ຂປລ
ຕະຫລອດໄລຍະ20ປີ ນັບແຕ່ກອງປະຊຸມ ສຸດຍອດ ອາຊີ ຕາເວັນອອກ ຄັ້ງທຳອິດ ຈັດຂຶ້ນຢູ່ນະຄອນຫລວງ ກົວລາລຳເປີມານີ້ ໄດ້ເສີມຂະຫຍາຍ ບົດບາດສ້າງສັນ ໂດຍລວມ, ຊຸກຍູ້ສະຖຽນ ລະພາບແລະ ການພັດທະນາ ຢ່າງວ່ອງໄວ ຂອງພາກພື້ນ.

ຂປລ.ວິທະຍຸ-ໂທລະພາບສູງກາງຈີນ, ວັນທີ 27 ຕຸລານີ້, ກອງປະຊຸມ ສຸດຍອດ ອາຊີ ຕາເວັນອອກ ຄັ້ງທີ20 ໄດ້ໄຂຂຶ້ນຢູ່ນະຄອນຫລວງ ກົວລາລຳເປີ ປະເທດ ມາເລເຊຍ, ທ່ານ ຫລີສຽງ ນາຍົກລັດຖະມົນຕີຈີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສສຳຄັນ ຕໍ່ກອງປະຊຸມຄັ້ງນີ້ວ່າ: ຕະຫລອດ ໄລຍະ20ປີ ນັບແຕ່ກອງປະຊຸມ ສຸດຍອດ ອາຊີ ຕາເວັນອອກ ຄັ້ງທຳອິດ ຈັດຂຶ້ນຢູ່ນະຄອນຫລວງ ກົວລາລຳເປີມານີ້ ໄດ້ເສີມຂະຫຍາຍ ບົດບາດສ້າງສັນ ໂດຍລວມ, ຊຸກຍູ້ສະຖຽນ ລະພາບແລະ ການພັດທະນາ ຢ່າງວ່ອງໄວ ຂອງພາກພື້ນ. ສປ ຈີນ ຍິນດີຮ່ວມກັບ ບັນດາຝ່າຍຍຶດໝັ້ນ ອຸດົມການ ແຕ່ຫົວທີຂອງກອງປະຊຸມສຸດຍອດ ອາຊີ ຕາເວັນອອກ, ເຄື່ອນໄຫວ ຢ່າງຕັ້ງໜ້າ ໂດຍສຸມໃສ່ ຂໍ້ລິເລີ່ມການບໍລິຫານ ທົ່ວໂລກ, ສຸມຄວາມພະຍາຍາມ ຮ່ວມກັນ ເພື່ອເພີ່ມພະລັງແຮງ ສ້າງສັນ ຫລາຍກວ່າເກົ່າ ໃຫ້ສັນຕິພາບ ແລະ ການພັດທະນາຂອງພາກພື້ນ. ໜຶ່ງແມ່ນ ຍຶດໝັ້ນເຕົ້າໂຮມ ຄວາມຮັບຮູ້ ທີ່ເປັນເອກະພາບກັນ, ສອງແມ່ນສຸມກຳລັງ ເຂົ້າໃນການແກ້ໄຂບັນຫາພົ້ນເດັ່ນ, ສາມແມ່ນປະຕິຮູບ ແລະ ບູລະນະ ລະບົບລະບຽບການ ໃຫ້ສົມບູນຂຶ້ນ.ຈາກນັ້ນ ທ່ານ ອັນວາ ອີບຣາຮິມ ນາຍົກລັດຖະມົນຕີ ມາເລເຊຍ, ປະເທດ ປະທານ ໝູນວຽນ ຂອງອາຊຽນ ໄດ້ເປັນປະທານ ກອງປະຊຸມສຸດຍອດ ອາຊີຕາເວນອອກຄັ້ງນີ້ ເຊິ່ງໄດ້ຮັບຮອງເອົາ ຖະແຫລງການ ກົວລາລຳເປີ ກ່ຽວກັບກອງປະຊຸມສຸດຍອດ ອາຊີ ຕາເວັນອອກ ຄົບຮອບ 20 ປີ ແລະ ຖະແຫລງການຜູ້ນຳ ຂອງກອງປະຊຸມສຸດຍອດ ອາຊີ ຕາເວັນອອກ ກ່ຽວກັບ ການເຄື່ອນໄຫວ ປ້ອງກັນໄພພິບັດ ຂອງບັນດາ ປະເທດ ເພື່ອເພີ່ມທະວີ ການກຽມຄວາມພ້ອມ ແລະ ຮັບມືກັບໄພພິບັດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL