ສປ ຈີນ ປັບຫລຸດຖ້ຽວບິນໄປ ຍີ່ປຸ່ນ ສູງເຖິງ 16%

01/12/2025 13:01
ຂປລ ໃນ​ຈຳນວນ ຖ້ຽວ​ບິນ 5.548 ຖ້ຽວ​ຈາກ ສປ ​ຈີນ ​ໄປ​ສູ່​ ຍີ່​ປຸ່ນ ທີ່​ມີ​ແຜ​ນ​ປະ​ຕິ​ບັດ​ງານ​ ໃນ​ເດືອນ​ທັນ​ວາ​ ໄດ້ປັບຫລຸດ ຖ້ຽວບິນ ສູງເຖິງ 904 ຖ້ຽວ​ ກວມເອົາ 16% ​ຖືກ​ຍົກ​ເລີກແລ້ວ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ອີງ​ຕາມ​ຕົວ​ເລກຫລ້າ​ສຸດ​ ທີ່​ເປີດ​ເຜີຍ​ ເມື່ອບໍ່ດົນມານີ້​ວ່າ: ໃນ​ຈຳນວນ ຖ້ຽວ​ບິນ 5.548 ຖ້ຽວ​ຈາກ ສປ ​ຈີນ ​ໄປ​ສູ່​ ຍີ່​ປຸ່ນ ທີ່​ມີ​ແຜ​ນ​ປະ​ຕິ​ບັດ​ງານ​ ໃນ​ເດືອນ​ທັນ​ວາ​ ໄດ້ປັບຫລຸດ ຖ້ຽວບິນ ສູງເຖິງ 904 ຖ້ຽວ​ ກວມເອົາ 16% ​ຖືກ​ຍົກ​ເລີກແລ້ວ. ຂະນະທີ່ ຫາງ​ສຽງ​ໃນ​ຍີ່​ປຸ່ນ ສະ​ແດງ​ຄວາມເປັນ​ຫ່ວງວ່າ: ນັກ​ທ່ອງ​ທ່ຽວ​ຈີນ​ ແມ່ນ​ແຫລ່ງ​ ນັກ​ທ່ອງ​ທ່ຽວ​ ສຳ​ຄັນ​ ຂອງ​ຂະ​ແໜງ​ ການ​ທ່ອງ​ທ່ຽວ​ຍີ່​ປຸ່ນ, ຫາກວ່າ​ ສາຍ​ພົວ​ພັນ ​ລະ​ຫວ່າງ​ ສອ​ງະ​ເທດ​ ສືບ​ຕໍ່​ຮ້າຍ​ແຮງ​ ຂຶ້ນ​ຕື່ມ, ຖ້າຫາກ ຖ້ຽວ​ບິນ​ ຫລຸດ​ໜ້ອຍ​ລົງ​ຕື່ມ​ອີກ, ຈະ​ສົ່ງ​ຜົນ​ກະ​ທົບ​ ເຖິງ​ການ​ພັດ​ທະ​ນາ​ ການ​ທ່ອງ​ທ່ຽວ​ ຂອງ​ຍີ່​ປຸ່ນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top