ຂປລ
*50 ປີ ກ່ອນໜ້ານີ້, ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ໂດຍແມ່ນ ປະທານ ໄກສອນ ພົມວິຫານ ເປັນຜູ້ນຳໜ້ານັ້ນ, ປະຊາຊົນລາວບັນ ດາເຜົ່າໄດ້ລຸກຂຶ້ນຕໍ່ສູ້ ຍາດເອົາອຳນາດມາສູ່ມືຂອງປະຊາຊົນ, ໂຄ່ນລົ້ມລະບອບລາຊາທິປະໄຕ, ປົດປ່ອຍປະເທດຊາດອອກ ຈາກແອກປົກຄອງ ຂອງລະບອບ ສັກດີນາ, ລັດທິຈັກກະພັດ ແລະ ລັດທິລ່າເມືອງຂຶ້ນ, ກຳເນີດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ຂຶ້ນ.

ໂດຍ: ສະຫາຍ ໂຕ ເລິມ ເລຂາທິການໃຫຍ່
ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ
ຂປລ. 50 ປີ ກ່ອນໜ້ານີ້, ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ໂດຍແມ່ນ ປະທານ ໄກສອນ ພົມວິຫານ ເປັນຜູ້ນຳໜ້ານັ້ນ, ປະຊາຊົນລາວບັນດາເຜົ່າໄດ້ລຸກຂຶ້ນຕໍ່ສູ້ ຍາດເອົາອຳນາດມາສູ່ມືຂອງປະຊາຊົນ, ໂຄ່ນລົ້ມລະບອບລາຊາທິປະໄຕ, ປົດປ່ອຍປະເທດຊາດ ອອກຈາກແອກປົກຄອງຂອງລະບອບສັກດີນາ, ລັດທິຈັກກະພັດ ແລະ ລັດທິລ່າເມືອງຂຶ້ນ, ກຳເນີດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ຂຶ້ນ. ນີ້ແມ່ນຂີດໝາຍປະຫວັດສາດທີ່ສຳຄັນ, ເປີດສັງກາດໃໝ່ບົນດິນແດນ ດອກຈຳປາ-ສັງກາດແຫ່ງ ເອກະລາດ, ເສລີພາບ, ສ້າງສັງຄົມທີ່ຍຸຕິທຳ ແລະ ສີວິໄລ, ປະຊາຊົນລາວບັນດາເຜົ່າໄດ້ເປັນຜູ້ກໍານົດຊາຕາກໍາຂອງຕົນເອງຢ່າງແທ້ຈິງ.
ນັບຕັ້ງແຕ່ການກຳເນີດຂອງພັກກອມມູນິດອິນດູຈີນ ໃນປີ 1930, ດ້ວຍແນວທາງທີ່ຖືກຕ້ອງ, ປະດິດສ້າງ, ປີຊາສາມາດ ແລະ ສະຫລາດຫລັກແຫລມ; ໂດຍເສີມຂະຫຍາຍມູນເຊື້ອການຕໍ່ສູ້ປະຕິວັດ ທີ່ອົງອາດກ້າຫານ ແລະ ທໍລະຫົດອົດທົນ ຂອງປະ ຊາຊົນລາວບັນດາເຜົ່າ; ດ້ວຍການສະໜັບສະໜູນ ແລະ ຊ່ວຍເຫລືອຈາກເພື່ອນມິດສາກົນ ຊຶ່ງໃນນັ້ນມີການສະໜັບສະໜູນ ແລະ ຊ່ວຍເຫລືອອັນຍິ່ງໃຫຍ່, ໝົດຈິດໝົດໃຈ ແລະ ບໍລິສຸດຜຸດຜ່ອງ ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ, ພັກປະຊາຊົນ ປະຕິ ວັດລາວ ໄດ້ນຳພາການປະຕິວັດຂອງລາວ ຜ່ານຜ່າພະຍຸລົມ ແດງ ນາໆປະການ, ຍາດໄດ້ໄຊຊະນະອັນຍິ່ງໃຫຍ່, ຮອບດ້ານ ແລະ ໜັກແໜ້ນ. ພາຍຫລັງເກືອບ 40 ປີ ແຫ່ງການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່, ຈາກປະເທດທີ່ມີພື້ນຖານເສດ ຖະກິດກະ ສິກຳ ທີ່ຖືກປິດລ້ອມ ແລະ ຂວໍ້າບາດ, ສປປ ລາວ ບືນຕົວຂຶ້ນຢ່າງເຂັ້ມແຂງ ແລະ ໄດ້ກາຍເປັນປະເທດເອກະລາດ ແລະ ເປັນເຈົ້າຕົນເອງທາງດ້ານເສດ ຖະກິດ; ຈາກປະເທດທີ່ນຳເຂົ້າສິນຄ້າຈາກຕ່າງປະເທດເປັນຕົ້ນຕໍ, ສປປ ລາວ ໄດ້ກາຍເປັນປະເທດ ສົ່ງອອກ ສິນຄ້າດ້ານກະສິກຳ. ການເມືອງ-ສັງຄົມມີສະຖຽນລະພາບ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີຄວາມໜັກແໜ້ນ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ໄດ້ຮັບການປັບປຸງດີຂຶ້ນຢ່າງບໍ່ຢຸດຢັ້ງ, ລາຍຮັບ ສະເລ່ຍຕໍ່ຫົວຄົນເພີ່ມຂຶ້ນເກືອບ 20 ເທົ່າ ທຽບໃສ່ໃນໄລຍະ 40 ປີທີ່ຜ່ານມາ. ມາຮອດປັດຈຸບັນ, ພັກປະຊາຊົນ ປະຕິ ວັດລາວ ໄດ້ມີການພົວພັນຮ່ວມມືກັບກວ່າ 150 ພັກການເມືອງໃນໂລກ, ສປປ ລາວ ມີສາຍພົວພັນການທູດກັບກວ່າ 151 ປະເທດ ໃນໂລກ, ມີສະຖານທູດລາວ ແລະ ສຳນັກງານຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ 41 ແຫ່ງ, ເປັນສະມາ ຊິກຂອງບັນດາອົງການຈັດຕັ້ງສາກົນທີ່ສຳຄັນໃນໂລກ. ສປປ ລາວ ສາມາດຈັດກອງປະຊຸມສາກົນທີ່ສຳຄັນຫລາຍຄັ້ງ ດ້ວຍຜົນສຳເລັດອັນຈົບງາມ ຊຶ່ງເປັນສິ່ ງຢັ້ງຢືນໃຫ້ເຫັນເຖິງການປ່ຽນແປງອັນໃຫຍ່ຫລວງ ແລະ ໜ້າພາກພູມໃຈຂອງປະເທດລາວທີ່ສວຍງາມ.
ໃນຊຸມປີມໍ່ໆມານີ້, ພາຍໃຕ້ການນຳພາຂອງ ພັກປະຊາຊົນປະຕິວັດລາວ ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ເປັນຜູ້ນຳໜ້ານັ້ນ, ພັກ, ລັດຖະບານ ແລະ ປະຊາຊົນລາວ ໄດ້ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຢ່າງເດັດດ່ຽວ, ນຳພາປະເທດຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍນາໆປະການ, ໂດຍສະເພາະໃນໄລຍະການຟື້ນຟູຫລັງຈາກການແຜ່ລະບາດຂອງພະຍາດ ໂຄວິດ-19, ສາມາດຮັກສາສະຖຽນລະພາບທາງດ້ານການເມືອງໄດ້ຢ່າງໜັກແໜ້ນ, ເສີມຂະ ຫຍາຍຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດໄດ້, ຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ-ສັງຄົມ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນຢ່າງບໍ່ຢຸດຢັ້ງ ແລະ ຍົກສູງຖານະບົດບາດຂອງລາວໃນເວທີພາກພື້ນ ແລະ ສາກົນຢ່າງບໍ່ຢຸດຢັ້ງ. ພ້ອມກັນນັ້ນ, ດ້ວຍຄວາມເດັດດ່ຽວໃນການຈັດຕັ້ງຜັນຂະຫຍາຍວິໄສທັດຍຸດທະສາດ, ສ້າງປະເທດໃຫ້ເປັນ "ປະເທດເຊື່ອມໂຍງ-ເຊື່ອມຈອດ", ເພີ່ມທະວີການລົງທຶນໃສ່ພື້ນຖານໂຄງລ່າງ ເພື່ອເຊື່ອມຈອດເສັ້ນທາງຄົມມະນາຄົມ, ການພັດທະນາບັນດາແລວເສດຖະກິດ ແລະ ໃນມໍ່ໆມານີ້ ແມ່ນການປັບປຸງກົງຈັກລັດໃນລະບົບການເມືອງຂອງລາວ. ພັກ, ລັດຖະບານ ແລະ ປະຊາຊົນລາວ ກຳລັງສ້າງແຮງຂັບເຄື່ອນໃໝ່ໃຫ້ແກ່ການເຕີບໂຕ ແລະ ຂະຫຍາຍຂອບເຂດການພັດທະນາ, ຊ່ວຍໃຫ້ລາວເຊື່ອມໂຍງ ເຂົ້າກັບເສດຖະກິດພາກພື້ນ ຢ່າງເລິກເຊິ່ງກ່ວາເກົ່າ, ຢືນຢັນເຖິງຄວາມປີຊາສາມາດໃນການເຊື່ອມໂຍງສາ ກົນ ຂອງປະເທດທີ່ກຳລັງພັດທະນາຢ່າງເຂັ້ມແຂງ.
ໃນໂອກາດສະເຫລີມສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ເປັນໄລຍະທາງທີ່ຍາວນານພຽງພໍທີ່ຈະພິສູດໃຫ້ເຫັນເຖິງຄວາມປີຊາສາມາດ, ສະຫລາດສ່ອງໃສ ຂອງການນຳພາຂອງພັກປະຊາຊົນປະຕິວັດລາວ ທີ່ເປັນປັດໄຈຕັດສິນທຸກໆ ໄຊຊະນະຂອງການປະຕິວັດລາວ, ນຳພາປະຊາຊົນລາວບັນດາເຜົ່າ ເຮັດສຳເລັດພາ ລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ, ໄດ້ຈາລຶກບັນດາຂີດໝາຍທີ່ສະຫວ່າງສະໄຫວ ໄວ້ໃນປະຫວັດສາດອັນສະຫງ່າອົງອາດຂອງຊາດ ແລະ ປະຊາຊົນລາວ.

ພຶດຕິກຳຕົວຈິງຂອງປະຫວັດສາດ ໄດ້ສະແດງໃຫ້ເຫັນວ່າ ບັນດາຜົນສຳເລັດຂອງການປະຕິວັດລາວ ແລະ ການປະຕິວັດ ຫວຽດນາມ ລ້ວນແຕ່ສະແດງໃຫ້ເຫັນການປະກອບສ່ວນທີ່ສຳຄັນ ແລະ ມີປະສິດທິຜົນຂອງ ພັກ, ລັດ ແລະ ປະຊາຊົນ ຂອງແຕ່ລະປະເທດ. ໃນບົດຄຳເຫັນຊົມເຊີຍກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ IV ຂອງ ພັກແຮງງານຫວຽດນາມ (1976), ປະທານ ໄກສອນ ພົມວິຫານ ໄດ້ຢືນຢັນວ່າ: "ໃນທຸກໆຄວາມສຳເລັດຂອງການປະຕິວັດລາວ ລ້ວນແຕ່ມີການ ປະກອບສ່ວນ ໂດຍກົງຂອງການປະຕິວັດຫວຽດນາມ". ໃນຖານະເປັນປະເທດເພື່ອນບ້ານທີ່ໃກ້ຊິດ, ມີສາຍພົວພັນມິດຕະພາບ ແລະ ມູນເຊື້ອແຫ່ງຄວາມສາມັກຄີ, ຊ່ວຍເຫລືອຊຶ່ງກັນ ແລະ ກັນ ບົນຈິດໃຈ "ເຂົ້າເມັດຫັກ, ຜັກເສັ້ນແບ່ງ", ພັກປະຊາຊົນປະຕິວັດລາວ ແລະ ພັກ ກອມມູນິດຫວຽດນາມ ທີ່ມີຕົ້ນກຳເນີດມາຈາກພັກກອມມູນິດອິນດູຈີນ ຊຶ່ງໄດ້ຮັບການກໍ່ຕັ້ງໂດຍ ປະທານ ໂຮ່ຈີ່ມິງ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ນັ້ນ, ໃນຕະຫລອດໄລຍະປະຫວັດສາດຂອງແຕ່ລະປະເທດ, ນັບຕັ້ງແຕ່ ໄດ້ຮັບ ການສ້າງຕັ້ງ, ສອງພັກ ໄດ້ສາມັກຄີກັນຢ່າງແໜ້ນແຟ້ນມາໂດຍຕະຫລອດ, ນຳພາກອງທັບ ແລະ ປະຊາຊົນສອງປະເທດ “ຄຽງບ່າຄຽງໄຫລ່ກັນ”, “ແບ່ງສຸກແບ່ງທຸກ”, “ຮ່ວມເປັນຮ່ວມຕາຍນຳກັນ”, ດ້ວຍຄວາມມຸ່ງຫວັງທີ່ວ່າ “ບໍ່ມີຫຍັງ ປະເສີດກວ່າ ເອກະລາດ ແລະ ເສລີພາບ” ເພື່ອຕີຊະນະສັດຕູໂຕດຽວກັນ, ພ້ອມກັນຍາດໄດ້ໄຊຊະນະຢ່າງສົມບູນ, ປົດປ່ອຍປະເທດຊາດຂອງຕົນ; ພ້ອມກັນນັ້ນ, ກໍພ້ອມກັນສ້າງສາ ແລະ ພັດທະນາປະເທດຊາດໃນສະພາບການໃໝ່. ເຫດການທີ່ເປັນ ບາດລ້ຽວປະຫວັດສາດ ນັ້ນແມ່ນ ການສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975 ໄດ້ມີບົດບາດ ແລະ ການປະກອບສ່ວນອັນສຳຄັນຈາກໄຊຊະນະຢ່າງສົມບູນຂອງການປະຕິວັດຫວຽດນາມ, ປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຊາດ ເປັນເອກະ ພາບ ໃນວັນທີ 30 ເມສາ 1975. ເຊັ່ນດຽວກັນ, ໄຊຊະນະຂອງຂະບວນການຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ ປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມ ເປັນເອກະພາບ ແມ່ນຕິດພັນຢ່າງສະໜິດແໜ້ນກັບການຊ່ວຍເຫລືອອັນລໍ້າຄ່າ, ໝົດຈິດໝົດໃຈ ແລະ ເສຍສະຫລະອັນໃຫຍ່ຫລວງ ຂອງປະຊາຊົນລາວບັນດາເຜົ່າ ລຽບຕາມເສັ້ນທາງ ໂຮ່ຈີ່ມິງ ໃນພາກຕາເວັນຕົກຂອງສາຍພູຫລວງ ເທິງດິນແດນຂອງລາວ ຢູ່ໃຕ້ຮ່າຝົນຂອງລູກລະເບີດຂອງສັດຕູໂຕດຽວກັນ. ຕາມທັດສະນະ ແລະ ທິດຊີ້ນຳຂອງ ປະທານ ໂຮ່ຈີ່ມິງ ທີ່ວ່າ “ພວກເຮົາຖື ວ່າຄວາມສຸກ ແລະ ຄວາມຈະເລີນຮຸ່ງເຮືອງຂອງອ້າຍນ້ອງລາວເປັນດັ່ງຂອງພວກເຮົາເອງ” ແລະ “ຊ່ວຍເພື່ອນຄືຊ່ວຍຕົນເອງ” ໄດ້ຮັບການເຊື່ອມຊຶມຈາກບັນດາຜູ້ນໍາ ແລະ ປະຊາຊົນສອງຊາດ ຫວຽດນາມ ແລະ ລາວ, ເປັນແຫລ່ງກໍາລັງແຮງທີ່ພາ ໃຫ້ການ ປະຕິວັດຂອງແຕ່ລະ ປະເທດ ຍາດໄດ້ໄຊຊະນະນີ້ໄປສູ່ໄຊຊະນະໃໝ່.
