ຂປລ
ທ່ານ ສີ ຈິ້ນຜິງ ປະທານ ປະເທດຈີນ ໄດ້ລົງນາມ ລັດຖະດຳລັດ ປະທານ ປະເທດ ສະບັບ ເລກທີ 51,52,53, 54, 55, 56, 57.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 12 ກັນຍານີ້, ທ່ານ ສີ ຈິ້ນຜິງ ປະທານ ປະເທດຈີນ ໄດ້ລົງນາມ ລັດຖະດຳລັດ ປະທານ ປະເທດ ສະບັບ ເລກທີ 51,52,53, 54, 55, 56, 57. ລັດຖະດຳລັດດັ່ງກ່າວ ປະກາດວ່າ: ກົດໝາຍ ວ່າດ້ວຍ ພະລັງງານ ປະລາມານູຂອງ ສາທາລະນະລັດ ປະຊາຊົນຈີນ ຈະເລີ່ມຈັດຕັ້ງ ປະຕິບັດ ແຕ່ວັນທີ 15 ມັງກອນ 2026 ເປັນຕົ້ນໄປ; ກົດໝາຍ ວ່າດ້ວຍການຮັບມືກັບ ເຫດການສຸກເສີນ ດ້ານສາທາລະນະສຸກ ຂອງສາທາລະນະ ລັດປະຊາຊົນຈີນ ຈະເລີ່ມຈັດຕັ້ງປະຕິບັດ ແຕ່ວັນທີ 1 ພະຈິກ 2025 ເປັນຕົ້ນໄປ; ກົດໝາຍ ວ່າດ້ວຍ ສວນສາທາລະນະ ແຫ່ງຊາດຂອງສາທາລະນະລັດ ປະຊາຊົນຈີນ ຈະເລີ່ມຈັດຕັ້ງ ປະຕິບັດ ແຕ່ວັນທີ 1 ມັງກອນ 2026 ເປັນຕົ້ນໄປ; ກົດໝາຍ ວ່າດ້ວຍ ການແກ້ໄຂ ຂໍ້ຂັດແຍ້ງ ຂອງສາທາລະນະລັດ ປະຊາຊົນຈີນ ຈະເລີ່ມຈັດ ຕັ້ງປະຕິບັດ ແຕ່ວັນທີ 1 ມີນາ 2026 ເປັນຕົ້ນໄປ; ກົດໝາຍ ວ່າດ້ວຍ ການໂຄສະນາ ສຶກສາອົບຮົມ ກົດໝາຍ ຂອງສາທາລະນະ ລັດປະຊາຊົນຈີນ ຈະເລີ່ມຈັດຕັ້ງ ປະຕິບັດ ແຕ່ວັນທີ 1 ພະຈິກ 2025 ເປັນຕົ້ນໄປ; ຂໍ້ຕົກລົງ ຂອງຄະນະກຳມະການ ປະຈຳ ສະພາ ປະຊາຊົນແຫ່ງຊາດຈີນ ກ່ຽວກັບ ການປັບປຸງກົດໝາຍ ວ່າດ້ວຍ ຄວາມປອດໄພ ດ້ານອາຫານ ຂອງສາທາລະນະລັດ ປະຊາຊົນຈີນ ຈະເລີ່ມຈັດຕັ້ງປະຕິບັດ ແຕ່ວັນທີ 1 ທັນວາ 2025 ເປັນຕົ້ນໄປ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL