ຂປລ
ກອງປະຊຸມ ເຈົ້າໜ້າທີ່ ອາວຸໂສກິລາ ອາຊີ ຕາເວັນອອກ ສ່ຽງໃຕ້ (ອາຊຽນ) (SOMS–16) ທີ່ຈັດຂຶ້ນຢູ່ ຮ່າໂນ້ຍ, ເມື່ອບໍ່ດົນມານີ້ ຄະນະຜູ້ແທນ ໄທ ໄດ້ປະກາດ ແຜນການລະອຽດ ການເປັນເຈົ້າພາບ ຈັດງານ ມະຫະກຳກິລາ ຊີເກມຄັ້ງທີ 33 ແລະ ອາຊຽນ Para Games 2025.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ກອງປະຊຸມ ເຈົ້າໜ້າທີ່ ອາວຸໂສກິລາ ອາຊີ ຕາເວັນອອກ ສ່ຽງໃຕ້ (ອາຊຽນ) (SOMS–16) ທີ່ຈັດຂຶ້ນຢູ່ ຮ່າໂນ້ຍ,ເມື່ອບໍ່ດົນມານີ້ ຄະນະຜູ້ແທນ ໄທ ໄດ້ປະກາດ ແຜນການລະອຽດ ການເປັນເຈົ້າພາບ ຈັດງານ ມະຫະກຳກິລາ ຊີເກມຄັ້ງທີ 33 ແລະ ອາຊຽນ Para Games 2025.ງານມະຫະກຳກິລາ ຊີເກມ 33 ຈະດຳເນີນແຕ່ ວັນທີ 9–20 ທັນວາ, ຢູ່ບາງກອກ, ສົງຂຣາ ແລະ ຊົນບູຣີ, ດ້ວຍການແຂ່ງຂັນກິລາ 50 ປະເພດ ແລະ 574 ເນື້ອໃນແຂ່ງຂັນ. ນີ້ແມ່ນຕົວເລກສູງສຸດ ໃນປະຫວັດສາດ ຊີເກມ. ຫລັງຈາກນັ້ນ, ງານມະຫະກຳກິລາ ASEAN Para Games 2025 ຈະຈັດຂຶ້ນຢູ່ແຂວງ ນະຄອນ ຣາດຊະສີມາ ແຕ່ວັນທີ 20–26 ມັງກອນ 2026. ໄທ ຈະຕ້ອນຮັບນັກກິລາ ປະມານ 15.000 ຄົນ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ມາຈາກ 11 ປະເທດ ສະມາຊິກ ອາຊຽນ ເຂົ້າຮ່ວມເຫດການດັ່ງກ່າວ.ຈາກນັ້ນ ໄທ ກໍໄດ້ເປີດຕົວເວີຊັນໃໝ່ ຂອງສັດສີລິມຸງຄຸນ “The San”, ເຊິ່ງເປັນສັນຍາລັກ ທາງການຂອງທັງສອງເຫດການ. ທ່ານ ມົງຄົນ ວິມົນຣັດ ຫົວໜ້າຄະນະຜູ້ແທນ ໄທ ໃຫ້ຮູ້ວ່າ: “ດ້ວຍຄຳຂວັນທີ່ວ່າ'Inclusivity and Sustainability-ເຊື່ອມໂຍງ ແລະ ພັດທະນາ ແບບຍືນຍົງ”, ນອກນີ້ ບໍ່ພຽງແຕ່ ຈັດເຫດການກິລາເທົ່ານັ້ນ ຫາກຍັງ ແຜ່ກະຈາຍສານ ກ່ຽວກັບ ການເຊື່ອມໂຍງ ແລະ ພັດທະນາ ແບບຍືນຍົງ. ມີ 85% ກິດຈະກຳ ໄດ້ຮັບການກໍ່ສ້າງສຳເລັດແລ້ວ, ໂຮງແຮມ ເຊັນສັນຍາແລ້ວ 100% ແລະ ລະບົບຄົມມະນາຄົມ ສາທາລະນະ ຮັບໃຊ້ຄະນະ ນັກກິລາ ທັງໝົດ ໂດຍບໍ່ເກັບຄ່າ ໃນໄລຍະດຳເນີນ ງານມະຫະກຳກິລາ”./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL