ຂປລ
ຫລາຍອົງການສາກົນ ໄດ້ສະແດງ ຄວາມເຫັນ ໃນດ້ານດີທີ່ມີຕໍ່ ສປ ຈີນ ໂດຍລະບຸວ່າ: ຄຽງຄູ່ກັບ ນະໂຍບາຍ ເປີດ ກວ້າງ ຄວາມຕ້ອງການ ພາຍໃນ ສືບຕໍ່ ບັງເກີດຜົນ, ຄວາມ ໜຽວແໜ້ນ ແລະ ຄວາມມີຊີວິດຊີວາ ຂອງເສດຖະກິດຈີນ ຈະພົ້ນເດັ່ນ ຂຶ້ນກວ່າເກົ່າ.

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້, ຫລາຍອົງການສາກົນ ໄດ້ສະແດງ ຄວາມເຫັນ ໃນດ້ານດີທີ່ມີຕໍ່ ສປ ຈີນ ໂດຍລະບຸວ່າ: ຄຽງຄູ່ກັບ ນະໂຍບາຍ ເປີດກວ້າງ ຄວາມຕ້ອງການ ພາຍໃນ ສືບຕໍ່ ບັງເກີດຜົນ, ຄວາມ ໜຽວແໜ້ນ ແລະ ຄວາມມີຊີວິດຊີວາ ຂອງເສດຖະກິດຈີນ ຈະພົ້ນເດັ່ນ ຂຶ້ນກວ່າເກົ່າ. ເມື່ອສັງເກດເບິ່ງ ລາຍງານ ຜົນງານ ສະບັບຫລ້າສຸດ ຂອງເສດຖະກິດຈີນ ເຫັນວ່າ: “ຄວາມໝັ້ນທ່ຽງ” ແລະ “ຄວາມຄືບໜ້າ” ເປັນຄຳສັບທີ່ເປັນຂໍກຸນແຈ ໃນຜົນງານສະບັບນີ້. ໃນດ້ານໜຶ່ງ, ເສດຖະກິດຈີນ ຍັງຮັກສາ ການດຳເນີນງານ ຢ່າງໝັ້ນທ່ຽງ, ຕົວຢ່າງ: ໃນລະຫວ່າງ ເດືອນມັງກອນ ຫາເດືອນ ກໍລະກົດປີນີ້, ການລົງທຶນ ດ້ານອະສັງຫະລິມະຊັບ ໃນທົ່ວປະເທດຈີນ ໄດ້ເພີ່ມຂຶ້ນ 1,6% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍ, ດັດຊະນີ ການຜະລິດ ຂອງອຸດສາຫະກຳ ບໍລິການ ໃນທົ່ວປະເທດຈີນ ໄດ້ເພີ່ມຂຶ້ນ 5,9% ເມື່ອທຽບໃສ່ປີກາຍ; ລາຄາການອຸປະໂພກ-ບໍລິໂພກ ຂອງພົນລະເມືອງ ທົ່ວປະເທດຈີນ ໃນເດືອນກໍລະກົດປີນີ້ ແມ່ນທຽບເທົ່າກັບ ໄລຍະດຽວກັນ ຂອງປີກາຍ. ອີກດ້ານໜຶ່ງ, ຫລາຍດັດຊະນີ ໄດ້ປາກົດມີ ການເລັ່ງຄວາມໄວ, ພະລັງ “ຄວາມຄືບໜ້າ” ກຳລັງເພີ່ມຂຶ້ນ. ຕົວຢ່າງ: ໃນລະຫວ່າງ ເດືອນມັງກອນຫາເດືອນກໍລະກົດປີນີ້ ຄວາມໄວ ໃນການເຕີບໂຕ ຂອງມູນຄ່າການຈຳໜ່າຍ ທາງອິນເຕີເນັດ ຂອງສິນຄ້າປະເພດ ຈັບຕ້ອງໄດ້ ເພີ່ມຂຶ້ນ 0,3% ເມື່ອທຽບໃສ່ 6 ເດືອນທຳອິດຂອງປີນີ້; ດັດຊະນີ ຄາດຄະເນ ການເຄື່ອນໄຫວ ທຸລະກິດການບໍລິການ ໃນເດືອນລະກົດປີນີ້ ໄດ້ເພີ່ມຂຶ້ນ 0,6% ເມື່ອທຽບໃສ່ ເດືອນມິຖຸນາ ປີນີ້. ຂໍ້ມູນເຫລົ່ານີ້ ສະແດງໃຫ້ເຫັນວ່າ: ເສດຖະກິດຈີນ ໄດ້ຮັກສາທ່າອ່ຽງ ການພັດທະນາ ທີ່ມີຄວາມຄືບໜ້າບົນພື້ນຖານຄວາມໝັ້ນທ່ຽງ.ຂະນະທີ່ ສປ ຈີນ ແລະ ສ.ອາເມລິກາ ໄດ້ເປີດເຜີຍຖະແຫລງການຮ່ວມ ວ່າດ້ວຍ ການເຈລະຈາ ເສດຖະກິດການຄ້າ ທີ່ສະຕ໊ອກໂຮມ ລະຫວ່າງ ສປ ຈີນ- ສ.ອາເມລິກາ ໂດຍໄດ້ຂະຫຍາຍເວລາ ການໂຈະພາສີ ແລະ ມາດຕະການຕອບໂຕ້ ທີ່ກ່ຽວຂ້ອງ ອອກໄປອີກ 90 ວັນ ເຊິ່ງໄດ້ສ້າງຜົນດີໃຫ້ແກ່ ການປັບປຸງ ການພົວພັນ ດ້ານເສດຖະກິດ ການຄ້າ ລະຫວ່າງ ສປ ຈີນ-ອາເມລິກາ ກໍຄື ເສດຖະກິດໂລກ. ເຖິງວ່າ ຜະເຊີນໜ້າກັບ ຄວາມສ່ຽງ ແລະ ສິ່ງທ້າທາຍ ຈຳນວນ ບໍ່ໜ້ອຍ ກໍຕາມ, ແຕ່ຄຽງຄູ່ກັບນະໂຍບາຍ ດ້ານມະຫາພາກ ເລີ່ມມີປະສິດທິຜົນ, ເສດຖະກິດຈີນ ຈະສືບຕໍ່ ຮັກສາ ການດຳເນີນງານ ຢ່າງໝັ້ນທ່ຽງ ແລະ ຈະສ້າງຜົນ ໃນທາງບວກ ໃຫ້ແກ່ໂລກ ນັບມື້ ຫລາຍກວ່າເກົ່າ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL