ຂປລ
ຂປລ. ປັດຈຸບັນ ໄດ້ມີຫລາຍໆຄອບຄົວທີ່ມີຄວາມສົນໃຈ ແລະ ຫັນສູ່ການຜະລິດກະສິກຳປູກຝັງ-ລ້ຽງສັດ ເພື່ອຮັບໃຊ້ພາຍໃນຄອບຄົວໃຫ້ພຽງພໍ, ຫລຸດຜ່ອນການຊື້ຈາກພາຍນອກ ຕາມແນວທາງນະໂຍບາຍຂອງພັກ-ລັດ ຖະບານ ໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ

ຂປລ. ປັດຈຸບັນ ໄດ້ມີຫລາຍໆຄອບຄົວທີ່ມີຄວາມສົນໃຈ ແລະ ຫັນສູ່ການຜະລິດກະສິກຳປູກຝັງ-ລ້ຽງສັດ ເພື່ອຮັບໃຊ້ພາຍໃນຄອບຄົວໃຫ້ພຽງພໍ, ຫລຸດຜ່ອນການຊື້ຈາກພາຍນອກ ຕາມແນວທາງນະໂຍບາຍຂອງພັກ-ລັດຖະບານ ໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຄື ດັ່ງຄອບຄົວຂອງທ່ານ ຄໍາພັນ ວໍລະແສງ ປັດຈຸບັນໃນໄວ 54 ປີ, ອາຊີບຊາວສວນ, ປະຊາຊົນບ້ານຄໍາວົງສາ, ເມືອງພູວົງ, ແຂວງອັດຕະປື, ເພິ່ນເປັນຄອບຄົວຕົວແບບໃນການປູກອ້ອຍ ຕາມກົນໄກ 2+3 ການລົງທຶນແບບມີສ່ວນຮ່ວມ ສາມາດສ້າງລາຍຮັບໃຫ້ຄອບຄົວ 1 ຕື້ 146 ລ້ານກີບ/ປີ.

ທ່ານ ຄໍາພັນ ວໍລະແສງ ໄດ້ໃຫ້ຮູ້ວ່າ: ປັດຈຸບັນຄອບຄົວຂອງຂ້າພະເຈົ້າ ມີສະມາຊິກທັງໝົດ 7 ຄົນ ຍິງ 3 ຄົນ, ໃນນັ້ນມີແຮງງານຕົ້ນຕໍ 4 ຄົນ ຍິງ 2 ຄົນ ແລະ ແຮງງານສໍາຮອງ 3 ຄົນ ຍິງ 1 ຄົນ; ເມື່ອກ່ອນຖິ່ນຖານເດີມຢູ່ບ້ານຫ້ວຍແຫ້, ເມືອງ ແລະ ແຂວງຈໍາປາສັກ, ຕອນນັ້ນມີຊີວິດລໍາບາກສົມຄວນ, ມີເນື້ອທີ່ນາປູກເຂົ້າໜ້ອຍ, ບໍ່ສາມາດຂະຫຍາຍເພີ່ມໄດ້, ໄດ້ຜົນຜະລິດພໍກຸ້ມກິນ. ມາຮອດປີ 2017 ຈຶ່ງຕັດສິນໃຈຍົກຍ້າຍ ມາຢູ່ບ້ານຄໍາວົງສາ, ເມືອງພູວົງ, ແຂວງອັດຕະປື ເພື່ອປູກຝັງ-ລ້ຽງສັດ ໂດຍປະຕິບັດຕາມແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງວາງອອກ. ເບື້ອງຕົ້ນ ໄດ້ເຂົ້າຮ່ວມກິດຈະກໍາປູກມັນຕົ້ນ ເຊິ່ງສະໜັບສະໜູນໂດຍໂຄງການອີຟັດ ໃນເນື້ອທີ 3 ເຮັກຕາ ຜົນຜະລິດໄດ້ 6 ໂຕນ/ເຮັກຕາ ສະເລ່ຍເປັນເງິນ 35 ລ້ານກີບ ຕໍ່ປີ, ແຕ່ເຫັນວ່າຕະຫລາດເກັບຊື້ມັນຕົ້ນ ຕອນນັ້ນບໍ່ກວ້າງຂວາງ ແລະ ລາຄາຕົກ ຈຶ່ງຫັນມາປູກອ້ອຍນໍາບໍລິສັດທີທີຊີ ຕາມກົນໄກ 2+3 (ການລົງທຶນແບບມີສ່ວນຮ່ວມ) ເລີ່ມແຕ່ປີ 2018 ເຖິງປັດຈຸບັນ, ໂດຍໄດ້ຮຽນຮູ້ ແລະ ນໍາໃຊ້ເຕັກນິກວິທະຍາສາດກະສິກໍາແບບ
ໃໝ່ ເຂົ້າໃນການຜະລິດ ໃຫ້ໄດ້ຮັບປະສິດທິຜົນສູງ. ໃນປີ 2019 ເລີ່ມຕົ້ນປູກອ້ອຍໃນເນື້ອທີ່ 22 ເຮັກຕາ ໄດ້ຜົນຜະລິດ 65 ໂຕນ/ເຮັກຕາ ສະເລ່ຍໄດ້ເງິນຈາກການຂາຍອ້ອຍ 371 ລ້ານກວ່າກີບ ທຽບໃສ່ຕົ້ນທຶນແມ່ນຍັງໄດ້ເງິນ
ໜ້ອຍຢູ່ ເພາະປີທໍາອິດໄດ້ລົງທຶນຫລາຍ, ແຕ່ເຮົາກໍຍັງບົວລະບັດຕໍອ້ອຍໃໝ່ອີກ ໄດ້ 1-2 ປີ ລວມເນື້ອທີ່ທັງໝົດຕອນນີ້ 42 ເຮັກຕາ. ປັດຈຸບັນ, ຜົນຜະລິດ ແລະ ລາຍຮັບຈາກການຂາຍອ້ອຍດີຂຶ້ນເລື້ອຍໆ ສະເລ່ຍ 570 ລ້ານກວ່າກີບ/ປີ; ນອກຈາກປູກອ້ອຍແລ້ວ ກໍຍັງມີລາຍຮັບຈາກການບໍລິການບຸກເບີກສວນ, ໄຖສວນ, ຄີບອ້ອຍ, ຂົນອ້ອຍ ສະເລ່ຍໄດ້ 258 ລ້ານກວ່າກີບ/ປີ, ໄດ້ຈາກການຂາຍມັນຕົ້ນ 270 ລ້ານກວ່າກີບ ແລະ ໄດ້ຈາກການຂາຍສັດລ້ຽງອື່ນໆອີກ 50 ລ້ານກີບ/ປີ ລວມລາຍຮັບທັງໝົດ 1.164 ລ້ານກີບ/ປີ.

