ໂອເປັກພລັສ ເຫັນດີຮັກສາກຳລັງການຜະລິດນໍ້າມັນເຖິງເດືອນມີນາ

06/01/2026 18:50
Email Print 214
ຂປລ ກຸ່ມປະເທດສະມາຊິກໂອເປັກພລັສ ຕົກລົງຮັກສາລະດັບການຜະລິດນໍ້າມັນ ໃຫ້ຄົງທີ່ໃນກອງປະຊຸມທີ່ຈັດຂຶ້ນ, ໂດຍຫລີກລຽ່ງການປຶກສາຫາລື ກ່ຽວກັບຄວາມເຄັ່ງຕຶງທາງການເມືອງລະຫວ່າງປະເທດສະມາຊິກ

ຂປລ.ສຳນັກຂ່າວ ເອເອຟພີ ລາຍງານຈາກເມືອງດູໄບປະເທດ ສະຫະນະຄອນ ເອເມເຣັດອາຣັບ ເມື່ອວັນທີ 5 ມັງກອນວ່າ: ກຸ່ມປະເທດສະມາຊິກໂອເປັກພລັສ ຕົກລົງຮັກສາລະດັບ ການຜະລິດນໍ້າມັນ ໃຫ້ຄົງທີ່ໃນກອງປະຊຸມທີ່ຈັດຂຶ້ນ, ໂດຍຫລີກລຽ່ງ ການປຶກສາຫາລື ກ່ຽວກັບຄວາມເຄັ່ງຕຶງ ທາງການເມືອງລະຫວ່າງ ປະເທດສະມາຊິກເຊັ່ນ: ອາຣັບບີຊາອຸດິດ ແລ ສະຫະນະຄອນ ເອເມເຣັດອາຣັບ.

ໃນກອງປະຊຸມລະຫວ່າງ 8 ປະເທດສະມາຊິກ ສຳຄັນຂອງກຸ່ມ ປະເທດທີ່ບໍ່ແມ່ນ ສະມາຊິກກຸ່ມຜູ້ສົ່ງອອກນໍ້າມັນໂອເປັກ ຫລື ໂອເປັກພລັສ ໄດ້ແກ່:​ອາຣັບບີຊາອຸດິດ; ຣັດເຊຍ; ສະຫະນະຄອນ ເອເມເຣັດອາຣັບ(ຢູເອອີ); ກາຊັກສະຖານ; ກູເວດ; ອີຣັກ; ອານເຊຣີ ແລະ ໂອມານ ຊຶ່ງເກີດຂຶ້ນຫລັງຈາກ ລາຄານໍ້າມັນ ຫລຸດລົງຫລາຍກວ່າ 18% ໃນປີ 2025 ຊຶ່ງເປັນການຫລຸດລົງລາຍປີ ທີ່ຮຸນແຮງທີ່ສຸດ ນັບແຕ່ປີ 2020 ທ່າມກາງຄວາມກັງວົນ ກ່ຽວກັບການສະໜອງ ເກີນທີ່ເພີ່ມຂຶ້ນໃນຕະຫລາດ.

ໂດຍກ່ອນໜ້ານີ້ ສະມາຊິກ 8 ປະເທດ ເຫັນດີເພີ່ມເປົ້າໝາຍ ການຜະລິດ ນໍ້າມັນຂຶ້ນປະມານ 2,9 ລ້ານຖັງຕໍ່ວັນ ຕັ້ງແຕ່ເດືອນເມສາ-ເດືອນທັນວາປີ 2025 ຊຶ່ງເທົ່າກັບເກືອບ 3% ຂອງຄວາມຕ້ອງການ ນໍ້າມັນໂລກ.

KPL

ຂ່າວອື່ນໆ

ads
ads

Top