ຍອດມູນຄ່າ ຂາເຂົ້າ-ຂາອອກ ແຂວງຢູນນານຂອງ ສປ ຈີນ ເກືອບ 66 ຕື້ຢວນ

18/08/2025 21:43
ຂປລ ໃນ 7 ເດືອນ​ຜ່ານ​ມາ​ປີ​ນີ້, ຍອດ​ມູນ​ຄ່າ​ ຂາ​ເຂົ້າ-​ຂາ​ອອກ​ ລະ​ຫວ່າງ ​ແຂວງ​ຢູນ​ນານ​ຂອງ​ ສປ ຈີນ​ ແລະ 5ປະ​ເທດ ​ຢູ່​ລຽບ​ຕາມ​ແມ່​ນ້ຳ​ຂອງ ຄື: ກຳ​ປູ​ເຈຍ, ສປປ ລາວ, ມຽນ​ມາ, ໄທ ແລະ ສສ ​ຫວຽດ​ນາມ ມີ​ເຖິງ 65,9 ຕື້ຢວນ, ເພີ່ມ​ຂຶ້ນ 6,3% ເມື່ອ​ທຽບ​ໃສ່​ ໄລ​ຍະ​ດຽວ​ກັນ ​ຂອງ​ປີ​ກາຍ​ນີ້.

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ຕົວ​ເລກ​ສະ​ຖິ​ຕິ ​ທີ່​ອົງ​ການ​ ພາ​ສີ​ ຄຸນ​ນີງ​ຂອງ ສປ ​ຈີນ ​ເປີດ​ເຜີຍ​ວ່າ: ໃນ 7 ເດືອນ​ຜ່ານ​ມາ​ປີ​ນີ້, ຍອດ​ມູນ​ຄ່າ​ ຂາ​ເຂົ້າ-​ຂາ​ອອກ​ ລະ​ຫວ່າງ ​ແຂວງ​ຢູນ​ນານ​ຂອງ​ ສປ ຈີນ​ ແລະ 5ປະ​ເທດ ​ຢູ່​ລຽບ​ຕາມ​ແມ່​ນ້ຳ​ຂອງ ຄື: ກຳ​ປູ​ເຈຍ, ສປປ ລາວ, ມຽນ​ມາ, ໄທ ແລະ ສສ ​ຫວຽດ​ນາມ ມີ​ເຖິງ 65,9 ຕື້ຢວນ, ເພີ່ມ​ຂຶ້ນ 6,3% ເມື່ອ​ທຽບ​ໃສ່​ ໄລ​ຍະ​ດຽວ​ກັນ ​ຂອງ​ປີ​ກາຍ​ນີ້. ໃນ​ນັ້ນ, ຍອດ​ມູນ​ຄ່າ ​​ສົ່ງ​ອອກ ​ຂອງ​ແຂວງ​ຢູນ​ນານ ​ແມ່ນ 24 ຕື້ກວ່າຢວນ, ເພີ່ມ​ຂຶ້ນ 10,2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້, ຍອດ​ມູນ​ຄ່າ​ ນຳ​ເຂົ້າ ​ຂອງ​ແຂວງ​ຢູນ​ນານ ​ແມ່ນ 41 ຕື້ກວ່າຢວນ, ເພີ່ມ​ຂຶ້ນ 4,2% ເມື່ອ​ທຽບ​ໃສ່​ ໄລ​ຍະ​ດຽວ​ກັນ​ ຂອງ​ປີ​ກາຍ​ນີ້. ແຂວງ​ຢູນ​ນານ ​ໄດ້​ຕັ້ງ​ໜ້າ​ຈັດ​ຕັ້ງ​ປະ​ຕິ​ບັດ​ ນະ​ໂຍ​ບາຍ ຫລຸດ​ຜ່ອນ​ພາ​ສີ​ຕ່າງໆ ເຊັ່ນ: ສັນ​ຍາ​ ການ​ພົວ​ພັນ ​​ຄູ່ຮ່ວມ​ເສດ​ຖະ​ກິດ ​ຮອບ​ດ້ານ ​ຂອງ​ພາກ​ພື້ນ ຫລື RCEP , ສັນ​ຍາ​ການ​ຄ້າ​ເສ​ລີ ລະ​ຫວ່າງ​ ສປ ຈີນ-ອ​າ​ຊຽນ ແລະ ​ອື່ນໆ, ໄດ້​ຊຸກ​ຍູ້​ການ​ໄປ​ມາ​ຫາ​ສູ່​ກັນ ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ ໃນ​ພາກ​ພື້ນ ​ຢ່າງ​ແຂງແຮງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top