ສ.ອາເມລິກາ-ເອີຣົບ ປ່ອຍດາວທຽມດວງໃໝ່ ໃນການຕິດຕາມ ລະດັບນໍ້າທະເລ

19/11/2025 22:24
ຂປລ ດາວທຽມດວງໃໝ່ ທີ່ ພັດທະນາໂດຍ ອົງການນາຊາ (NASA) ແລະ ອົງການ ອາວະກາດ ເອີຣົບ (ESA) ໄດ້ສົ່ງຂຶ້ນໄປ ສູ່ອາວະກາດ ເພື່ອເກັບຂໍ້ມູນລະດັບນໍ້າທະເລ ທົ່ວມະຫາສະໝຸດ ຫລາຍກວ່າ 90% ຂອງໂລກ.

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ ລາຍງານວ່າ: ວັນທີ 17 ພະຈິກ, ດາວທຽມດວງໃໝ່ ທີ່ ພັດທະນາໂດຍ ອົງການນາຊາ (NASA) ແລະ ອົງການ ອາວະກາດ ເອີຣົບ (ESA) ໄດ້ສົ່ງຂຶ້ນໄປ ສູ່ອາວະກາດ ເພື່ອເກັບຂໍ້ມູນລະດັບນໍ້າທະເລ ທົ່ວມະຫາສະໝຸດ ຫລາຍກວ່າ 90% ຂອງໂລກ. ດາວທຽມ ດັ່ງກ່າວ ຈະຕິດຕາມ ມະຫາສະໝຸດ ໂດຍລຸ້ນນີ້ ມີຊື່ວ່າ ເຊນຕິເນລ-6ບີ (Sentinel-6B) ຖືກສົ່ງຂຶ້ນສູ່ ອາວະກາດ ດ້ວຍຈະຫລວດ ສະເປຊເອັກຊ ຟໍລຄອນ 9 ຈາກຖານທັບ ອາວະກາດ ແວນເດນເບຣີກ ຢູ່ລັດແຄລິຟໍເນຍ ຂອງ ສ.ອາເມລິກາ

ນາຊາ ລະບຸວ່າ ເຊນຕິເນລ-6 ບີ ຊຶ່ງໂຄຈອນ ຮອບໂລກ ຂອງທຸກໆ 112 ນາທີ ດ້ວຍຄວາມໄວ ປະມານ 7,2 ກິໂລແມັດ ຕໍ່ວິນາທີ ຈະເຂົ້າມາ ເຮັດໜ້າທີ່ ແທນດາວທຽມ ເຊັນຕິເນລ-6 ໄມເຄີລ ໄຟຣລິດ (Sentinel-6 Michael Freilich) ຊຶ່ງຖືກສົ່ງຂຶ້ນໄປ ອາວະກາດ ເມື່ອ 5 ປີກ່ອນ, ເພື່ອສືບຕໍ່ພາລະກິດ ບັນທຶກຂໍ້ມູນ ລະດັບນໍ້າທະເລ ຈາກ ອາວະກາດ ຢ່າງຕໍ່ເນື່ອງ ໃນໄລຍະເວລາ ຫລາຍທົດສະວັດ./

KPL

ຂ່າວອື່ນໆ

ads
ads

Top