ອິນໂດເນເຊຍ ມີຍອດສິນຄ້ານໍາເຂົ້າ ເພີ່ມຂຶ້ນ 7,17%

06/11/2025 12:22
ຂປລ ອິນໂດເນເຊຍ ເກີນດຸນການຄ້າ 4,34 ຕື້ໂດລາສະຫະລັດ ໃນເດືອນກັນຍາ ເປັນຕົວເລກຕໍ່າກວ່າ ທີ່ ນັກເສດຖະສາດ ຄາດການໄວ້ 4,79 ຕື້ໂດລາສະຫະລັດ

ຂປລ. ສຳນັກງານ ສະຖິຕິແຫ່ງຊາດ ອິນໂດເນເຊຍ ເປີດເຜີຍ ເມື່ອບໍ່ດົນມານີ້ວ່າ: ອິນໂດເນເຊຍ ເກີນດຸນການຄ້າ 4,34 ຕື້ໂດລາສະຫະລັດ ໃນເດືອນກັນຍາ ເປັນຕົວເລກຕໍ່າກວ່າ ທີ່ ນັກເສດຖະສາດ ຄາດການໄວ້ 4,79 ຕື້ໂດລາສະຫະລັດ, ໃນຂະນະທີ່ ມູນຄ່າ ການສົ່ງອອກ ແລະ ນໍາເຂົ້າຂະຫຍາຍຕົວ ສູງກວ່າ ທີ່ ລາຄາຕະຫລາດ ກຳນົດໄວ້.ສ່ວນມູນຄ່າ ການນໍາເຂົ້າ ບັນລຸ 2,034 ໝື່ນລ້ານໂດລາສະຫະລັດ, ເພີ່ມຂຶ້ນ 7,17% ເມື່ອທຽບເປັນລາຍປີ ເປັນຕົວເລກສູງກວ່າ ທີ່ຄາດການໄວ້. ສ່ວນມູນຄ່າການສົ່ງອອກ ລວມມີ 2,468 ໝື່ນລ້ານໂດລາສະຫະລັດ, ເພີ່ມຂຶ້ນ11,41% ຫລາຍກວ່າທີ່ກຳນົດໄວ້./

 

KPL

ຂ່າວອື່ນໆ

ads
ads

Top