ຂປລ
ຂປລ. ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ໄລຍະຜ່ານມາ, ອົງການປົກຄອງ ແຂວງເຊກອງ ເອົາໃຈໃສ່ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍລົງສູ່ບັນດາເມືອງ, ພະແນກການ, ອົງການທຽບເທົ່າຂັ້ນແຂວງ ຕະຫລອດຮອດການມີສ່ວນຮ່ວມ ຂອງປະຊາຊົນບັນດາເຜົ່າແຕ່ຫົວທີ, ລົງເລິກ ແລະ ເຖິງຖອງ
ຂປລ. ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ໄລຍະຜ່ານມາ, ອົງການປົກຄອງ ແຂວງເຊກອງ ເອົາໃຈໃສ່ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍລົງສູ່ບັນດາເມືອງ, ພະແນກການ, ອົງການທຽບເທົ່າຂັ້ນແຂວງ ຕະຫລອດຮອດການມີສ່ວນຮ່ວມ ຂອງປະຊາຊົນບັນດາເຜົ່າແຕ່ຫົວທີ, ລົງເລິກ ແລະ ເຖິງຖອງ ເພື່ອສ້າງເງື່ອນໄຂທີ່ຈໍາເປັນພື້ນຖານ ໃນການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແລະ ການພັດທະນາເສດຖະກິດ-ສັງຄົມ ທັງໃນໄລຍະສັ້ນ ແລະ ໄລຍະຍາວ ໃຫ້ນັບມື້ເປັນຮູບປະທໍາຍິ່ງໆຂຶ້ນ ໂດຍເລັ່ງໃສ່ພັດທະນາ ຂະແໜງເສດຖະກິດ ທີ່ເປັນປາຍແຫລມ ເຊັ່ນ: ກະສິກຳ(ກາເຟ, ພືດຜັກ, ໄມ້ໃຫ້ໝາກ, ການລ້ຽງສັດເປັນຟາມ, ໂສມ, ການປຸງແຕ່ງຜົນຜະລິດກະສິກຳ); ອຸດສາຫະກຳ-ຫັດຖະກຳ (ພະລັງງານໄຟຟ້າ, ບໍ່ແຮ່, ອຸດສາຫະກຳເບົາ ແລະ ຫັດຖະກຳຕ່ຳແຜ່ນ) ແລະ ການບໍລິການ (ການທ່ອງທ່ຽວ, ການຂົນສົ່ງ).
ທ່ານ ບຸນຫລາຍ ບຸດທິ ຮັກສາການແທນເລຂາພັກແຂວງ, ເຈົ້າແຂວງເຊກອງ ໄດ້ໃຫ້ສຳພາດ ໃນໂອກາດເຂົ້າຮ່ວມກອງປະຊຸມ ລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ໃນວັນທີ 16 ກໍລະກົດ 2025 ນີ້ວ່າ: ການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ 2025 ຕິດພັນກັບການຈັດຕັ້ງປະຕິບັດ ສອງວາລະແຫ່ງຊາດ, ສາມາດຕີລາຄາລວມຍອດຜະລິດຕະພັນພາຍໃນ (GDP) ຈະບັນລຸໄດ້ 3.376 ຕື້ກີບ, ຈະເພີ່ມຂຶ້ນໃນລະດັບ 6,2%, ສະເລ່ຍຕໍ່ຫົວຄົນປະມານ 24,25 ລ້ານກີບ ຫລື ເທົ່າກັບ 1.123 ໂດລາສະຫະລັດ; ການເກັບລາຍຮັບເຂົ້າງົບປະມານ ສາມາດປະຕິບັດໄດ້ 230,77 ຕື້ກີບ, ປະຕິບັດໄດ້ 37,40% ຂອງແຜນປີ, ລາຍຈ່າຍງົບປະມານປະຕິບັດໄດ້ 237,05 ຕື້ກີບ, ປະຕິບັດໄດ້ 48,51% ຂອງແຜນປີ. ສຳລັບການນໍາເຂົ້າ-ສົ່ງອອກສິນຄ້າ ໄດ້ນຳເຂົ້າສິນຄ້າໄດ້ທັງໝົດ 4,17 ລ້ານໂດລາສະຫະລັດ, ທຽບໃສ່ແຜນປີປະຕິບັດໄດ້ 55,6%, ຜະລິດສິນຄ້າສົ່ງອອກບັນລຸໄດ້ 121,17 ລ້ານໂດລາ, ທຽບໃສ່ແຜນປີປະຕິບັດໄດ້ 