ຂປລ
ເນື່ອງໃນໂອກາດ ຫໍພິພິທະພັນ ພະລາຊະວັງ ບູຮານກູ້ກົ່ງ ຂອງ ສປ ຈີນ ສ້າງຕັ້ງ ຂຶ້ນຄົບ ຮອບ100 ປີ, ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການ ສູນກາງພັກ ກອມມູນິດຈີນ ປະທານ ປະເທດຈີນ ປະທານ ຄະນະກຳມະການ ການ ທະຫານ ສູນກາງຈີນ ໄດ້ເດີນທາງໄປ ຫໍພິພິທະພັນ ພະລາຊະວັງ ບູຮານກູ້ກົ່ງ ໃນວັນທີ 27 ຕຸລານີ້

ຂປລ.ວິທະຍຸ-ໂທລະພາບສູງກາງຈີນ, ເນື່ອງໃນໂອກາດ ຫໍພິພິທະພັນ ພະລາຊະວັງ ບູຮານກູ້ກົ່ງ ຂອງ ສປ ຈີນ ສ້າງຕັ້ງ ຂຶ້ນຄົບ ຮອບ100 ປີ, ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການ ສູນ ກາງພັກ ກອມມູນິດຈີນ ປະທານ ປະເທດຈີນ ປະທານ ຄະນະກຳມະການ ການທະຫານ ສູນກາງຈີນ ໄດ້ເດີນທາງໄປ ຫໍພິພິທະພັນ ພະລາຊະວັງ ບູຮານກູ້ກົ່ງ ໃນວັນທີ 27 ຕຸລານີ້, ເພື່ອຢ້ຽມຊົມ ງານວາງ ສະແດງ ພາຍໃຕ້ຫົວຂໍ້ “ການປົກປັກຮັກສາ ຮ້ອຍປີ: ຈາກເມືອງຕ້ອງຫ້າມ ສູ່ຫໍພິພິທະພັນ ພະລາຊະວັງ ບູຮານກູ້ກົ່ງ”. ພາຍຫລັງ ໄດ້ຮັບຟັງ ຄຳບັນຍາຍ ຢ່າງເລິກເຊິ່ງແລ້ວ, ທ່ານ ສີ ຈິ້ນຜິງ ໄດ້ຍົກໃຫ້ ເຫັນວ່າ: ຫໍພິພິທະພັນ ພະລາຊະວັງ ບູຮານກູ້ກົ່ງ ໄດ້ບັນຈຸມູນເຊື້ອ ວັດທະນະທຳ ຂອງປະຊາຊາດຈີນ, ເປັນຂີດໝາຍສຳຄັນ ອັນໜຶ່ງ ຂອງອະລິຍະທຳຈີນ. ໃນຈຸດເລີ່ມຕົ້ນໃໝ່ນີ້, ຫໍພິພິທະພັນພະລາຊະ ວັງ ບູຮານກູ້ກົ່ງ ຕ້ອງເສີມຂະຫຍາຍ ມູນເຊື້ອອັນດີງາມ, ຍຶດໝັ້ນຫລັກການ ທີ່ວັດຖຸບູຮານ ເປັນຂອງປະຊາຊົນ ແລະ ຮັບໃຊ້ປະຊາຊົນ, ເພີ່ມທະວີ ການອະນຸລັກ ແລະ ບູລະນະວັດຖຸບູຮານ, ຍົກສູງລະ ດັບ ໃນການນຳໃຊ້ ວັດຖຸບູຮານ ໃຫ້ເກີດມີຊີວິດຊີວາ, ເຮັດໃຫ້ພະລາຊະວັງບູຮານກູ້ກົ່ງ ກາຍເປັນຖານສຶກສາ ອົບຮົມມູນເຊື້ອຮັກຊາດ ທີ່ສຳຄັນ, ກາຍເປັນປ່ອງຢ້ຽມ ສຳຄັນໃຫ້ຊາວໂລກ ຮັບຮູ້ເຂົ້າໃຈ ອະລິຍະທຳຈີນ ແລະ ປະຊາຊາດຈີນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL