ເປີດງານວາງສະແດງຮູບພາບ ປີກແຫ່ງສັນຕິພາບ

02/09/2025 11:35
Email Print 177
ຂປລ ວິທະຍຸໂທລະພາບສູນກາງຈີນ (CMG) ຮ່ວມກັບຄະນະໂຄສະນາອົບຮົມສູນກາງພັກ ຈັດງານວາງສະແດງຮູບພາບລາວ-ຈີນ ພາຍໃຕ້ຫົວຂໍ້ “ປີກແຫ່ງສັນຕິພາບ”.

    ຂປລ. ວິທະຍຸໂທລະພາບສູນກາງຈີນ (CMG) ຮ່ວມກັບຄະນະໂຄສະນາອົບຮົມສູນກາງພັກ ຈັດງານວາງສະແດງຮູບພາບລາວ-ຈີນ ພາຍໃຕ້ຫົວຂໍ້ “ປີກແຫ່ງສັນຕິພາບ” ເພື່ອເປັນການສະເຫລີມສະຫລອງ ໄຊຊະນະຕໍ່ຕ້ານຟາຊິດຍີ່ປຸ່ນ ຂອງປະຊາຊົນຈີນ ແລະ ການຕໍ່ຕ້ານຟາຊິດຂອງປະຊາຊົນທົ່ວໂລກ ຄົບຮອບ 80 ປີ ໃນລະຫວ່າງ ວັນທີ 31 ສິງຫາ ຫາ 6 ກັນຍາ 2025 ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫລວງວຽງຈັນ ເຊິ່ງເປີດໃຫ້ມວນຊົນທົ່ວໄປເຂົ້າຮັບຊົມໂດຍບໍ່ໄດ້ເສຍຄ່າ. ບັນດາຮູບພາບທີ່ນຳມາວາງສະແດງຄັ້ງນີ້, ປະກອບ ມີ 3 ພາກສ່ວນຄື: ຮູບແຕ້ມມາຈາກພະນັກງານ CMG, ສະຖາບັນວິຈິດສິນແຫ່ງຊາດລາວ ແລະ ຮູບຖ່າຍ ປະຫວັດສາດສົງຄາມຕໍ່ຕ້ານຟາຊິດ. ນອກຈາກນີ້, ຍັງມີຮູບແຕ້ມລວມໝູ່ຈາກຊາວໜຸ່ມ, ເຍົາວະຊົນລາວ-ຈີນ ທີ່ຫາກໍ່ແຕ້ມສໍາເລັດໃນວັນທີ 30 ສິງຫາ ກໍໄດ້ນໍາຜົນງານຮ່ວມວາງສະແດງ.

     ໂອກາດນີ້, ທ່ານ ນາງ ແສງແກ້ວ ຫົວໜ້າວິທະຍຸໂທລະພາບສູນກາງຈີນ ປະຈຳລາວ ກ່າວວ່າ: ວິທະຍຸໂທລະພາບສູນກາງຈີນ ໃນຖານະເປັນອົງການສື່ມວນຊົນສາກົນທີ່ມີຄວາມຮັບຜິດຊອບສູງ, ບໍ່ພຽງແຕ່ໄດ້ເປັນຜູ້ບັນທຶກເຫດການຂອງຍຸກສະໄໝເທົ່ານັ້ນ, ຫາກຍັງເປັນຜູ້ຊຸກຍູ້ການແລກປ່ຽນອາລິຍະທຳ ແລະ ເປັນຜູ້ເຜີຍແຜ່ສົ່ງເສີມມິດຕະພາບສັນຕິພາບນໍາອີກ. ໃນໄລຍະ 80 ປີຜ່ານມາ, ປະຊາຊົນຈີນ ແລະ ປະຊາຊົນລາວ ໄດ້ຕໍ່ສູ້ຢ່າງຄຽງບ່າຄຽງໄຫລ່ກັນທ່າມກາງແປວໄຟລູກປືນຂອງສົງຄາມຕໍ່ຕ້ານຟາຊິດໂລກ, ຜູກມັດສຳພັນແຫ່ງມິດຕະພາບທີ່ເລິກເຊິ່ງໃນການຕໍ່ສູ້ດ້ວຍເລືອດເນື້ອ. ການວາງສະແດງຮູບພາບຄັ້ງນີ້, ແມ່ນເພື່ອຖອດຖອນບົດຮຽນຈາກປະຫວັດສາດ, ໃຫ້ຄວາມເຊື່ອໝັ້ນຕໍ່ສັນຕິພາບສາມາດຝັງເລິກໃນຫົວໃຈຂອງພວກເຮົາ, ໂດຍສະເພາະແມ່ນຈິດໃຈຂອງຄົນຮຸ່ນໃໝ່.ໂດຍກົງ. ການວາງສະແດງຄັ້ງນີ້, ເປັນການໃຊ້ພາສາທີ່ບໍລິສຸດ ແລະ ເຂັ້ມແຂງທີ່ສຸດເລົ່າເລື່ອງຄວາມກ້າຫານ, ການເສຍສະລະ ແລະ ຄວາມຫວັງຂອງມວນມະນຸດໃນທົ່ວໂລກ ເພື່ອສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນເລິກເຊິ່ງລະຫວ່າງລາວ-ຈີນ ໃນສົງຄາມຕໍ່ຕ້ານຟາຊິດ ແລະ ເປັນພະຍານໃຫ້ແກ່ການແລກປ່ຽນວັດທະນະທຳ ແລະ ເຊື່ອມສານຈິດໃຈຂອງປະຊາຊົນສອງຊາດ.

          ຂ່າວ: ກິດຕາ

KPL

ຂ່າວອື່ນໆ

ads
ads

Top