63,19%, ສະພາບການລົງທຶນລວມ ປະຕິບັດໄດ້ 222,22 ຕື້ກີບ, ເທົ່າກັບ 16,99% ຂອງແຜນການປີ; ອັນພົ້ນເດັ່ນມີ 3 ໂຄງການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ ທີ່ພັດທະນາໂຄງການໄດ້ສຳເລັດ 100% ຄື: ໂຄງການເຂື່ອນໄຟຟ້ານໍ້າອີມູນ, ໂຄງການເຂື່ອນໄຟຟ້າຫ້ວຍລະແງ ແລະ ໂຄງການກໍ່ສ້າງພະລັງງານລົມ ເຊິ່ງໂຄງການດັ່ງກ່າວ, ປະກອບສ່ວນສຳຄັນເຂົ້າໃນ ການສ້າງວຽກເຮັດງານທຳໃຫ້ຄົນລາວ ກໍຄື ຄົນທ້ອງຖິ່ນ ແລະ ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ເສດຖະກິດຂອງ ແຂວງເຊກອງ ຂະຫຍາຍຕົວໄປຕາມທິດທີ່ໄດ້ກຳນົດໄວ້.
ສຳລັບ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງເຊກອງ ໄດ້ເປັນເຈົ້າການນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ ຫັນກໍາລັງລົງ ກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ເອົາ ໃຈໃສ່ປ້ອງກັນເວນຍາມ ການສະເຫລີມສະຫລອງວັນສຳຄັນຕ່າງໆ ຂອງພັກ ແລະ ຂອງຊາດ, ເປັນເຈົ້າການໃນການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ການເຄື່ອນໄຫວທາງດ້ານສາສະໜາ, ບັນຫາການລັກ ລອບຂົນສົ່ງສິນຄ້າ ແລະ ຂຸດຄົ້ນຊັບພະຍາກອນກໍາມະຊາດຫລຸດລົງເທື່ອລະກ້າວ; ເອົາໃຈໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢ່າງຕັ້ງ ແລະ ເປັນເຈົ້າການພົວພັນຮ່ວມມືດ້ານວຽກງານ ປກຊ-ປກສ ກັບບັນດາແຂວງຂອງ ສສ ຫວຽດນາມ ແນໃສ່ແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆ ຕາມຊາຍແດນລາວ-ຫວຽດນາມ
ທ່ານ ບຸນຫລາຍ ບຸດທິ ຍັງໃຫ້ຮູ້ອີກວ່າ: ໃນຕໍ່ໜ້າແຂວງເຊກອງ ຈະຕ້ອງສຸມໃສ່ການເພີ່ມທະວີ ການສົ່ງເສີມການຜະລິດ ເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ໃຫ້ເປັນຮູບປະທຳຕົວຈິງ ແລະ ຫລາຍຂຶ້ນ, ຫັນການນໍາໃຊ້ເຄື່ອງມືທີ່ທັນສະໄໝ ເຂົ້າໃນການຈັດເກັບລາຍຮັບ, ສະກັດກັ້ນການຮົ່ວໄຫລ, ໄປພ້ອມກັບການຂະຫຍາຍຖານລາຍຮັບໃໝ່ ສ້າງການຫັນປ່ຽນ ເພື່ອກ້າວເຂົ້າສູ່ການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງ, ເອົາໃຈໃສ່ພັດທະນາຂະແໜງເສດຖະກິດ ທີ່ເປັນປາຍແຫລມ ຕິດພັນກັບການເກັບພັນທະ ເຂົ້າງົບປະມານແຫ່ງລັດ ຂອງບັນດາໂຄງການລົງທຶນຂະໜາດໃຫຍ່ ເປັນ ຕົ້ນ ໂຄງການພະລັງງານໄຟຟ້ານ້ຳຕົກ, ໂຄງການພະລັງງານໄຟຟ້າຖ່ານຫີນ, ໂຄງການໄຟຟ້າພະລັງງານລົມ ແລະ ໂຄງການອື່ນໆ.
ຂ່າວ: ກິດຕາ
ພາບ: ຂັນໄຊ
KPL