ສປ ຈີນ ໃຫ້ການຊ່ວຍເຫລືອແກ່ ຟິລິບປິນ ຫລັງພາຍຸໄຕ້ຝຸ່ນ ພັດຖະຫລົ້ມຢ່າງໜັກ

12/11/2025 12:13
ຂປລ ເພື່ອມະນຸດສະທຳ ແລະ ໄມຕີຈິດ ມິດຕະພາບ ກັບປະຊາຊົນ ຟິລິບປິນ, ສປ ຈີນ ໄດ້ໃຫ້ການຊ່ວຍເຫລືອ ດ້ານເງິນສົດ ແລະ ເຄື່ອງຊ່ວຍເຫລືອສຸກເສີນ ໃຫ້ແກ່ ຟິລິບປິນ,ແຂວງຕ່າງໆທີ່ກ່ຽວຂ້ອງຂອງ ສປ ຈີນ ກໍ່ພວມສະໜອງການ ຊ່ວຍເຫລືອ ໃຫ້ແກ່ ເຂດປະສົບໄພ ຂອງຟິລິບປິນ ໂດຍຜ່ານຊ່ອງທາງແຂວງແຮກສ່ຽວ.

   ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ເພື່ອມະນຸດສະທຳ ແລະ ໄມຕີຈິດ ມິດຕະພາບ ກັບປະຊາຊົນ ຟິລິບປິນ, ສປ ຈີນ ໄດ້ໃຫ້ການຊ່ວຍເຫລືອ ດ້ານເງິນສົດ ແລະ ເຄື່ອງຊ່ວຍເຫລືອສຸກເສີນ ໃຫ້ແກ່ ຟິລິບປິນ,ແຂວງຕ່າງໆທີ່ກ່ຽວຂ້ອງຂອງ ສປ ຈີນ ກໍ່ພວມສະໜອງການຊ່ວຍເຫລືອ ໃຫ້ແກ່ ເຂດປະສົບໄພ ຂອງຟິລິບປິນ ໂດຍຜ່ານຊ່ອງທາງແຂວງແຮກສ່ຽວ. ຄາດວ່າ ປະຊາຊົນ ໃນເຂດປະສົບໄພ ຂອງຟິລິບປິນ ຈະຜ່ານຜ່າ ຄວາມຫຍຸ້ງຍາກ ໂດຍໄວ ແລະ ຟື້ນຟູ ບ້ານເກີດຄືນໃໝ່. ດັ່ງນັ້ນ ວັນທີ 11ພະຈິກນີ້, ທ່ານ ລິນຈ້ຽນ ໂຄສົກກະຊວງ ການຕ່າງປະເທດຈີນ ປີດເຜີຍວ່າ ໃນຫລາຍວັນຜ່ານມາ ຫລາຍພື້ນທີ່ ຂອງຟິລິບປິນ ຜະຊີນກັບ ພາຍຸໄຕ້ຝຸ່ນ ເຮັດໃຫ້ຫລາຍຄົນ ເສຍຊີວິດ ແລະ ບາດເຈັບ ພ້ອມທັງ ສ້າງຄວາມເສຍຫາຍ ດ້ານຊັບສິນຢ່າງຫລວງຫລາຍ.ນກນີ້ ຍັງກ່າວສະແດງ ຄວາມໄວ້ອາໄລ ຕໍ່ຜູ້ເສຍຊີວິດ ແລະ ສະແດງຄວາມເສຍໃຈນຳຄອບຄົວ ຂອງຜູ້ເສຍຊີວິດ ຜູ້ສູນຫາຍ ແລະ ປະຊາຊົນ ທີ່ປະສົບໄພ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top