ສອງປະເທດພວກເຮົາ ກຳລັງກະກຽມຢ່າງຮອບດ້ານ ເພື່ອຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກດ້ວຍຜົນສຳເລັດ ຊຶ່ງເປັນຂີດໝາຍແຫ່ງການກ້າວເຂົ້າສູ່ສັງກາດໃໝ່, ສັງກາດແຫ່ງການພັດທະນາ ເພື່ອສັນຕິພາບ, ສະຖຽນລະພາບ, ການພັດ ທະນາແບບຍືນຍົງ, ຄຸນນະພາບສູງ ແລະ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນທຸກດ້ານ. ໃນສະພາບການຂອງໂລກ ແລະ ພາກພື້ນ ທີ່ຍັງສືບຕໍ່ຜັນແປໄປຢ່າງສັບສົນ, ສິ່ງທ້າທາຍນັບມື້ນັບເພີ່ມຂຶ້ນ, ສະພາບແວດລ້ອມຄວາມໝັ້ນຄົງໃນພາກພື້ນ ນັບມື້ ນັບ ມີຄວາມເຄັ່ງຕຶງຂຶ້ນ, ເພື່ອໃຫ້ແຕ່ລະປະເທດສາມາດບັນລຸເປົ້າໝາຍຂອງຕົນໄດ້ຢ່າງມີໄຊ, ການເສີມຂະຫຍາຍສາຍພົວພັນພິເສດ ຫວຽດນາມ-ລາວ ໃຫ້ຂຶ້ນສູ່ລະດັບສູງໃໝ່ ແມ່ນມີຄວາມສຳຄັນພິເສດ.
ໂດຍເສີມຂະຫຍາຍມູນເຊື້ອອັນດີງາມ ແລະ ຄວາມເຂັ້ມແຂງລວມຂອງສອງປະເທດ, ໝູນໃຊ້ຢ່າງມີຫົວ ຄິດປະດິດສ້າງ ບັນດາບົດຮຽນປະຫວັດສາດຢ່າງບໍ່ຢຸດຢັ້ງ, ສືບຕໍ່ສ້າງ ແລະ ເພີ່ມທະວີຄວາມສາມັກຄີພິເສດລະຫວ່າງ ປະຊາຊົນສອງປະເທດ ຢ່າງໜັກແໜ້ນ. ຈາກນັ້ນ, ເພີ່ມທະວີການໂຄສະນາເຜີຍແຜ່ມູນເຊື້ອດັ່ງກ່າວ ໃຫ້ບັນດາຊັ້ນຄົນ ໂດຍສະເພາະແມ່ນຄົນຮຸ່ນໜຸ່ມຂອງສອງປະເທດ ໃຫ້ຮັບຮູ້, ສືບຕໍ່ຮັກສາ ແລະ ເສີມສ້າງສາຍພົວພັນພິເສດໃຫ້ນັບມື້ນັບກ້າວຂຶ້ນສູ່ລະດັບສູງໃໝ່, ກາຍເປັນກຳລັງ ແຮງໃໝ່ ແລະ ກຳລັງຂັບເຄື່ອນໃຫ້ສອງປະເທດຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ, ນຳພາປະເທດກ້າວໄປສູ່ການພັດທະນາແບບຍືນຍົງ, ເຊື່ອມໂຍງຢ່າງເລິກເຊິ່ງກັບພາກພື້ນ ແລະ ສາກົນ, ສ້າງສັງຄົມນິຍົມໃຫ້ສຳເລັດ ຜົນຢູ່ ແຕ່ລະປະເທດ.
ສືບຕໍ່ກວດກາຄືນ ແລະ ຊຸກຍູ້ການຮ່ວມມືທີ່ແທດຕົວຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ; ສຸມໃສ່ບັນດາຂົງເຂດທີ່ສາມາດເສີມຂະຫຍາຍທ່າແຂງ ແລະ ເງື່ອນໄຂທີ່ເອື້ອອຳນວຍພື້ນຖານຂອງແຕ່ລະປະເທດ, ສົມທົບຢ່າງສົມເຫດສົມຜົນ ລະຫວ່າງ ລະ ບຽບ ແລະ ປະເພນີປະຕິບັດຂອງ ສາກົນ ກັບການໃຫ້ບຸລິມະສິດສູງຕໍ່ກັນ ແລະ ກັນ, ສອດຄ່ອງກັບລັກສະນະພິເສດຂອງສາຍພົວພັນຫວຽດນາມ - ລາວ.
