ເລີ່ມລາດຕະເວນຕາມລຳແມ່ນ້ຳຂອງລະຫວ່າງ ສປ ຈີນ-ສປປ ລາວ-ມຽນມາ-ໄທຄັ້ງທີ 158

22/10/2025 17:25
ຂປລ ເຮືອ​ລາດ​ຕະ​ເວນ​ຂອງຝ່າຍ ສປ ຈີນ ແລະ ສປປ ​ລາວ ໄດ້ອອກຈາກທ່າເຮືອຈິງຮ່າ​ ຂອງ​ກິ່ງ​ແຂວງປົກ​ຄອງ​ຕົນ​ເອງ ​ເຜົ່າ​ລື້​ສິບ​ສອງ​ພັ່ນ​ນາ ແຂວງຢຸນນານ ຂອງ ສປ ຈີນ

ຂປລ.ວິທະຍຸ-ໂທລະພາບສູນກາງຈີນ, ເມື່ອບໍ່ດົນມານີ້, ເຮືອ​ລາດ​ຕະ​ເວນ​ຂອງຝ່າຍ ສປ ຈີນ ແລະ ສປປ ​ລາວ ໄດ້ອອກຈາກທ່າເຮືອຈິງຮ່າ​ ຂອງ​ກິ່ງ​ແຂວງປົກ​ຄອງ​ຕົນ​ເອງ ​ເຜົ່າ​ລື້​ສິບ​ສອງ​ພັ່ນ​ນາ ແຂວງຢຸນນານ ຂອງ ສປ ຈີນ, ຕາມ​ແຜນ​ການ​ຈະ​ພົບ​ກັບ ເຮືອ​ລາດ​ຕະ​ເວນ​ 2  ລຳ​ ຂອງ​ຝ່າຍ​ມຽນ​ມາ​ກ່ອນ ​ແລ້ວຮ່ວມກັນ​ດຳ​ເນີນ​ການເຄື່ອນ​ໄຫວ ​ລາດ​ຕະ​ເວນ ​ເພື່ອ​ປະ​ຕິ​ບັດ​ກົດ​ໝາຍ ​ຮ່ວມ​ຕາມລຳ​ແມ່​ນ້ຳ​ຂອງລະ​ຫວ່າງ​ ສປ ຈີນ-ສປປ ລາວ-ມຽນ​ມາ-ໄທ​ຄັ້ງ​ທີ 158 ພ້ອມ​ທັງ​ ຈັດ​ກິດ​ຈະ​​ກຳ​ແລກ​ປ່ຽນ​ດ້ານການ​ປະ​ຕິ​ບັດ​ກົດ​ໝາຍ​ຕ່າງໆ. ຕາມ​ການ​ລາຍ​ງານ​ໃຫ້​ຮູ້​ວ່າ: ​ມີເຮືອ​ລາດ​ຕະ​ເວນຂອງຝ່າຍລາວ 3 ລຳ ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຄັ້ງ​ນີ້ ເຊິ່ງ​ໄດ້​ເດີນ​ທາງ​ໄປ​ຮອດ​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ ​ໃນ​ວັນ​ທີ 30 ກັນ​ຍາ​ຜ່ານ​ມາ ແລະ​ ໄດ້​ຢ້ຽມ​ຢາມ ​ສັນ​ທະ​ວະ​ໄມ​ຕີ​ ກອງ​ໃຫຍ່ ​ລາດ​ຕະ​ເວນ​ ທາງນໍ້າຂອງພະ​ແນກ ປ້ອງ​ກັນ​ຄວາມ​ສະ​ຫງົບ ແຂວງ​ຢຸນນານ​ ເພື່ອ​ຮັດ​ແໜ້ນ​ ຄວາມ​ສາ​ມັກ​ຄີ ​ແລະ ມິດ​ຕະ​ພາບ. ສອງຝ່າຍ ​ຍັງໄດ້ດໍາເນີນການແລກປ່ຽນໄມ​ຕີ​ຈິດ ຢ່າງກວ້າງ ຂວາງ ໂດຍ​ປິ່ນ​ອ້ອມ ການ​ສ້າງ​ສາ ເຮືອ​ລາດ​ຕະ​ເວນ​ ໃຫ້​ເປັນແບບ​ສະ​ບັບ, ການອົບຮົມ ວຽກ​ງານວິ​ຊາ​ສະ​ເພາະ, ການຍົກສູງ ຄວາມສາມາດ ໃນການ​ປະ​ຕິ​ບັດ ກົດຫມາຍ, ການແລກປ່ຽນ ​ດ້ານວັດທະນະທໍາ ແລະ ອື່ນໆ, ​ໄດ້​ລົງ​ເລິກ​ມິດ​ຕະ​ພາບ​ ໃນການຮ່ວມມື​ ປ​ະ​ຕິ​ບັດກົດຫມາຍ ​ຕື່ມ​ອີກ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top