ງານວາງສະແດງການຄ້າດີຈີຕອນທົ່ວໂລກຄັ້ງທີ 4 ຈະຈັດຂຶ້ນຢູ່ນະຄອນຮາງໂຈ່ວ

13/09/2025 10:19
Email Print 521
ຂປລ ຫ້ອງ​ການ ​​ຖະ​ແຫລງຂ່າວ ​ລັດ​ຖະ​ບານ​ຈີນ​ ໄດ້​ຈັດ​ກອງ​ປະ​ຊຸມ ​ຖະ​ແຫລງ​ຂ່າວ​ ເມື່ອບໍ່ດົນມານີ້, ​ໂດຍ​ໄດ້​ແຈ້ງ​ສະ​ພາບ ​ທີ່​ກ່ຽວ​ຂ້ອງ​ກັບ​ ງານ​ວາງ​ສະ​ແດງ​ ການ​ຄ້າ ​ດີ​ຈີ​ຕອນ ​ທົ່ວ​ໂລກ ​ຄັ້ງ​ທີ 4.

     ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ຫ້ອງ​ການ ​​ຖະ​ແຫລງຂ່າວ ​ລັດ​ຖະ​ບານ​ຈີນ​ ໄດ້​ຈັດ​ກອງ​ປະ​ຊຸມ ​ຖະ​ແຫລງ​ຂ່າວ​ ເມື່ອບໍ່ດົນມານີ້, ​ໂດຍ​ໄດ້​ແຈ້ງ​ສະ​ພາບ ​ທີ່​ກ່ຽວ​ຂ້ອງ​ກັບ​ ງານ​ວາງ​ສະ​ແດງ​ ການ​ຄ້າ ​ດີ​ຈີ​ຕອນ ​ທົ່ວ​ໂລກ ​ຄັ້ງ​ທີ 4. ໃນໂກາດນີ້ ທ່ານ ເຊີ້ງ​ຊີ່ວ​ພິງ ຮອງ​ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຄ້າ​ຈີນ ​ກ່າວ​ວ່າ: ​ລະ​ຫວ່າງ ​ວັນ​ທີ 25 ຫາ 29 ກັນ​ຍາ​ນີ້, ງານ​ວາງ​ສະ​ແດງ​ການ​ຄ້າ ​ດີ​ຈີ​ຕອນ​​ທົ່ວໂລກ ​ຄັ້ງ​ທີ 4 ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​​ຮາງໂຈ່ວ​ ແຂວງ​ເຈີ້​ຈ່ຽງ​ຈີນ. ປັດ​ຈຸ​ບັນ, ​ການ​ກະ​ກຽມ​ວຽກ​ງານ​ຕ່າງ​ໆ​ ໃຫ້​ແກ່​ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ ໄດ້​ສຳ​ເລັດ​ແລ້ວ ໂດຍຈະ​ອອກ​ແຮງ​ສຸດ​ຂີດ​​ ເພື່ອບັນ​ລຸ​ ການ​ບຸກ​ທະ​ລຸ​ໃນ 3 ດ້ານ​ຄື: ການ​ເປີດ​ປະ​ຕູ​ ແລະ​ ການ​ປະ​ດິດ​ສ້າງ​ໃໝ່​ ໃຫ້​ຫລາຍ​ຂຶ້ນ ກວ່າ​ເກົ່າ​,​​ ມີ​ລັກ​ສະ​ນະ ​ດ້ານການ​ຄ້າ​ ດີ​ຈີ​ຕອນ​ຫລາຍກວ່າ​ເກົ່າ ແລະ ​ມີກິດ​ຈະ​ກຳ ຕາມ​ຫົວ​ຂໍ້​ຕົ້ນ​ຕໍ​ ທີ່​ດີ​ເດັ່ນ​ກວ່າ​ເກົ່າ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top