ຂປລ
ອົງການການຄ້າໂລກ ໄດ້ປະກາດ ບົດລາຍງານ ວິໄສທັດການຄ້າທົ່ວໂລກ ສະບັບຫລ້າສຸດ ໂດຍລະບຸວ່າ: ຍ້ອນໄດ້ຮັບ ຜົນກະທົບ ຈາກປັດ ໄຈຕ່າງໆ ເຊັ່ນ: ເສດຖະກິດ ທົ່ວໂລກຟື້ນຟູຄືນບໍ່ແຂງແຮງ ແລະ ນະໂຍບາຍດ້ານພາສີຂອງ ສ.ອາເມລິກາ ເປັນຕົ້ນ, ການຄາດຄະເນ ການເຕີບໂຕ ດ້ານການຄ້າສິນຄ້າ ທີ່ຈັບຕ້ອງໄດ້ທົ່ວໂລກ ປະຈຳປີ 2026 ໄດ້ປັບຫລຸດລົງຮອດ 0.5% ເຊິ່ງຕ່ຳກວ່າ 1.8% ທີ່ຄາດຄະເນ ໃນເດືອນສິງຫາປີນີ້ ຢ່າງເດັ່ນຊັດ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້, ອົງການການຄ້າໂລກ ໄດ້ປະກາດ ບົດລາຍງານ ວິໄສທັດ ການຄ້າ ທົ່ວໂລກ ສະບັບຫລ້າສຸດ ໂດຍລະບຸວ່າ: ຍ້ອນໄດ້ຮັບ ຜົນກະທົບ ຈາກປັດ ໄຈຕ່າງໆ ເຊັ່ນ: ເສດຖະກິດ ທົ່ວໂລກຟື້ນຟູຄືນບໍ່ແຂງແຮງ ແລະ ນະໂຍບາຍດ້ານພາສີຂອງ ສ.ອາເມລິກາ ເປັນຕົ້ນ, ການຄາດຄະເນ ການເຕີບໂຕ ດ້ານການຄ້າສິນຄ້າ ທີ່ຈັບຕ້ອງໄດ້ທົ່ວໂລກ ປະຈຳປີ 2026 ໄດ້ປັບຫລຸດລົງຮອດ 0.5% ເຊິ່ງຕ່ຳກວ່າ 1.8% ທີ່ຄາດຄະເນ ໃນເດືອນສິງຫາປີນີ້ ຢ່າງເດັ່ນຊັດ.ຍ້ອນໄດ້ຮັບຜົນກະທົບ ທີ່ຕິດພັນກັບ ການຄ້າສິນຄ້າ ປະເພດຈັບຕ້ອງໄດ້ ແລະ ການ ຜະລິດ, ການຄ້າ ການບໍລິການ ກໍຈະໄດ້ຮັບຜົນກະທົບ ຈາກນະໂຍບາຍພາສີ ໂດຍທາງອ້ອມ. ບົດລາຍງານ ຄາດຄະເນວ່າ: ຈັງຫວະ ການເຕີບໂຕ ດ້ານການສົ່ງ ອອກການບໍລິການ ຂອງທົ່ວໂລກໃນປີ 2025 ຈະຫລຸດລົງ ຈາກ 6.8% ໃນປີ 2024 ເປັນ 4.6% ແລະ ຫລຸດລົງຕື່ມອີກເປັນ 4.4% ໃນປີ 2026. ທ່ານ ໂກຊີ ໂອໂຄນໂຈ-ໄອວີລາ ຜູ້ອຳນວຍການໃຫຍ່ ອົງການການຄ້າໂລກ ໄດ້ກ່າວໃນ ກອງປະຊຸມຖະແຫລງຂ່າວ ໃນວັນດຽວກັນວ່າ: ເຖິງວ່າ ມາດຕະການ ດ້ານພາສີ ແຕ່ຝ່າຍດຽວ ແລະ ຄວາມບໍ່ແນ່ນອນດ້ານນະໂຍບາຍ ໄດ້ນຳມາເຊິ່ງ ກະແສທວນ ອັນແຮງກ້າກໍ່ຕາມ, ແຕ່ຍ້ອນ ໄດ້ຮັບຜົນ ປະໂຫຍດ ຈາກຄວາມໝັ້ນທ່ຽງ ຈາກລະບົບການຄ້າ ຫລາຍຝ່າຍ ພ້ອມດ້ວຍ ບັນດາສະມາຊິກ ໄດ້ນຳໃຊ້ມາດຕະການ ຮັບມື ຢ່າງເຫມາະສົມ ທີ່ແນໃສ່ ການປ່ຽນແປງ ດ້ານພາສີ, ເປັນເຫດເຮັດໃຫ້ ການຄ້າ ທົ່ວໂລກ ຍັງຄົງສະແດງ ໃຫ້ເຫັນຄວາມໝັ້ນຫນຽວ ທົນທານອັນແນ່ນອນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL