ອຸດສາຫະກຳຫຸ່ນຍົນມະນຸດຂອງ ສປ ຈີນ ກ້າວເຂົ້າສູ່ໄລຍະໃໝ່

06/11/2025 13:43
ຂປລ ອຸດ​ສາ​ຫະ​ກຳ ຫຸ່ນ​ຍົນ​ມະ​ນຸດຂອງ ສປ ​ຈີນ ​ກ້າວ​ເຂົ້າ​ສູ່ ​ໄລ​ຍະ​ໃໝ່: ​ຫຸ່ນ​ຍົນ​​ມະ​ນຸດ​ ອັດ​ສະ​ລິ​ຍະ ​ເຄື່ອງ​ທຳ​ອິດ​ ທີ່​ສາ​ມາດ​ເພີ່ມ​ ການ​ນຳ​ໃຊ້ເຕັກ​ໂນ​ໂລ​ຊີ ​​ຮຽນ​ຮູ້ ໄດ້​ປະ​ຍຸກ​ໃຊ້​ ຕາມສາຍ​​ການຜະ​ລິດ​ ອຸດ​ສາ​ຫະ​ກຳ ​ຢ່າງ​ເປັນ​ທາງ​ການ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້, ອຸດ​ສາ​ຫະ​ກຳ ຫຸ່ນ​ຍົນ​ມະ​ນຸດຂອງ ສປ ​ຈີນ ​ກ້າວ​ເຂົ້າ​ສູ່ ​ໄລ​ຍະ​ໃໝ່: ​ຫຸ່ນ​ຍົນ​​ມະ​ນຸດ​ ອັດ​ສະ​ລິ​ຍະ ​ເຄື່ອງ​ທຳ​ອິດ​ ທີ່​ສາ​ມາດ​ເພີ່ມ​ ການ​ນຳ​ໃຊ້ເຕັກ​ໂນ​ໂລ​ຊີ ​​ຮຽນ​ຮູ້ ໄດ້​ປະ​ຍຸກ​ໃຊ້​ ຕາມສາຍ​​ການຜະ​ລິດ​ ອຸດ​ສາ​ຫະ​ກຳ ​ຢ່າງ​ເປັນ​ທາງ​ການ, ສປ ຈີນ​ ໄດ້​ເປີດ​ເຜີຍ​ ຫຸ່ນ​ຍົນ​ມະ​ນຸດ ທຸກ​ສະ​ພາບ ​ການ​ເຄື່ອງ​ທຳ​ອິດ, ​ຈຳ​ນວນ​ ການ​ຜະ​ລິດ ​ຫຸ່ນ​ຍົນ​ ອຸດ​ສາ​ຫະ​ກຳ​ໃນ 3 ໄຕ​ມາດ​ປີ​ນີ້ ​ໄດ້ຫລາຍກວ່າ​ ຍອດ​ຈຳ​ນວນ​ການ​ຜະ​ລິດ​ ໃນ​ໝົດ​ປີ 2024, ຈຳ​ນວນ​​ການສົ່ງ​ອອກ ​ຫຸ່ນ​ຍົນ​ຂອງ​ ສປ ຈີນ ​ໄດ້​ເພີ່ມ​ຂຶ້ນ 54,9%. ຈາກ​ການ​ບຸກ​ທະ​ລຸ​ ດ້ານ​ເຕັກ​ໂນ​ໂລ​ຊີ ​ເຖິງ​ການ​ເປີດກວ້າງ​ ຂົງ​ເຂດ​ການ​ນຳ​ໃຊ້, ຈາກ​ການ​ເຕີບ​ໂຕ ​ດ້ານ​ອຸດ​ສາ​ຫະ​ກຳ​ ເຖິງ​ການ​ສົ່ງ​ອອກ ​ໄປ​ທົ່ວ​ໂລກ, ອຸດ​ສາ​ຫະ​ກຳ​ຫຸ່ນ​ຍົນ​ຂອງ ສປ ​ຈີນ ​ພວມ​ໄດ້​ກ້າວ​ເຂົ້າ​ສູ່​ ໄລ​ຍະ​ໃໝ່​ ແຫ່ງ​ການ​ພັດ​ທະ​ນາ ​ດ້ວຍ​ຄຸນ​ນະ​ພາບ​ສູງ​ ຢ່າງ​ໜັກ​ແໜ້ນ ແລະ ສະ​ແດງ​ໃຫ້​ເຫັນ​ເຖິງ​ ກຳ​ລັງ​ຕົວ​ຈິງ​ຂອງການ​ຜະ​ລິດ​ ແບບ​ອັດ​ສະ​ລິ​ຍະ​ຂອງ ສປ ​ຈີນ”./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top