ຂປລ
ກອງກຳປັ່ນ 989 ຂອງກອງທັບເຮືອຈີນ ໄດ້ເດີນທະເລ ໄປຮອດ ທ່າກຳປັ່ນຄລາງ ຂອງມະເລເຊຍ ແລະ ເລີ່ມການຢ້ຽມຢາມ ສັນທະວະໄມຕີຕໍ່ ມາເລເຊຍ ເປັນເວລາ 4 ວັນ.
ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້, ກອງກຳປັ່ນ 989 ຂອງກອງທັບເຮືອຈີນ ໄດ້ເດີນທະເລ ໄປຮອດ ທ່າກຳປັ່ນຄລາງ ຂອງມະເລເຊຍ ແລະ ເລີ່ມການຢ້ຽມຢາມ ສັນທະວະໄມຕີຕໍ່ ມາເລເຊຍ ເປັນເວລາ 4 ວັນ. ໃນໄລຍະຢ້ຽມຢາມ, ນາຍ ແລະ ພົນທະຫານ ຂອງກອງກຳປັ່ນ ຈະຢ້ຽມຢາມ ສູນອຸທະກະສາດ ແຫ່ງຊາດ ມາເລເຊຍ, ແລກປ່ຽນກັບ ນາຍ ແລະ ພົນທະຫານ ເຮືອໜຸ່ມ ຂອງມາເລເຊຍ, ພ້ອມທັງ ຈັດກິດຈະກຳຕ່າງໆ ເຊັ່ນ: ງານລ້ຽງຢູ່ດາດຟ້າ, ເປີດເຂົ້າຊົມກຳປັ່ນ, ການແລກປ່ຽນ ດ້ານວັດທະນະທຳ ແລະ ອື່ນໆ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL