ຂປລ
ການລົງທຶນໃນຊັບສີນຖາວອນ ດ້ານທາງລົດໄຟຂອງຈີນ ໃນໄລຍະເດືອນ ມັງກອນ-ເດືອນຕຸລາ ປີ 2025 ລວມມີ 6,71 ແສນລ້ານຢວນ, ເພີ່ມຂຶ້ນ 5,7% ເມື່ອທຽບປີຕໍ່ປີ.
ຂປລ. ສຳນັກຂ່າວ ອິນໂຟເຄວສ: ບໍລິສັດການລົດໄຟ ແຫ່ງປະເທດ ຈີນ ຈຳກັດ ລາຍງານວ່າ: ການລົງທຶນໃນຊັບສີນຖາວອນ ດ້ານທາງລົດໄຟຂອງຈີນ ໃນໄລຍະເດືອນ ມັງກອນ-ເດືອນຕຸລາ ປີ 2025 ລວມມີ 6,71 ແສນລ້ານຢວນ, ເພີ່ມຂຶ້ນ 5,7% ເມື່ອທຽບປີຕໍ່ປີ.
ການລົງທຶນ ດ້ານການລົດໄຟ ມີບົດບາດ ສຳຄັນ ໃນການກະຕຸ້ນ ການລົງທຶນ ລວມທັງ ການສະໜັບ ສະໜູນ ການພັດທະນາ ເສດຖະກິດ ແລະ ສັງຄົມ ຢ່າງມີຄຸນນະພາບສູງ. ໃນຂະນະດຽວກັນ, ບໍລິສັດ ພວມວາງແຜນ ແລະ ການກໍ່ສ້າງ ທາງລົດໄຟ ຢ່າງເປັນລະບົບ, ເລັ່ງກໍ່ສ້າງເຄື່ອຂ່າຍ ທາງລົດໄຟ ສະໄໝໃໝ່ ລະດັບໂລກ, ເພີ່ມການ ເຂົ້າເຖິງ ແລະ ການຄວບຄຸມ ຕະຫລອດເຖິງ ສົ່ງເສີມ ການເຊື່ອມຕໍ່ ໃນລະດັບພາກພື້ນ. ນອກນັ້ນ, ບໍລິສັດດັ່ງກ່າວ ຈະສືບຕໍ່ ສົ່ງເສີມ ການກໍ່ສ້າງ ໂຄງການ ສຳຄັນ ດ້ານຄວາມປອດໄພ ແລະ ຄວບຄຸມຄຸນນະພາບ, ຮັບຮອງ ການລົງທຶນ ກໍ່ສ້າງທາງລົດໄຟ ປະຈຳປີ ໃຫ້ສຳເລັດ ຢ່າງມີຄຸນນະພາບສູງ ລວມເຖິງ ສະໜັບສະໜູນ ການຟື້ນຕົວ ແລະ ການພັດທະນາ ເສດຖະກິິດຈີນ ແບບຍືນຍົງຕໍ່ໄປ./
KPL