ອິນໂດເນເຊຍ ເລັ່ງຫລຸດການໃຊ້ຖ່ານຫີນ ໃນການຜະລິດໄຟຟ້າ

10/10/2025 21:57
Email Print 591
ຂປລ ກະຊວງ ພະລັງງານ ແລະ ຊັບພະຍາກອນແຮ່ທາດ ອິນໂດເນເຊຍ ລະບຸວ່າ: ປະເທດນີ້ ຈະຫລຸດ ປະລິມານການໃຊ້ຖ່ານຫີນ ໃນພາກການຜະລິດໄຟຟ້າ ຈາກອັດຕາສ່ວນ ໃນປັດຈຸບັນ ກວມເອົາ 55%

ຂປລ. ສຳນັກຂ່າວ ຊິນຮວາ ລາຍງານ ຈາກ ນະຄອນຫລວງ ຈາກາຕາ ປະເທດ ອິນໂດເນເຊຍ ເມື່ອວັນທີ 9 ຕຸລາວ່າ: ກະຊວງ ພະລັງງານ ແລະ ຊັບພະຍາກອນແຮ່ທາດ ອິນໂດເນເຊຍ ລະບຸວ່າ: ປະເທດນີ້ ຈະຫລຸດ ປະລິມານການໃຊ້ຖ່ານຫີນ ໃນພາກການຜະລິດໄຟຟ້າ ຈາກອັດຕາສ່ວນ ໃນປັດຈຸບັນ ກວມເອົາ 55% ໃຫ້ຫລຸດລົງເຫລືອ ປະມານ 30% ໃນປີ 2050 ໂດຍຈະປ່ຽນຜ່ານ ໄປສູ່ ແຫລ່ງພະລັງງານສະອາດ ແລະ ໝູນວຽນຫລາຍຂຶ້ນ.

ໂດຍທ່ານນາງ ຊີຕີ ຊູມິລາ ຣິຕາ ຊູຊີລາວາຕີ ເລຂານຸການສຳນັກ ອະທິບໍດີ ກົມແຮ່ ແລະ ຖ່ານຫີນ ກ່າວວ່າ: ຖ່ານຫີນ ຍັງຄົງເປັນແຫລ່ງ ພະລັງງານຫລັກ ແລະ ຈະສືບຕໍ່ມີບົດບາດ ໃນໂຄງສ້າງ ພະລັງງານ ຂອງ ອິນໂດເນເຊຍ ຈົນເຖິງປີ 2050 ແຕ່ບໍລິສັດ ພີທີເປຣູຊາຮານ ລິສຕຣີກ ເນກາຣາ ໄດ້ຮັບຄຳສັ່ງ ໃຫ້ປະຍຸກໃຊ້ ເຕັກໂນໂລຊີ ຂັ້ນສູງເຊັ່ນ: ລະບົບ ອັລຕຣາ-ຊູເປີຣ ຄຣີຕິຄໍລ ຊຶ່ງ ສາມາດ ຫລຸດການປ່ອຍແກັສ ກາກບອນດີອົກຊິດ ຢ່າງມີໄນສຳຄັນ./.

 

KPL

ຂ່າວອື່ນໆ

ads
ads

Top