ທ່ານ ຄໍາພັນ ກ່າວຕື່ມວ່າ: ທັງໝົດນັ້ນໄດ້ມາຈາກເຫື່ອແຮງ ຄວາມດຸໝັ່ນອົດທົນຂອງຕົນ ແລະ ສະມາຊິກໃນຄອບຄົວ ເຮັດໃຫ້ຊີວິດການເປັນຢູ່ ຂອງຄອບຄົວດີຂຶ້ນເທື່ອລະກ້າວ. ປັດຈຸບັນ, ຂ້າພະເຈົ້າມີເຮືອນຢູ່ຖາວອນ 3 ຫລັງ, ລົດໄຖຄູໂບຕາ 2 ຄັນ, ລົດກະບະຣີໂວ 2 ຄັນ, ລົດສິບລໍ້ 1 ຄັນ, ລົດຄີບອ້ອຍ 1 ຄັນ, ມີງົວ 70 ໂຕ, ຄວາຍ 13 ໂຕ ແລະ ມີເຄື່ອງອຸປະກອນຮັບໃຊ້ ການຜະລິດຢ່າງພຽງພໍ, ມີລະບົບນໍ້າໂຊລາເຊວ 3 ບໍ່ ນໍາໃຊ້ເຂົ້າໃນການຫົດອ້ອຍໃນຍາມແລ້ງ. ຜົນສໍາເລັດທັງໝົດນັ້ນ ກໍຍ້ອນແນວທາງນະໂຍບາຍຂອງພັກ-ລັດ ກໍຄືຄວາມເອົາໃຈໃສ່ຂອງຄະນະພັກ-ອົງການປົກຄອງເມືອງພູວົງ, ບັນດາຂະແໜງການທີ່ກ່ຽວຂ້ອງ ເຊິ່ງຍາມໃດກໍໄດ້ເອົາໃຈໃສ່ຊີ້ທິດເຍືອງທາງ ແລະ ຊີ້ນໍາ-ນໍາພາ ພ້ອມທັງສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ແກ່ປະຊາຊົນບັນດາເຜົ່າຊາວເມືອງພູວົງ ໃຫ້ໄດ້ຮັບການພັດທະນາ, ແກ້ໄຂຊີວິດການເປັນຢູ່ ຂອງຄອບຄົວໃຫ້ພົ້ນທຸກເທື່ອລະກ້າວ
KPL