ຂປລ
ຂະແໜງ ກະສິກຳ ແລະ ສິ່ງແວດລ້ອມ ຍັງຮັກສາ ທ່າເຕີບໂຕ ທີ່ຕັ້ງໜ້າ ເຖິງວ່າຖືກ ຜົນກະທົບ ຈາກພາຍຸ, ຝົນຕົກ ໜັກ ແລະ ການຜັນແປ ຂອງຕະ ຫລາດ. ວົງເງິນສົ່ງອອກໃນ 10 ເດືອນຜ່ານມາບັນລຸກວ່າ 58 ຕື້ໂດລາສະຫະລັດ, ເພີ່ມຂຶ້ນເກືອບ 13% ເມື່ອທຽບໃສ່ ໄລຍະດຽວກັນຂອງປີ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ຂະແໜງ ກະສິກຳ ແລະ ສິ່ງແວດລ້ອມ ຍັງຮັກສາ ທ່າເຕີບໂຕ ທີ່ຕັ້ງໜ້າ ເຖິງວ່າຖືກ ຜົນກະທົບ ຈາກພາຍຸ, ຝົນຕົກໜັກ ແລະ ການຜັນແປ ຂອງຕະ ຫລາດ. ວົງເງິນສົ່ງອອກໃນ 10 ເດືອນຜ່ານມາບັນລຸກວ່າ 58 ຕື້ໂດລາສະຫະລັດ, ເພີ່ມຂຶ້ນເກືອບ 13% ເມື່ອທຽບໃສ່ ໄລຍະດຽວກັນຂອງປີ. ທົ່ວຂະແໜງ ສູ້ຊົນປະຕິບັດ ສຳເລັດ ບັນດາເປົ້າໝາຍ, ມຸ່ງໄປ ເຖິງ ບັນລຸຄາດໝາຍ ວາງອອກ ໃນປີ 2025 ດ້ວຍໝາກຜົນ ຮອບດ້ານ ແລະ ຍືນຍົງ.ນີ້ແມ່ນຂໍ້ມູນ ທີ່ໄດ້ຍົກອອກມາ ໃນການຖະແຫລງຂ່າວ ປະຈຳເດືອນພະຈິກ ຂອງກະຊວງກະສິກຳ ແລະ ສິ່ງແວດ ລ້ອມ ຈັດຂຶ້ນ ໃນວັນທີ 5 ພະຈິກ ຢູ່ນະຄອນຫລວງ ຮ່າໂນ້ຍ.ຂໍ້ມູນຂ່າວ ໃນການຖະແຫລງຂ່າວດັ່ງກ່າວ ເຜີຍໃຫ້ຮູ້ວ່າ ວົງເງິນສົ່ງອອກ ຜະລິດຕະພັນກະສິກຳ, ເຄື່ອງປ່າຂອງດົ່ງ, ສິນໃນນ້ຳເດືອນ ຕຸລາ ຄາດວ່າ ບັນລຸ 5,96 ຕື້ໂດລາສະຫະລັດ, ຍົກຍອດມູນຄ່າ 10 ເດືອນຂອງປີ 2025 ຂຶ້ນເປັນ 58 ຕື້ໂດລາສະຫະລັດ. ນີ້ແມ່ນຕົວເລກ ທີ່ໜ້າປະທັບໃຈໃນສະພາບການຝົນຕົກໜັກເກີດຂຶ້ນ ໃນວົງກວ້າງ ຢູ່ເກືອບທຸກແຂວງ ຂອງພາກເໜືອ ແລະ ພາກກາງ, ກໍ່ຜົນກະທົບ ຕໍ່ການປູກຝັງ, ລ້ຽງສັດ ແລະ ປູກລ້ຽງສິນໃນນ້ຳ. ອາຊີ ສືບຕໍ່ ແມ່ນຕະຫລາດ ສົ່ງອອກໃຫຍ່ສຸດ (ກວມເອົາ 44,7%), ຖັດມາແມ່ນ ທະວີບອາເມລິກາ (22,7%) ແລະ ເອີຣົບ (13ດ8%), ດ້ວຍບັນດາຕະຫລາດ ຫລັກແຫລ່ງ ລວມມີ ສປ ຈີນ, ສ.ອາເມລິກາ ແລະ ຍີ່ປຸ່ນ. ລາຄາສົ່ງອອກ ສະເລ່ຍ ຂອງຫລາຍປະເພດສິນຄ້າ ຫລັກແຫລ່ງ ສືບຕໍ່ຮັກສາທ່ວງທ່າ ເພີ່ມຂຶ້ນຢ່າງຕັ້ງໜ້າ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL