ມາເລເຊຍ ໄດ້ຮັບເງິນລົງທຶນພາກດິຈິຕອນຫລາຍກວ່າ 13 ຕື້ໂດລາສະຫະລັດ

02/01/2026 12:48
ຂປລ ມາເລເຊຍ ໄດ້ຮັບເງິນທຶນລວມ 54 ຕື້ຣິງກິດ (13 ຕື້ໂດລາສະຫະລັດ) ໃນໄລຍະໄຕມາດ 3 ປີ 2025 ພາຍໃຕ້ໂຄງການສົ່ງເສີມ ເສດຖະກິດດິຈິຕອນ (Malaysia Digital), ຊຶ່ງຊ່ວຍສ້າງຕໍາແໜ່ງງານ ຄຸນນະພາບສູງກວ່າ 21.815 ຕຳແໜ່ງ ໃຫ້ບໍລິສັດ ດິຈິຕອນລວມ 402 ແຫ່ງ.

ຂປລ. ສຳນັກຂ່າວ ອິນໂຟເຄວສ:​ ມາເລເຊຍ ໄດ້ຮັບເງິນທຶນລວມ 54 ຕື້ຣິງກິດ (13 ຕື້ໂດລາສະຫະລັດ) ໃນໄລຍະໄຕມາດ 3 ປີ 2025 ພາຍໃຕ້ໂຄງການສົ່ງເສີມ ເສດຖະກິດດິຈິ ຕອນ (Malaysia Digital), ຊຶ່ງຊ່ວຍສ້າງຕໍາແໜ່ງງານ ຄຸນນະພາບສູງກວ່າ 21.815 ຕຳແໜ່ງ ໃຫ້ບໍລິສັດ ດິຈິຕອນລວມ 402 ແຫ່ງ.

ສຳນັກງານສົ່ງເສີມ ເສດຖະກິດດິຈິຕອນ ມາເລເຊຍ (MDEC) ຖະແຫລງວ່າ: ​ບ້ວງເງິນລົງທຶນ ທີ່ໄດ້ຮັບ ເນັ້ນໜັກວ່າ ນັກລົງທຶນມີຄວາມເຊື່ອໝັ້ນ ໃນລະບົບນິເວດດິຈິຕອນ ຂອງມາເລເຊຍ ແລະ ສະທ້ອນເຖິງເສັ້ນທາງ ການເຕີບໂຕ ໄລຍະຍາວທີ່ຂັບເຄື່ອນ ດ້ວຍປັນຍາປະດິດ (ເອໄອ) ຂອງມາເລເຊຍ.

ຖະແຫລງການລະບຸວ່າ: ນັກລົງທຶນຈາກ ສິງກະໂປ ຜ່ານການອະນຸມັດ ຫລາຍທີ່ສຸດ ພາຍໃຕ້ໂຄງການ  Malaysia Digital ດ້ວຍມູນຄ່າ ການລົງທຶນລວມຫຼາຍກວ່າ 25 ຕື້ຣິງກິດ, ຖັດມາແມ່ນນັກລົງທຶນ ມາເລເຊຍ 17,2 ຕື້ຣິງກິດ; ນັກລົງທຶນສ.ອາເມລິກາ 6,4 ຕື້ຣິງກິດ ແລະ ນັກລົງທຶນຈີນ 3 ຕື້ຣິງກິດ.

KPL

ຂ່າວອື່ນໆ

ads
ads

Top