ຂປລ
ເຈົ້າໜ້າທີ່ອາວຸໂສ ຈາກກະຊວງປະສານງານ ດ້ານອາຫານຂອງ ອິນໂດເນເຊຍ ເປີດເຜີຍວ່າ: ອິນໂດເນເຊຍ ຈະນໍາເຂົ້ານໍ້າຕານດ້ວຍປະລິມານ 3,1 ລ້ານໂຕນ ເພື່ອໃຊ້ໃນພາກອຸດສາຫະກຳ ໃນປີ 2026, ໂດຍການນໍາເຂົ້າດັ່ງກ່າວ ແນໃສ່ໃນການຮອງຮັບ ຄວມຕ້ອງການ ຂອງພາກການຜະລິດເປັນຫລັກ
ຂປລ. ສຳນັກຂ່າວ ອິນໂຟເຄວສ: ເຈົ້າໜ້າທີ່ອາວຸໂສ ຈາກກະຊວງປະສານງານ ດ້ານອາຫານຂອງ ອິນໂດເນເຊຍ ເປີດເຜີຍວ່າ: ອິນໂດເນເຊຍ ຈະນໍາເຂົ້ານໍ້າຕານດ້ວຍປະລິມານ 3,1 ລ້ານໂຕນ ເພື່ອໃຊ້ໃນພາກອຸດສາຫະກຳ ໃນປີ 2026, ໂດຍການນໍາເຂົ້າດັ່ງກ່າວ ແນໃສ່ໃນການຮອງຮັບ ຄວມຕ້ອງການ ຂອງພາກການຜະລິດເປັນຫລັກ, ພ້ອມທັງເນັ້ນໜັກວ່າ ລັດຖະບານ ບໍ່ມີແຜນ ນຳເຂົ້ານໍ້າຕານ ເພື່ອການບໍລິໂພກ ໃນພາກຄົວເຮືອນ ແຕ່ຢ່າງໃດ.
ນອກຈາກນີ້ ລັດຖະບານ ຍັງກຽມຈັດສັນໂຄຕ້ານຳເຂົ້າ ນໍ້າຕາກແຍກຕ່າງຫາກອີກ 508.360 ໂຕນ ສຳລັບພາກອຸດສາຫະກຳ ທີ່ຜະລິດສິນຄ້າ ເພື່ອການສົ່ງອອກ, ໂດຍການນຳເຂົ້າ ສ່ວນໃຫຍ່ ຈະເປັນນໍ້າຕານດີບ ແລະ ສອດຄອງກັບຄວາມຕ້ອງການ ທີ່ຄາດວ່າຈະເກີດຂຶ້ນ ຈາກພາກການຜະລິດ.
ໃນປີ 2025 ຜ່ານມາ ອິນໂດເນເຊຍ ກຳນົດໂຄຕ້ານຳເຂົ້ານໍ້າຕານດີບລວມ 4,39 ລ້ານໂຕນ, ແຕ່ໄດ້ຢຸດຕິການສົ່ງອອກໃບອະນຸຍາດ ນໍາເຂົ້າໃນເດືອນກັນຍາ, ຫລັງຈາກຊາວກະສິ ກອນ ຜູ້ປູກອອ້ຍຮຽກຮ້ອງວ່າ ປະສົບບັນຫາບໍ່ສາມາດຕອບສະໜອງ ກັບຜູ້ຕ້ອງການ ຊາວຕ່າງປະເທດໄດ້.
KPL