ຂປລ
ເລີ່ມຕັ້ງແຕ່ວັນທີ 8 ມັງກອນ 2026 ເປັນຕົ້ນໄປ ເທດສະບານ ນະຄອນຫລວງ ຮ່າໂນ້ຍ ຈະກຳນົດໃຫ້ ຄົວເຮືອນ ເລີ່ມຄັດແຍກຂີ້ເຫຍື້ອ ອອກເປັນ 3 ປະເພດ
ຂປລ.ສຳນັກຂ່າວ ເອເອຟພີ ລາຍງານຈາກ ນະຄອນຫລວງ ຮ່າໂນ້ຍ ປະເທດ ຫວຽດນາມ ເມື່ອບໍ່ດົນມານີ້ວ່າ:ເລີ່ມຕັ້ງແຕ່ວັນທີ 8 ມັງກອນ 2026 ເປັນຕົ້ນໄປ ເທດສະບານ ນະຄອນຫລວງ ຮ່າໂນ້ຍ ຈະກຳນົດໃຫ້ຄົວເຮືອນ ເລີ່ມຄັດແຍກຂີ້ເຫຍື້ອ ອອກເປັນ 3 ປະເພດ ພາຍໃຕ້ກົດລະບຽບໃໝ່ ທີ່ອະນຸຍາດໃຫ້ ເຈົ້າໜ້າທີ່ເກັບຂີ້ເຫຍື້ອ ປະຕິເສດຂີ້ເຫຍື້ອ ທີ່ບໍ່ແຍກ ປະເພດ ແລະ ອາດກ້າວໄປສູ່ ການເກັບຄ່າທຳນຽມ ການກຳຈັດຂີ້ເຫຍື້ອ ທີ່ສູງຂຶ້ນຕາມປະລິມານຂີ້ເຫຍື້ອ.
ກົດລະບຽບດັ່ງກ່າວ ຖືເປັນການປັບປຸງ ລະບົບຈັດການຂີ້ເຫຍື້ອ ຄົວເຮືອນຄັ້ງໃຫຍ່ ທີ່ສຸດຂອງ ນະຄອນ ຫລວງຮ່າໂນ້ຍ ໃນຮອບກວ່າ 10 ປີ. ໂດຍຄົວເຮືອນ ຕ້ອງແຍກຂີ້ເຫຍື້ອ ອອກເປັນ 3 ປະເພດໄດ້ແກ່ ວັດຖຸຣີໄຊເຄິນ, ເສດອາຫານ ແລະ ຂີ້ເຫຍື້ອອັນຕະລາຍ.
ຖ້າຫາກຄົວເຮືອນໃດ ບໍ່ຄັດແຍກຂີ້ເຫຍື້ອ ບໍລິສັດເກັບຂີ້ເຫຍື້ອສາມາດ ປະຕິເສດຂີ້ເຫຍື້ອ ທີ່ບໍ່ໄດ້ແຍກປະ ເພດຢ່າງຖືກຕ້ອງ ຫລື ບໍ່ໄດ້ໃສ່ພາຊະນະ ທີ່ໄດ້ຮັບການອະນຸມັດ ແລະ ລາຍງານການລະເມີດ ຕໍ່ໜ່ວຍງານທ້ອງຖິ່ນ ເພື່ອດໍາເນີນການກວດກາ ແລະ ລົງໂທດ.
KPL