ຂປລ
ຍອດຜູ້ເສຍຊີວິດ ພີ່ມຂຶ້ນ 303 ຄົນ ແລະ ຜູ້ຫາຍ 279 ຄົນ ເມື່ອເກີດນ້ຳຖ້ວມໄຫລຊຸ ແລະ ດິນເຊາະເຈື່ອນ ຢູ່ 3 ແຂວງ ຂອງເຂດ ສຸມາຕຣາ(Sumatra) ຂອງ ອິນໂດເນເຊຍ.
ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ຍອດຜູ້ເສຍຊີວິດ ພີ່ມຂຶ້ນ 303 ຄົນ ແລະ ຜູ້ຫາຍ 279 ຄົນ ເມື່ອເກີດນ້ຳຖ້ວມໄຫລຊຸ ແລະ ດິນເຊາະເຈື່ອນ ຢູ່ 3 ແຂວງຂອງເຂດ ສຸມາຕຣາ(Sumatra) ຂອງ ອິນໂດເນເຊຍ. ໃນຂະນະນັ້ນ, ທາງທິດເໜືອ Sumatra ມີຈຳນວນຜູ້ບາດເຈັບ ແລະ ສຍຊີວິດ ສູງທີ່ສຸດ ຈຳນວນ 166 ຄົນເສຍຊີວິດ ແລະ 143 ຄົນ ຫາຍສາບສູນ. ປະຊາຊົນ ຫລາຍກວ່າ 35.000 ຄົນ ໄດ້ຖືກຍົກຍ້າຍ ໄປຍັງບ່ອນປອດໄພ, ປັດຈຸບັນ ຍັງມີຫລາຍເຂດ ບໍ່ສາມາດຕິດຕໍ່ ພົວພັນກັບ ພາຍນອກໄດ້, ປະຊາຊົນ ພວມຕ້ອງດິ້ນຮົນ ເພື່ອຊອກຫາອາຫານ ແລະ ນ້ຳສະອາດ. ປັດຈຸ ບັນ, ລັດຖະບານ ອິນໂດເນເຊຍ ພວມມານະພະຍາຍາມ ຍົກຍ້າຍຜູ້ປະສົບເຄາະຮ້າຍ, ລວມທັງ ການສະໜອງການຊ່ວຍເຫລືອ ໃຫ້ແກ່ ເຂດຖືກນ້ຳຖ້ວມ ຍຶງຂຶ້ນສູງ ບໍ່ສາມາດຕິດຕໍ່ກັບພາຍນອກ ໄດ້. ອົງການ ອຸຕູນິຍົມອຸທົກກະສາດ ແລະ ພູມີຟີຊິກສາດ ອິນໂດເນເຊຍ ແຈ້ງເຕືອນວ່າ ປະຊາຊົນ ຄວນລະມັດລະວັງ ຕໍ່ບັນດາໄພພິບັດ ທີ່ອາດຈະເພີ່ມຂຶ້ນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL