ອີຣັກ ດຳເນີນການເລືອກຕັ້ງ ສະພາແຫ່ງຊາດ

12/11/2025 12:33
Email Print 478
ຂປລ ຄະນະກຳມະການເລືອກຕັ້ງ ເອກະລາດສູງສຸດ ອີຣັກ (IHEC) ໃຫ້ຮູ້ວ່າ: ການເລືອກຕັ້ງປີນີ້ ມີຜູ້ອອກສະໝັກ ເລືອກຕັ້ງ ຫລາຍ ກ່ວາ 7700 ຄົນ ເຂົ້າຮ່ວມ, ໃນນັ້ນ ຜູ້ຍິງມີ 2200 ຄົນ ເພື່ອແນໃສ່ຍາດແຍ່ງ 329 ບ່ອນນັ່ງ ສະມາຊິກ ລັດຖະສະ ພາ ໃນສະພາແຫ່ງຊາດ ອີຣັກ ອາຍຸການໃໝ່.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ  11 ພະຈິກ, ຄະນະກຳມະການເລືອກຕັ້ງ ເອກະລາດສູງສຸດ ອີຣັກ (IHEC) ໃຫ້ຮູ້ວ່າ: ການເລືອກຕັ້ງປີນີ້ ມີຜູ້ອອກສະໝັກ ເລືອກຕັ້ງ ຫລາຍ ກ່ວາ 7700 ຄົນ ເຂົ້າຮ່ວມ, ໃນນັ້ນ ຜູ້ຍິງມີ 2200 ຄົນ ເພື່ອແນໃສ່ຍາດແຍ່ງ 329 ບ່ອນນັ່ງ ສະມາຊິກ ລັດຖະສະພາ ໃນສະພາແຫ່ງຊາດ ອີຣັກ ອາຍຸການໃໝ່. ຜູ້ມີສິດເລືອກຕັ້ງ 21.4 ລ້ານຄົນ ໄດ້ຈົດ ທະບຽນ ເຂົ້າຮ່ວມ ການປ່ອນບັດ. ອົງການເລືອງຕັ້ງ ອີຣັກ ໄດ້ສ້າງຕັ້ງ ຫລາຍກ່ວາ 8700 ສະຖານທີ່ ປ່ອນບັດໃນທົ່ວ ຜືນແຜ່ນດິນ ພາຍໃຕ້ການຕິດຕາມກວດກາ ຂອງນັກສັງເກດການ ທັງພາຍໃນ ປະເທດ, ພາກພື້ນ ແລະ ສາກົນນັບພັນຄົນ. ບັນດາກຸ່ມການເມືອງແກ່ນ ສານໄດ້ແກ້ງແຍ້ງ ໃນການເລືອກຕັ້ງ ສະພາແຫ່ງຊາດຢູ່ ອີຣັກ ຄັ້ງນີ້ ລວມມີ ບັນດາພັນທະມິດ ອິດສະລາມ ນິກາຍ ຊີອະ ໂດຍ ທ່ານ Nouri Al-Maliki ອະດີດນາຍົກລັດຖະມົນຕີ ແລະ ບາດຫລວງ  Ammar Al-Hakim ນຳພາ; ບັນດາກຸ່ມ ອິດສະລາມ ນິກາຍ ຊັນນີ ໂດຍທ່ານ Mohammed Al-Halbousi ອະດີດປະທານ ສະພາແຫ່ງຊາດ ແລະ ທ່ານ Mahmoud Al-Mashhadani ນຳພາ; ພ້ອມດ້ວຍ 2 ພັກໃຫ່ຍ ຂອງຊາວເກີດ ແມ່ນພັກປະຊາ ທິປະໄຕ Kurdistan(KDP) ແລະ ພັກພັນທະມິດ ຮັກຊາດ Kurdistan(PUK). ບັນດາການຕີລາຄາຫລ້າສຸດ ໃຫ້ເຫັນວ່າ ໂອກາດໄດ້ຮັບໄຊຊະນະ ຂອງຝ່າຍຕ່າງໆ ແມ່ນເທົ່າທຽມກັນ ແລະ ບໍ່ມີກຳລັງໃດ ສາມາດຍາດໄດ້ບ່ອນນັ່ງ ສ່ວນຫລາຍເພື່ອມີສິດສ້າງຕັ້ງ ລັດຖະບານສະເພາະ. ຝ່າຍໄດ້ຮັບໄຊຊະນະອາດ ຈະຕ້ອງປະນີ ປະນອມກັບໜຶ່ງ ຫລື ຫລາຍຝ່າຍອື່ນ ເພື່ອສ້າງຕັ້ງລັດຖະບານ ປະສົມ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top