ຂປລ
ທ່ານ ສີ ຈິ້ນຜິງ, ປະທານ ປະເທດຈີນ ໄດ້ຕ້ອນຮັບ ການເຂົ້າຢ້ຽມ ຄຳນັບຂອງ ທ່ານ ມີຄາອິນ ວະລາດີມີໂຣວິກ ມີຊູສະ ຕິນ ຢູ່ຫໍສະພາ ປະຊາຊົນ ທີ່ນະຄອນຫລວງ ປັກກິ່ງ ຂອງ ສປ ຈີນ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້, ທ່ານ ສີ ຈິ້ນຜິງ, ປະທານ ປະເທດຈີນ ໄດ້ຕ້ອນຮັບ ການເຂົ້າຢ້ຽມ ຄຳນັບຂອງ ທ່ານ ມີຄາອິນ ວະລາດີມີໂຣວິກ ມີຊູສະຕິນ ຢູ່ຫໍສະ ພາ ປະຊາຊົນ ທີ່ນະຄອນຫລວງ ປັກກິ່ງ ຂອງ ສປ ຈີນ. ທ່ານ ສີ ຈິ້ນຜິງ ໄດ້ຊີ້ອອກວ່າ: ນັບແຕ່ ຕົ້ນປີນີ້ ເປັນຕົ້ນມາ, ສາຍພົວພັນ ລະຫວ່າງ ສປ ຈີນ ແລະ ລັດເຊຍ ໄດ້ເລັງໃສ່ເປົ້າໝາຍ ການພັດທະນາ ຢ່າງຂັ້ມ ແຂງ ໄດ້ຂະຫຍາຍຕົວກ້າວ ໄປຂ້າງໜ້າ ຢ່າງໝັ້ນທ່ຽງ ໃນທ່າມກາງ ສະພາບແວດລ້ອມ ພາຍນອກ ທີ່ມີການຜັນແປ ຢ່າງສະຫລັບຊັບຊ້ອນ. ພາຍຫລັງ ທ່ານ ວະລາດີເມຍ ປູຕິນ, ປະທານາ ທິບໍດີ ໄດ້ພົບ ປະກັນ ສອງຄັ້ງ ຢູ່ນະຄອນຫລວງ ມົດສະກູ ແລະ ນະຄອນຫລວງ ປັກກິ່ງ, ໄດ້ແລກປ່ຽນກັນ ຢ່າງເລິກເຊິ່ງ ກ່ຽວກັບບັນຫາ ລັກສະນະ ຍຸດທະສາດ ແລະ ລັກສະນະ ກວມ ລວມ ໃນສາຍພົວພັນ ລະຫວ່າງ ສອງປະເທດ ພ້ອມທັງ ໄດ້ວາງແຜນ ແລະ ມີການຈັດວາງໃໝ່. ສອງຝ່າຍ ຕ້ອງຮັກສາ ການປະສານງານກັນ ຢ່າງແໜ້ນແຟ້ນ, ຈັດຕັ້ງປະຕິບັດຄວາມຮັບຮູ້ ທີ່ເປັນ ເອກະ ພາບກັນ ທີ່ສຳຄັນ. ນອກ ນີ້ ຜູ້ນຳທັງສອງຝ່າຍ ໄດ້ຕົກລົງກັນ, ສຸມໃສ່ຜົນປະໂຫຍດພື້ນຖານ ຂອງສອງປະເທດ ແລະ ປະຊາຊົນສອງຊາດ ເພື່ອສ້າງຜົນປະໂຫຍດ ໃຫ້ແກ່ກັນ ຈາກການຮ່ວມມືລະ ຫວ່າງສອງຝ່າຍ. ທ່ານ ມີຄາ ອິນ ວະລາດີມີໂຣວິກ ມີຊູສະຕິນ ກ່າວສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດ ຂອງກອງປະຊຸມ ຄົບຄະນະຄັ້ງທີ 4 ຂອງຄະນະກຳມະການສູນກາງພັກ ກອມມູນິດຈີນ ສະໄໝທີ20, ພ້ອມທັງ ເຊື່ອໝັ້ນ ວ່າ ໜ້າທີ່ຍຸດທະສາດໃນຮອບ 5 ປີຂ້າງໜ້າ ທີ່ລະບຸ ໃນກອງປະຊຸມດັ່ງກ່າວ ຍ່ອມຈະໄດ້ຮັບຜົນສຳເລັດຢ່າງສະດວກ. ສະມາຊິກ ທຸກຖ້ວນໜ້າ ໃນຄະນະລັດຖະບານ ລັດເຊຍ ຈະຈັດຕັ້ງ ປະຕິບັດ ຄວາມຮັບຮູ້ ທີ່ເປັນເອກະພາບກັນ ທີ່ສຳຄັນ ຂອງການນຳ ສອງປະເທດ ໄດ້ຕົກລົງກັນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL