ອຸດົມໄຊ ສຸມໃສ່ພັດທະນາຫລາຍດ້ານ ແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ

16/07/2025 20:28
Email Print 217
ຂປລ ຂປລ. ໄລຍະ 6 ເດືອນຕົ້ນປີ 2025 ນີ້, ແຂວງອຸດົມໄຊ ໄດ້ສຸມໃສ່ພັດທະນາເສດຖະກິດ ຕິດພັນກັບ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແລະ ບັນຫາເກັ່ງຮ້ອນຂອງລັດຖະບານ ເປັນຕົ້ນ



ຂປລ. ໄລຍະ
6 ເດືອນຕົ້ນປີ 2025 ນີ້, ແຂວງອຸດົມໄຊ ໄດ້ສຸມໃສ່ພັດທະນາເສດຖະກິດ ຕິດພັນກັບ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແລະ ບັນຫາເກັ່ງຮ້ອນຂອງລັດຖະບານ ເປັນຕົ້ນ ໄດ້ຈັດຕັ້ງປະຕິບັດບັນດາໂຄງການລົງທຶນຂອງລັດ, ໂຄງການລົງທຶນຂອງພາກເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ, ໂຄງການຊ່ວຍເຫລືອທາງການເພື່ອການພັດທະນາ ແລະ ທຶນທະນາຄານ ມີຄວາມຄືບໜ້າດີ. ໃນນີ້, ສາມາດລະດົມແຫລ່ງທຶນເຂົ້າໃສ່ ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງໄດ້ທັງໝົດ 3.791,82 ຕື້ກີບ, ປະຕິບັດໄດ້ ລື່ນແຜນການ 58%.

ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ໃຫ້ສຳພາດໃນໂອກາດເຂົ້າຮ່ວມກອງປະຊຸມ ລັດຖະບານເປີດກວ້າງ ຄັ້ງທີ 1 ປີ 2025 ໃນວັນທີ 15 ກໍລະກົດ 2025 ໂດຍທ່ານ ໄດ້ຍົກໃຫ້ເຫັນຜົນ ສຳເລັດການເຄື່ອນໄຫວ ວຽກງານທີ່ພົ້ນເດັ່ນ ໃນໄລຍະ 6 ເດືອນຕົ້ນປີ 2025 ເຊິ່ງອົງການປົກຄອງແຂວງອຸດົມໄຊ ໄດ້ຈັດຕັ້ງເຄື່ອນໄຫວ ວຽກງານຕາມພາລະບົດບາດ ໃນສະພາບເງື່ອນໄຂຂອງປະເທດ ຍັງສືບຕໍ່ປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ໂດຍສະເພາະຢູ່ແຂວງອຸດົມໄຊ ຍັງສືບຕໍ່ປະເຊີນໜ້າກັບຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ, ກຸ່ມຄົນບໍ່ດີ ສືບຕໍ່ກໍ່ກວນ ສ້າງຄວາມບໍ່ສະຫງົບ ແລະ ບັນຫາປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ຍັງເກີດຂຶ້ນ ແລະ ແຜ່ລາມຢູ່ທົ່ວໄປ, ເຊິ່ງບັນຫາເຫລົ່ານັ້ນ ໄດ້ສົ່ງຜົນກະທົບຕໍ່ການນໍາພາ-ຊີ້ນໍາ ຂອງອົງການປົກຄອງແຂວງ ແລະ ຕໍ່ການດໍາລົງຊີວິດຂອງພະນັກງານ, ສະມາຊິກພັກ, ກຳລັງປະກອບອາວຸດ, ປະຊາຊົນບັນດາເຜົ່າ ແລະ ອີກເຫດ ການໜຶ່ງທີ່ ພົ້ນເດັ່ນ ທີ່ໄດ້ເກີດຂຶ້ນ ແມ່ນໄດ້ເກີດເຫດການໄຟໄໝ້ ແລະ ເກີດລະເບີດຮຸນແຮງຢູ່ບ້ານນາໜີ ເມືອງໄຊ. ແຕ່ເຖິງຢ່າງໄດ້ກໍຕາມ ດ້ວຍຄວາມຮັບຜິດຊອບທາງດ້ານການເມືອງ ແລະ ຄວາມພະຍາ ຍາມຢ່າງຕັ້ງໜ້າຂອງອົງການປົກຄອງແຂວງ ໃນການນໍາພາ-ຊີ້ນໍາ ຈຶ່ງເຮັດໃຫ້ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ IX, ແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2025, 2 ວາລະແຫ່ງຊາດ ແລະ ວຽກງານເຄັ່ງຮ້ອນຂອງລັດຖະບານ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງຕໍ່ເນື່ອງ ແລະ ເຫດການທີ່ເກີດຂຶ້ນໄດ້ຮັບການແກ້ໄຂທັນການ ເຊິ່ງເຮັດໃຫ້ທົ່ວແຂວງ ສືບຕໍ່ຮັກສາໄດ້ຄວາມມີສະຖຽນລະພາບ ທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີ, ເສດຖະກິດ-ສັງ ຄົມ ສືບຕໍ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ.

ໃນຂະນະດຽວກັນ ໄດ້ສຸມໃສ່ຈັດເກັບລາຍຮັບ ຕາມທ່າແຮງບົມຮ້ອນຂອງແຂວງ, ອັດຊ່ອງວ່າງການຮົ່ວໄຫລຂອງລາຍຮັບ, ປັບປຸງກົນໄກຄຸ້ມຄອງລາຍຮັບ ໂດຍສະເພາະ ການຫັນເອົາຫົວໜ່ວຍທຸລະກິດ ຢູ່ນອກລະບົບເຂົ້າສູ່ລະບົບ, ຄຸ້ມຄອງຂໍ້ມູນການເກັບລາຍຮັບ ດ້ວຍລະບົບທັນສະໄໝ, ເຂັ້ມງວດການຈັດຕັ້ງປະຕິບັດເກັບລາຍຮັບ ຈາກຊັບພະຍາກອນທຳມະຊາດ ຈາກບັນດາໂຄງການຂຸດຄົ້ນບໍ່ແຮ່, ກິດຈະການເຊົ່າ-ສຳປະຫານທີ່ດິນຂອງລັດ ແລະ ອື່ນໆ ເຮັດໃຫ້ລາຍຮັບພູດຂອງແຂວງ ມີທ່າອ່ຽງດີຂຶ້ນ, ຄຸ້ມຄອງລາຍຈ່າຍເຂັ້ມງວດ ຕາມແຜນການທີ່ສະພາໄດ້ຮັບຮອງ ສາມາດຮັບປະກັນໄດ້ລາຍຈ່າຍທີ່ເປັນບຸ ລິມະສິດຂອງລັດຖະບານ ເຊິ່ງໃນໄລຍະ 6 ເດືອນຕົ້ນປີ 2025 ສາມາດຈັດເກັບລາຍຮັບໄດ້ທັງໝົດ 181,66 ຕື້ກີບ, ເທົ່າກັບ 74,06% ຂອງແຜນການປີ. ໃນນີ້, ພູດສູນກາງປະຕິບັດໄດ້ 13,90 ຕື້ກີບ ເທົ່າກັບ 55,60% ຂອງແຜນການປີ ແລະ ພູດທ້ອງຖິ່ນປະຕິບັດໄດ້ 167,76 ຕື້ກີບ, ເທົ່າກັບ 76,19% ຂອງແຜນການປີ, ດ້ານລາຍຈ່າຍປະຕິບັດໄດ້ທັງໝົດ 291,06 ຕື້ກີບ ເທົ່າກັບ 42,03% ຂອງແຜນການປີ.

ສຳລັບ ທິດທາງແຜນການວຽກງານຈຸດສຸມ 6 ທ້າຍເດືອນປີ 2025 ແຂວງອຸດົມໄຊ ຈະສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດ ວຽກງານຂົງເຂດເສດຖະກິດ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແລະ ບັນຫາເຄັ່ງຮ້ອນຂອງລັດຖະບານ ແນໃສ່ ເຮັດໃຫ້ເສດຖະກິດຂອງແຂວງ ບັນລຸຕາມຄາດໝາຍທີ່ສະພາປະຊາຊົນແຂວງໄດ້ຮັບຮອງ ໂດຍຈະສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນການລົງທຶນຂອງລັດ ປະ ຈຳ ປີ 2025 ໃຫ້ບັນລຸຕາມແຜນການທີ່ວາງໄວ້. ໃນນີ້, ຈະຈັດຕັ້ງປະຕິບັດບັນດາໂຄງການລົງທຶນຂອງລັດ, ໂຄງການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ, ໂຄງການຊ່ວຍເຫລືອທາງ ການເພື່ອການພັດທະນາ ແລະ ທຶນທະນາຄານ ໃຫ້ມີຜົນສຳເລັດຕາມແຜນການ; ສຸມໃສ່ສ້າງສະພາບແວດລ້ອມເອື້ອອຳນວຍ ຕໍ່ການລົງທຶນ ເພື່ອດຶງດູດເອົາການລົງທຶນພາຍໃນ ແລະ ຕ່າງປະເທດ ມາພັດທະນາແຂວງໃຫ້ໄດ້ຢ່າງຕໍ່ເນື່ອງ, ພ້ອມທັງຈະຊຸກຍູ້ບັນດາໂຄງການ ລົງທຶນຂອງພາກເອກະຊົນ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ຕາມບົດບັນທຶກຄວາມເຂົ້າໃຈ ແລະ ສັນຍາທີ່ໄດ້ລົງນາມແລ້ວ ແລະ ເຂັ້ມງວດຕໍ່ບັນດາໂຄງ ການທີ່ບໍ່ປະຕິບັດຕາມສັນຍາ.

ຂ່າວ: ທະນູທອງ

ພາບ: ຂັນໄຊ

KPL

ຂ່າວອື່ນໆ

ads
ads

Top