ຂປລ
ຫລາຍອົງການຈັດຕັ້ງ ແລະ ສື່ມວນຊົນສາກົນ ໄດ້ຕີລາຄາວ່າ ຫວຽດນາມ ພວມມີບົດບາດ ພົ້ນເດັ່ນ ໃນການ ດຶງດູດ ນັກລົງທຶນ ຕ່າງປະເທດ, ທ່າມກາງ ສະພາບ ກະແສທຶນ ທົ່ວໂລກ ພວມມີການຫັນປ່ຽນຢ່າງແຮງ ໃນອາຊີ.
ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ, ອ້າງຕາມ ໜັງສືພີມ Business Times ແລະ Financial Content ເມື່ອບໍ່ດົນມານີ້, ຫລາຍອົງການຈັດຕັ້ງ ແລະ ສື່ມວນຊົນສາກົນ ໄດ້ຕີລາຄາວ່າ ຫວຽດນາມ ພວມມີບົດບາດ ພົ້ນເດັ່ນ ໃນການ ດຶງດູດ ນັກລົງທຶນ ຕ່າງປະເທດ, ທ່າມກາງ ສະພາບ ກະແສທຶນ ທົ່ວໂລກ ພວມມີການຫັນປ່ຽນຢ່າງແຮງ ໃນອາຊີ. ບໍລິສັດ FTSE Russel, ເປັນສາຂາໜຶ່ງ ທີຂຶ້ນກັບ ກຸ່ມບໍລິສັດ ທຸລະກຳ ຫລັກຊັບ ລອນດອນ, ປະເທດອັງກິດ ໄດ້ຍົກ ຕະຫລາດ ຫລັກຊັບ ຫວຽດນາມ ຂຶ້ນເປັນ “ຕະຫລາດຫາກໍ່ພົ້ນເດັ່ນ ຂັ້ນສອງ”.
ໜັງສືພີມ Business Times ແລະ Financial Content ລາຍງານວ່າ ການກະທຳ ດັ່ງກ່າວ ບໍ່ພຽງແຕ່ປັບປຸງ ຄວາມໄວ້ວາງໃຈ ຂອງ ຫວຽດນາມ ໃນແຜນການເງິນ ສາກົນ ເທົ່ານັ້ນ ຫາກ ຍັງສາມາດ ດຶງດູດ ກະແສທຶນແຕ່ 3,4 ຫາ 10 ຕື້ໂດລາ ສະຫະລັດ ໃນໄລຍະສັ້ນ. ຈາກນັ້ນ, ຫວຽດນາມ ກໍ່ເພີ່ມຖານະ ບົດບາດ ຄື ດັ່ງສູນການເງິນ ທີ່ພວມໂດດເດັ່ນຂຶ້ນ ໃນອາຊຽນ.
ໂດຍສະເພາະ ດັດຊະນີ ຄວາມໄວ້ວາງໃຈ ໃນການ ດຳເນີນ ທຸລະກິດ (BCI) ຂອງ EuroCham ຮັບຮູ້ລະດັບ ສູງສຸດ ໃນ 3 ປີ, ບັນລຸ 66,5 ຄະແນນ ໃນໄຕມາດທີ III/2025, ໄດ້ສະແດງ ໃຫ້ເຫັນວ່າ ປະຊາຄົມ ວິສາຫະກິດ ເອີຣົບ ໂດຍຕີລາຄາວ່າ ຫວຽດນາມ ແມ່ນໜຶ່ງ ໃນບັນດາ ສະຖານທີ່ ການລົງທຶນ ທີ່ມີ ແງ່ຫວັງ ທີ່ສຸດ ໃນພາກພື້ນ. ຫວຽດນາມ ຫາກໍ່ພົ້ນເດັ່ນຂຶ້ນ ຄື ດັ່ງການເລືອກເຟັ້ນ ຍຸດທະສາດ ຍ້ອນມີ ກຳລັງແຮງງານ ເປັນມືອາຊີບ, ຄ່າແກ້ງແຍ້ງ ແລະ ຂອບນິຕິກຳ ອຳນວຍຄວາມສະດວກ./
KPL