ຂປລ
ສໍານັກສະຖິຕິ ຂອງ ມາເລເຊຍ ເປີດເຜີຍວ່າ ຂະແໜງເຕັກໂນໂລຊີ ສື່ສານ(ໄອຊີທີ) ລວມເຖິງ ອີຄອມເມີຣ ກວມເອົາ ອັດຕາສ່ວນ 23,4% ຂອງ ເສດຖະກິດ ມາເລເຊຍ ດ້ວຍມູນຄ່າ 451.000 ລ້ານຣິງກິດ
ຂປລ. ສຳນັກຂ່າວຊິນຮວາ ລາຍງານ ຈາກ ນະຄອນຫລວງ ກົວລາລຳເປີ ປະເທດ ມາເລເຊຍ ເມື່ອວັນທີ 16 ຕຸລາ, ສໍານັກສະຖິຕິ ຂອງ ມາເລເຊຍ ເປີດເຜີຍວ່າ ຂະແໜງເຕັກໂນໂລຊີ ສື່ສານ(ໄອຊີທີ) ລວມເຖິງ ອີຄອມເມີຣ ກວມເອົາ ອັດຕາສ່ວນ 23,4% ຂອງ ເສດຖະກິດ ມາເລເຊຍ ດ້ວຍມູນຄ່າ 451.000 ລ້ານຣິງກິດ ເມື່ອປີ 2024, ໂດຍມີ ຜົນປະກອບການ ເຕີບໂຕ 5,1% ເມື່ອທຽບກັບ ປີ 2023 ຜ່ານມາ.
ຜົນປະກອບການຂອງ ຂະແໜງເຕັກໂນໂລຊີ ສື່ສານ ແລະ ການສື່ສານ ໄດ້ຮັບແຮງ ຊຸກຍູ້ ຈາກ ອຸດສາຫະກຳ ການຜະລິດ ຂອງ ພາກສ່ວນ ດັ່ງກ່າວ ເຮັດໃຫ້ ການຂະຫຍາຍຕົວ ເພີ່ມຂຶ້ນ 7,4% , ຖັດມາແມ່ນ ອຸດສາຫະກຳ ບໍລິການ 3,3% ແລະ ອຸດສາຫະກຳ ການຄ້າ 4,6%. ສ່ວນ ອີຄອມເມີຣ ລວມມີ ມູນຄ່າ 258.000 ລ້ານຣິງກິດ ເພີ່ມຂຶ້ນ 4,7% ໃນປີ 2024 ເມື່ອທຽບກັບ ອັດຕາ ການເຕີບໂຕ 3% ຂອງ ປີຜ່ານມາ. ການເຕີບໂຕ ດັ່ງກ່າວ ໄດ້ຊຸກຍູ້ ພາກສ່ວນ ການຜະລິດ ທີ່ເພີ່ມຂຶ້ນ 4,8% , ສ່ວນຂະແໜງການບໍລິການ ໄດ້ຂະຫຍາຍຕົວຂຶ້ນ 4,9% , ໃນຂະນະທີ່ພາກການກະສິກຳ ຂະຫຍາຍຕົວ 7,5% ແລະ ອື່ນໆ./.
KPL