ສຸມໃສ່ການຮ່ວມມືພັດທະນາເສດຖະກິດ, ເສີມຂະຫຍາຍສຸດກຳລັງທ່າແຮງຂອງແຕ່ລະປະເທດ ໃຫ້ເກີດປະໂຫຍດສູງສຸດ ເພື່ອປະກອບສ່ວນເຂົ້າໃນເປົ້າໝາຍການເຕີບໂຕ. ປະສານສົມທົບ ເພື່ອເພີ່ມທະວີການຮັບປະກັນຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ, ຮັກສາສະຖຽນລະພາບທາງດ້ານການເມືອງໃນແຕ່ລະປະເທດ, ປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບໃນພາກພື້ນ ແລະ ໃນໂລກ. ຊຸກຍູ້ການຮ່ວມມືດ້ານການເມືອງ, ການກໍ່ສ້າງພັກ, ການຄຸ້ມຄອງບໍລິຫານລັດ, ວັດທະ ນະທຳ, ສາທາລະນະສຸກ, ການສຶກສາ, ການປ້ອງກັນປະເທດ ແລະ ປ້ອງກັນຄວາມສະຫງົບ. ຍົກສູງຄວາມຮັບຜິດຊອບ ຂອງອົງການຈັດຕັ້ງທີ່ກ່ຽວຂ້ອງ ໃນການປະຕິບັດສັນຍາ ແລະ ຂໍ້ຕົກລົງ ລະຫວ່າງ ສອງພັກ ແລະ ສອງລັດ. ສືບຕໍ່ເພີ່ມທະວີສາຍພົວພັນ ຮອບດ້ານ ແລະ ແລກປ່ຽນບົດຮຽນທາງດ້ານທິດສະດີ ແລະ ພຶດຕິກຳ, ເພີ່ມທະວີການຮ່ວມມືໃນການກໍ່ສ້າງຊັບພະຍາກອນມະນຸດ, ໂດຍສະເພາະແມ່ນຊັບພະຍາກອນມະນຸດຄຸນນະພາບສູງ, ເພື່ອຕອບສະໜອງຄວາມຕ້ອງການຂອງ ການພັດທະນາປະເທດຊາດ ໃນຍຸກດີຈິຕອນ.
ເນື່ອງໃນໂອກາດສະເຫລີມສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (ວັນທີ 13/12/1920-13/12/2025), ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ມີຄວາມ ປິຕິຍິນດີ ແລະ ມີຄວາມເບີກບານມ່ວນຊື່ນ ຕໍ່ກັບຜົນສຳເລັດອັນສະຫງ່າລາສີ ທີ່ ພັກ, ລັດ ແລະ ປະຊາຊົນລາວ ຍາດມາໄດ້ຕະຫລອດໄລຍະ 50 ປີຜ່ານມາ. ພ້ອມກັນນັ້ນ, ກໍເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນຳພາອັນສະຫລາດສ່ອງໃສຂອງ ພັກປະຊາຊົນ ປະຕິວັດລາວ, ປະຊາຊົນລາວ ຈະສືບຕໍ່ໄດ້ຮັບໄຊຊະນະໃໝ່ໃຫຍ່ຫລວງກວ່າເກົ່າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ນຳພາປະເທດລາວ ກ້າວຂຶ້ນສູ່ສັງຄົມນິຍົມຢ່າງໜັກແໜ້ນ, ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມສາມັກ ຄີປອງດອງ, ເອກະພາບ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ. ໂດຍເສີມຂະຫຍາຍສາຍພົວພັນພິເສດທີ່ເປັນມູນເຊື້້ອ, ພັກ, ລັດ ແລະ ປະຊາ ຊົນຫວຽດນາມ ຈະເຮັດສຸດຄວາມສາມາດຂອງຕົນ ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຫວຽດນາມ- ລາວ ໃຫ້ນັບມື້ນັບຂຽວສົດງົດງາມ ແລະ ໝັ້ນຄົງຂະໜົງແກ່ນ, ໃຫ້ສົມກັບສາຍພົວພັນພິເສດທີ່ ປະທານ ໂຮ່ຈິມິນ,
ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ພ້ອມດ້ວຍປະຊາຊົນສອງຊາດໄດ້ຮ່ວມກັນສ້າງໄວ້.
KPL