ທ່ານ ໂດນັນ ທຣໍາ ຈະຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ

28/10/2025 15:06
Email Print 159
ຂປລ ທ່ານ ໂດນັນ ທຣໍາ ປະທານາທິບໍດີ ສ.ອາເມລິກາ ໄດ້ອອກເດີນທາງ ຈາກມາເລເຊຍ ເພື່ອໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນ ທາງການ ເປັນຄັ້ງທໍາອິດ

     ຂປລ.ວິທະຍຸ-ໂທລະພາບສູງກາງຈີນ, ວັນທີ 27 ຕຸລານີ້, ທ່ານ ໂດນັນ ທຣໍາ ປະທານາທິບໍດີ ສ.ອາເມລິກາ ໄດ້ອອກເດີນທາງ ຈາກມາເລເຊຍ ເພື່ອໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ ເປັນຄັ້ງທໍາອິດ ພາຍຫລັງ ດຳລົງຕຳແໜ່ງ ສະໄໝທີ 2. ໃນການພົບປະກັນ ລະຫວ່າງ ສ.ອາເມລິກາ-ຍີ່ປຸ່ນ ຄັ້ງນີ້, ຄາດວ່າ ສອງຝ່າຍ ຈະແລກປ່ຽນ ຄໍາເຫັນ ກ່ຽວກັບ ວິທີການຈັດຕັ້ງ ປະຕິບັດ ການລົງທຶນ ໃນມູນຄ່າ ຫລວງຫລາຍ ແລະ ບັນຫາຕ່າງໆ ເພື່ອເພີ່ມທະວີ ຄວາມສາມາດປ້ອງກັນ ປະເທດ ຂອງຍີ່ປຸ່ນ ເຊັ່ນ: ການຍົກສູງ ງົບປະມານ ດ້ານການປ້ອງກັນປະເທດ ເປັນຕົ້ນ. ນີ້ເປັນອີກ ເທື່ອໜຶ່ງທີ່ ທ່ານ ໂດນັນ ທຣໍາ ຢ້ຽມຢາມຍີ່ປຸ່ນ ຢ່າງເປັນທາງການ ພາຍຫລັງ ເຂົ້າຮ່ວມກອງປະຊຸມ ຫົວໜ້າລັດຖະບານ ຂອງກຸ່ມ G20 ທີ່ຈັດຂຶ້ນຢູ່ ນະຄອນໂອຊາກາ ຂອງຍີ່ປຸ່ນ ໃນເດືອນມິຖຸນາປີ 2019. ທ່ານ ນາງ ທະຄະອິຊິ ຊະນະເອະ ນາຍົກລັດຖະມົນຕີຍີ່ປຸ່ນ ທີ່ຫາກໍດໍາລົງຕໍາແໜ່ງ ເມື່ອບໍ່ດົນມານີ້./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top