ຂປລ
ທ່ານ ສີຈິ້ນຜິງ ປະທານປະເທດ ຈີນ ອອກຄຳສັ່ງໃຫ້ຂະຫຍາຍການຜະລິດທັນຍາພືດ ເພື່ອປົກປ້ອງ ແຫລ່ງອາຫານຂອງຈີນ ຈາກການປ່ຽນແປງ ໃນລະດັບໂລກ
ຂປລ.ສຳນັກຂ່າວ ເອເອຟພີ ລາຍງານຈາກນະຄອນຫລວງ ປັກກິງ ປະເທດ ຈີນ, ທ່ານ ສີຈິ້ນຜິງ ປະທານປະເທດ ຈີນ ອອກຄຳສັ່ງໃຫ້ຂະຫຍາຍການຜະລິດທັນຍາພືດ ເພື່ອປົກປ້ອງ ແຫລ່ງອາຫານຂອງຈີນ ຈາກການປ່ຽນແປງ ໃນລະດັບໂລກ, ພ້ອມທັງຮຽກຮ້ອງ ໃຫ້ມີການເລັ່ງພັດທະນາ ກະສິກຳ ແລະ ພືດທີ່ຊົນນະບົດ ໃຫ້ທັນສະໄໝຍິ່ງຂຶ້ນ ໃນປີ 2026.
ໂດຍຜູ້ນຳຈີນ ໄດ້ເນັ້ນໜັກເຖິງແນວທາງ ບໍ່ປ່ຽນແປງ ໃນການຜະລິດທັນຍາພືດ ເພີ່ມກຳລັງການຜະລິດ ແລະ ປະສິດທິພາບ ໂດຍລວມໃຫ້ສູງຂຶ້ນ, ດ້ວຍການບູລະນາການ ທີ່ດິນຄຸນນະພາບສູງ, ເມັດພັນພືດ, ເຄື່ອງຈັກ ແລະ ເຕັກນິກການເຮັດສວນ.
ນອກຈາກນີ້ ຈີນ ຕ້ອງປັບປຸງປະສິດທິພາບ ຂອງນະໂຍບາຍ ເພື່ອເສີມສ້າງກະສິກຳ, ສ້າງປະໂຫຍດໃຫ້ແກ່ ພື້ນທີ່ຊົນນະບົດ ແລະ ສ້າງຄວາມຮັ່ງມີ ໃຫ້ແກ່ກະສິກອນ ຕະຫລອດຈົນ ສົ່ງເສີມ ການຮັກສາລະດັບລາຄາ ທັນຍາພືດ ແລະ ຜະລິດຕະພັນ ທາງການກະສິກຳ ທີ່ສຳຄັນອື່ນໆ ໃຫ້ຢູ່ໃນລະດັບທີ່ເໝາະສົມ.
KPL