື່ອມ​ໂຍງ ​ເຂົ້າ​ກັນ ​ກັບ​ການ​ທ່ອງ​ທ່ຽວ, ວັດ​ທະ​ນະ​ທຳ, ກິ​ລາ ແລະ ​ກາ​ນ​ຄ້າ​ ເອ​ເລັກ​ໂຕ​ຣ​ນິກ​ ເປັນ​ຕົ້​ນ​ຢ່າງ​​ເລິກ​ເຊິ່ງ, ​ຮູບ​ການ ຂະ​ແໜງ​ການ​ໃໝ່ ເຊັ່ນ​: ການ​ທ່ອງ​ທ່ຽວ​ ແບບ​ພັກ​ຜ່ອນ​ ຢ່ອນ​ອາ​ລົມ ​ຢູ່​ຊົນ​ນະ​ບົດ, ການ​ຄ້າ​ ເອ​ເລັກ​ໂຕ​ຣ​ນິກ ​ຢູ່​ຊົນ​ນະ​ບົດ ແລະ ​ອື່ນໆ ໄດ້​ເຕີບ​ໂຕ​ພັດ​ທະ​ນາ​ ຢ່າ​ງວ່ອງ​ໄວ, ບໍ່​ພຽງ​ແຕ່​ໄດ້​ກາຍ ​ເປັນ​​ຈຸດ​ເຕີບ​ໂຕ​ໃໝ່ ​ທີ່​ຊຸກ​ຍູ້​ ການ​ພັດ​ທະ​ນາ ​ຊົນ​ນະ​ບົດ ​ເທົ່າ​ນັ້ນ, ຍັງ​ແມ່ນ​ຊ່ອງ​ທາງ​ໃໝ່ ​ທີ່​ເພີ່ມ​ລາຍ​ຮັບ ​ໃຫ້​ແກ່​ ຊາວ​ກະ​ສິ​ກອນ ​ອີກ​ດ້ວຍ.

    ປີ​ນີ້, ລັດ​ຖະ​ບານ​ຈີນ​ ໄດ້​ເລັ່ງ​ລັດ ​ການ​ພັດ​ທະ​ນາ ​ອຸດ​ສາ​ຫະ​ກຳ ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ ຂອງ​ຊົນ​ນ​ະ​ບົດ ແລະ ​ຊຸກ​ຍູ້​ການ​ພັດ​ທະ​ນາ​ ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ ພື້ນ​ບ້ານ, ເຊິ່ງ​ໄດ້​ສະ​ໜັບ​ ສະ​ໜູນ​ ການ​ສ້າງ​ໃໝ່ 40 ​ກຸ່ມຂະ​ແໜງ ກ​ານ​ທີ່​ມີ​ເອ​​ກະ​ລັກ​ພິ​ເສດ ແລະ​ທ່າ​ແຮງ, 50 ສູນ​ອຸດ​ສາ​ຫະ​ກຳ ກະ​ສິ​ກຳ ທີ່​ທັນ​ສະ​ໄໝ, 200 ຕາ​ແສງ ​ທີ່​ມີ​ຄວາມ​ເຂັ້ມ​ແຂງ​ ດ້ານ​​ອຸດ​ສາ​ຫະ​ກຳກະ​ສິ​ກຳ, ນຳ​ພາ​ການ​ບຳ​ລຸງ​ສ້າງ 398 ບ້ານ​ທີ່​ມີ​ຄວາມ​ເຂັ້ມ​ແຂງ​ ດ້ານ​​ອຸດ​ສາ​ຫະ​ກຳ, ຊຸກ​ຍູ້​ການ​ພັດ​ທະ​ນາ​ ຜະ​ລິດ​ຕະ​ພັນ ​ກະ​ສິ​ກຳ​ ອັນ​ນ້ອຍ ​ໃຫ້ກາຍ​ເປັນ​ ອຸດ​ສາ​ຫະ​ກຳ​ໃຫຍ່./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top