ສປ ຈີນ ມີຜູ້ບໍລິໂພກ 76 ລ້ານກວ່າຄົນ ຊື້ເຄື່ອງໄຟຟ້າໃຊ້ ໃນເຮືອນ ແບບແທນຄືນ

28/10/2025 15:05
ຂປລ ນັບແຕ່ ເດືອນມັງກອນ ຫາເດືອນກັນຍາປີນີ້, ຍອດມູນຄ່າເພີ່ມ ຈາກຂະແໜງ ການຂາຍສົ່ງ ແລະ ຂາຍຍ່ອຍ ຂອງ ສປ ຈີນ ບັນລຸເຖິງ 10.500 ຕື້ຢວນ, ເພີ່ມຂຶ້ນ 5,6% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີ 2024, ກວມເອົາ 10,3% ຂອງລວມຍອດ ຜະລິດຕະພັນພາຍໃນ ຫລື GDP ຂອງ ສປ ຈີນ.

ຂປລ.ວິທະຍຸ-ໂທລະພາບ ສູງກາງຈີນ, ອີງຕາມຂໍ້ມູນຈາກ ອົງການ ສະຖິຕິ ແຫ່ງຊາດຈີນ ເປີດເຜີຍໃຫ້ຮູ້ວ່າ: ນັບແຕ່ ເດືອນມັງກອນ ຫາເດືອນກັນຍາປີນີ້, ຍອດມູນຄ່າເພີ່ມ ຈາກຂະແໜງ ການຂາຍສົ່ງ ແລະ ຂາຍຍ່ອຍ ຂອງ ສປ ຈີນ ບັນລຸເຖິງ 10.500 ຕື້ຢວນ, ເພີ່ມຂຶ້ນ 5,6% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີ 2024, ກວມເອົາ 10,3% ຂອງລວມຍອດ ຜະລິດຕະພັນພາຍໃນ ຫລື GDP ຂອງ ສປ ຈີນ. ຂະແໜງ ການຂາຍສົ່ງ ແລະ ຂາຍຍ່ອຍຂອງ ສປ ຈີນໂດຍລວມແລ້ວ ມີສະພາບການ ພັດທະນາ ໄປໃນທາງທີ່ດີ. ເມື່ອເບິ່ງຈາກ ຂະແໜງ ການຂາຍສົ່ງແລ້ວ, ນັບແຕ່ ເດືອນມັງກອນຫາ ເດືອນກັນຍາປີນີ້, ຍອດມູນຄ່າ ຜົນກໍາໄລ ຕະຫລາດ ສິນຄ້າ ເພີ່ມຂຶ້ນ 8,2% ເມື່ອເມື່ອທຽບໃສ່ ໄລຍະດຽວກັນຂອງປີ 2024. ສ່ວນຍອດມູນຄ່າ ການຂາຍຍ່ອຍ ຂອງສິນຄ້າບັນລຸເຖິງ 32.500 ຕື້ຢວນ, ເພີ່ມຂຶ້ນ 4,6%. ນັບແຕ່ ຕົ້ນປີ ເຖິງປັດຈຸບັນນີ້, ມີຜູ້ບໍລິໂພກ ຫລາຍກວ່າ 76 ລ້ານຄົນ ໄດ້ຊື້ເຄື່ອງໄຟຟ້າ ໃຊ້ໃນເຮືອນລວມ 12 ປະເພດໃຫຍ່ ຜ່ານຮູບແບບ ແທນຄືນ ເຄື່ອງບໍລິໂພກ ໄດ້ຫລາຍກວ່າ 126 ລ້ານໜ່ວຍ, ພ້ອມດຽວກັນນີ້, ມີຜູ້ບໍລິໂພກ ຫລາຍກວ່າ 81 ລ້ານຄົນ ໄດ້ຊື້ຜະລິດຕະພັນ ດີຈີຕອນ ເປັນຕົ້ນ ແມ່ນໂທລະສັບມືຖື ໄດ້ຫລາຍກວ່າ 88 ລ້ານໜ່ວຍ, ທົ່ວປະເທດຈີນ ມີຮ້ານຂາຍ ລົດຖີບ ໄຟຟ້າ 87.000 ແຫ່ງ ໄດ້ໃຫ້ການບໍລິການຊື້ເຄື່ອງ ແບບແທນຄືນ ເຄື່ອງບໍລິໂພກ, ໂດຍໄດ້ແທນຄືນ ລົດຖີບໄຟຟ້າໃໝ່ ຫລາຍກວ່າ 12 ລ້ານຄັນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top