ຂປລ
ທ່ານ ບາລິນ ລາຮາດາເລຍ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ອິນໂດເນເຊຍ ຄາດຄະເນວ່າ ອິນໂດເນເຊຍ ຈະສ້າງໂຮງງານແກັສ ທຳມະຊາດ ປະເພດແຫຼວ (LNG) ແບບລອຍນໍ້າ ຂະໜາດໃຫຍ່ທີ່ສຸດ ແຫ່ງໜຶ່ງຂອງໂລກ ໃຫ້ສໍາເລັດ ໃນຕົ້ນປີ 2027.

ຂປລ. ຕາມສໍານັກຂ່າວ ຊິນຮວາຂອງຈີນ ລາຍງານ ຈາກນະຄອນຫຼວງ ຈາກາຕາ ຂອງ ອິນໂດເນເຊຍ ໃນວັນທີ 17 ສິງຫານີ້ວ່າ: ທ່ານ ບາລິນ ລາຮາດາເລຍ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ອິນໂດເນເຊຍ ຄາດຄະເນວ່າ ອິນໂດເນເຊຍ ຈະສ້າງໂຮງງານແກັສ ທຳມະຊາດ ປະເພດແຫຼວ (LNG) ແບບລອຍນໍ້າ ຂະໜາດໃຫຍ່ທີ່ສຸດ ແຫ່ງໜຶ່ງຂອງໂລກ ໃຫ້ສໍາເລັດ ໃນຕົ້ນປີ 2027.
ໂຮງງານດັ່ງກ່າວ ກວມເອົາ ມູນຄ່າ ການລົງທຶນ ປະມານ 963 ລ້ານໂດລາ ສະຫະລັດ ແລະ ຈະມີກຳລັງການຜະລິດ ແກັສທໍາມະຊາດ ປະເພດແຫລວ ສູງເຖິງ 1,2 ລ້ານໂຕນ ຕໍ່ປີ ເຊິ່ງເປັນແຫ່ງທີ 9 ຂອງໂລກ.
ໂຮງານແຫ່ງນີ້ ແມ່ນຕັ້ງຢູ່ໃນເມືອງ ຟາກຟາກ, ແຂວງ ປາປົວຕາເວັນຕົກ ໂດຍໂຮງງານດັ່ງກ່າວ ຈະຜະລິດແກັສ ຈາກແຫລ່ງອາຊັບ ກິໂດ ເມຣາ (Asap Kido Merah) ໃນເມືອງ ເຕີລຸກ ບິນຕູນີ . ຄາດວ່າ ຈະສາມາດຜະລິດໄດ້ 9,34 ລ້ານແມັດກ້ອນຕໍ່ມື້ ໂດຍເລີ່ມຕົ້ນ ໃນປີ 2027./
KPL