ມຽນມາ ສົ່ງອອກສິນໃນນໍ້າໄປຈີນ ຫລາຍກວ່າ 145.000 ໂຕນ

18/08/2025 22:09
Email Print 105
ຂປລ ສະຖານີວິທະຍຸ ແລະ ໂທລະພາບມຽນມາ (MRTV) ລາຍງານວ່າ: ມຽນມາ ໄດ້ສົ່ງອອກ ສິນໃນນໍ້າ ໄປຈີນ ຫຼາຍກວ່າ 145.000 ໂຕນ ໃນລະຫວ່າງ ເດືອນກັນຍາ 2023 ຫາ ເດືອນສິງຫາປີນີ້.

ຂປລ. ຕາມສໍານັກຂ່າວ ຊິນຮວາຂອງຈີນ, ວັນທີ 17 ສິງຫານີ້, ສະຖານີວິທະຍຸ ແລະ ໂທລະພາບມຽນມາ (MRTV) ລາຍງານວ່າ: ມຽນມາ ໄດ້ສົ່ງອອກ ສິນໃນນໍ້າ ໄປຈີນ ຫຼາຍກວ່າ 145.000 ໂຕນ ໃນລະຫວ່າງ ເດືອນກັນຍາ 2023 ຫາ ເດືອນສິງຫາປີນີ້. ໃນນັ້ນ​ ສິນຄ້າ ຈາກແຫລ່ງນໍ້່າ ທໍາມະຊາດ ​ປະມານ 140.000 ​ໂຕນ, ​ເປັນ​ມູນ​ຄ່າ 195,947 ລ້ານ​ໂດ​ລາ​ສະຫະລັດ ​ແລະ ຜະລິດຕະພັນ ທີ່ໄດ້ຈາກ ການເພາະລ້ຽງ ໃນ​ນ້ຳ 5.000 ກວ່າ​ໂຕນ, ​ເປັນ​ມູນ​ຄ່າ 13,427 ລ້ານ​ໂດ​ລາ​ສະຫະລັດ./

KPL

ຂ່າວອື່ນໆ

ads
ads

Top